ອຸໂບສົດສິນ ຄືຂໍ້ປະຕິບັດສຳລັບການພັດທະນາຕົນເອງໃຫ້ສູງຂື້ນໄປ ເຊັ່ນດຽວກັບການຖືສີນ 8. ອຸບາສົກອຸບາສິກາ ຈະສະມາທານຮັກສາສິນເປັນປະຈຳໃນວັນສິນ ຄືມື້ຂື້ນ-ແຮມ 8 ແລະ 15ຄ່ຳ ຫລື ວັນສິນນັ້ນເອງ, ມີອົງສິກຂາບົດ ແລະ ອົງແຫ່ງສິນເໝືອນກັນ ຕ່າງກັນແຕ່ຄຳອາຣາທະນາ ຄຳສຳມະທານ ແລະ ກາລະເວລາທີ່ກຳນົດເທົ່ານັ້ນ.
ອຸໂບສົດສີນ ແປວ່າ ການເຂົ້າຢູ່ ຫລື ການເຂົ້າຈຳສິນ ຊຶ່ງມີເວລາກຳນົດ ເຊັ່ນ: ໜຶ່ງວັນກັບໜຶ່ງຄືນໂດຍກຳນົດເອົາອາລຸນແຫ່ງວັນຣຸ່ງຂື້ນ ຫລື ເວລາໃກ້ພຣະອາທິດຈະຂື້ນ ຊຶ່ງມີສອງໄລຍະຄື: ມີແສງຂາວເຮື່ອໆ (ແສງເງິນ) ແລະ ແສງແດງ (ແສງທອງ) ໃນເວລາຮຸ່ງເຊົ້າເປັນການໝົດເຂດການສະມາທານ ຫລື ໝົດເວລາການຮັກສາອຸໂບສົດສິນ. ສ່ວນການຖືສິນ 8 ບໍ່ໄດ້ມີເວລາກໍານົດ ສາມາດຮັກສາໄດ້ຕະຫລອດເວລາ.
ການສຳມະທານອຸໂບສົດສິນ ຈະສະມາທານຮ່ວມກັນທຸກຂໍ້ ເອີ້ນວ່າ: ເອກັສສະມາທານ. ດັ່ງການຮັກສາອຸໂບສົດສິນ ຈຶ່ງຕ້ອງຮັກສາທຸກສິກຂາບົດ ຫລື ທຸກຂໍ້ ຖ້າຂາດຂໍ້ໃດໄປກໍຖືວ່າສິນຂາດຈາກຄວາມເປັນຜູ້ຮັກສາອຸໂບສົດສິນ.
ປະເພດຂອງອຸໂບສົດສິນ
ອຸໂບສົດສິນ ແບ່ງອອກຕາມຊ່ວງເວລາໃນການຮັກສາສິນເປັນ 3 ປະເພດຄື:
- ປົກກະຕິອຸໂບສົດ ໄດ້ແກ່ ອຸໂບສົດທີ່ຮັກສາກັນໃນຊ່ວງ 1ວັນກັບ 1 ຄືນ, ສ່ວນຫລາຍແມ່ນຮັກສາກັນໃນວັນຂື້ນ ຫລື ແຮມ 8 ແລະ 15ຄ່ໍາ ຫລື ເປັນການຮັກສາໃນຊ່ວງວັນສີນນັັ້ນເອງ. ປົກກະຕິອຸໂບສົດ ຈັດເປັນອຸໂບສົດຂັ້ນຕົ້ນ.
- ປະຕິຊາຄອນອຸໂບສົດ ໄດ້ແກ່ ອຸໂບສົດ ທີ່ຮັກສາກັນໃນຊ່ວງເປັນເວລາຮອດ 3 ວັນ ຕົວຢ່າງເຊັ່ນ: ມື້ 7ຄ່ໍາເປັນວັນຮັບອຸໂບສົດ, ມື້ 8ຄ່ຳເປັນວັນຮັກສາອຸໂບສົດ, ມື້ 9 ຄ່ຳເປັນວັນສົ່ງອຸໂບສົດ ລວມກັນເປັນ 3ວັນ ຄື: ວັນຮັບ, ວັນຮັກສາ ແລະ ວັນສົ່ງ. ປະຕິຊາຄອນອຸໂບສົດ ຈັດເປັນອຸໂບສົດຂັ້ນກາງ.
- ປາຕິຫາຣິຍະອຸໂບສົດ ໄດ້ແກ່ ອຸໂບສົດທີ່ມີກໍານົດເວລາດັ່ງນີ້:
- ຢ່າງຕ່ຳເລີ່ມຕັ້ງແຕ່ ແຮມ 1ຄ່ຳເດືອນ 11 ຈົນເຖິງແຮມ 14ຄ່ຳເດືອນ 11 ລວມເປັນ 14 ວັນ.