ຊາຍ ຫລື ຍິງ ຕ້ອງການຢາກຮູ້ວ່າ ໃນໄລຍະປີໃດດວງຊະຕາປີທີ່ຕົກນັ້ນ ຈະດີ ຫລື ຮ້າຍ ໃຫ້ຖືຫລັກທຳນາຍຕາມໄລຍະຊວ່ງປີທີ່ຕົກນັ້ນ ຖ້າເປັນຊາຍ ໃຫ້ນັບເລີ່ມຕົ້ນອາຍຸຈາກເຈດີ ໂດຍເຈດີຄືປີທີ 1 ວຽນໄປທາງຂວາມື (ສວນກັບເຂັ້ມໂມງ) ຈົນໃຫ້ຄົບອາຍຸປະຈຸບັນ ແລະ ຖ້າເປັນຜູ້ຍິງ ໃຫ້ນັບເລີ່ມຕົ້ນອາຍຸຈາກເຈດີ ໂດຍເຈດີ ຄືປີທີ່ 1 ວຽນໄປທາງຊ້າຍມື (ຕາມເຂັ້ມໂມງ) ຈົນຄົບອາຍຸປະຈຸບັນ, ຈາກນັ້ນກໍ່ເບີ່ງຕາມຄວາມໝາຍຂອງປີທີ່ຕົກຢູ່ໃນປະຈຸບັນນັ້ນດັ່ງນີ້:

1. ຖ້າຕົກທີ່ “ເຈດີ ” ທາຍວ່າ ປີນັ້ນຈະຢູ່ເຢັນເປັນສຸກ ຈະມີຄວາມສຸກກາຍສຸກໃຈ ຈະໄດ້ທຳບຸນກຸສົນໃນສາສະນາ ປາດຖະໜາສິ່ງໃດ ຍອມໄດ້ສົມໃຈນຶກແລ.
2. ຖ້າຕົກທີ່ “ ຊັດເງິນ ” ທາຍວ່າ ປີນ້ັ້ນຈະມີລາບຜົນເງິນທອງ ໃຊ້ພໍສະບາຍ ບໍ່ເດືອດຮ້ອຍພາຍໃນຄອບຄົວ ໄປທາງທິດໃດ ຈະມີຄົນອຸປະຖຳຄ້ຳຊູພໍປະມານແລ.
3. ຖ້າຕົກທີ່ “ ຄໍຂາດ ” ທາຍວ່າ ປີນັ້ນ ຈະປະສົບຄວາມຮ້ອນອົກຮ້ອນໃຈ ຈະມີຄະດີຄວາມເຖິງໂຮງເຖິງສານ ທຳໃຫ້ຕ້ອງເສັຍເງິນທອງຂອງຮັກ ບໍ່ມີເວລາປະກອບອາຊີບ ທຳມາຫາກິນຢ່າງປົກກະຕິສຸກ ບໍ່ດີເລີຍ.
4. ຖ້າຕົກທີ່ “ ເຮືອນຫລວງ ” ທາຍວ່າ ປີນັ້ນຈະມີດີມີຄວາມສຸກກາຍສະບາຍໃຈ ຈະມີທີ່ເພີ່ງໃນຄວາມອະນຸເຄາະໃນເລື່ອງຄວາມເປັນຢູ່ ເປັນຂ້າຣາຊະການຈະໄດ້ເລື່ອນຍົດຖາບັນດາສັກ ດີແລ.
5. ຖ້າຕົກທີ່ “ ປາສາດ ” ທາຍວ່າ ປີນັ້ນວ່າຈະມີຄວາມສຸກຢ່າງຍີ່ງ ຈະປະສົບໂຊກລາບມາກມາຍໃນຊີວິດ ຄິດສີ່ງໃດຈະໄດ້ສົມປາຖະໜາ ດີນັກແລ.
6. ຖ້າຕົກທີ່ “ ຣາຫູ ” ທາຍວ່າ ປີນັ້ນຈະເດືອດຮ້ອນໃຈ ອາດຈະມີເລື່ອງທະເລາະວິວາດເປັນຄະດີຄວາມ ຈະມີຄົນມາຄອຍຍຸແຍ່ ໃຫ້ວຸ່ນວາຍ ຫລື ຫາເລື່ອງໃຫ້ເຮົາຕ້ອງເດືອດຮ້ອນ ຈະປວດຫົວຕົວຮ້ອນເປັນປະຈຳ ບໍ່ດີແລ.
7. ຖ້າຕົກທີ່ “ ຊັດທອງ ” ທາຍວ່າ ປີນັ້ນຈະມີກຽດຕິຍົດປະກົດໃນຝູງຊົນທົ່ວໄປ ໄປສາລະທິດໃດໆ ຈະມີຄົນຄອຍອຸປະຖຳຄ້ຳຊູ ບໍ່ເດືອດຮ້ອນເລີຍ ດີນັກແລ.
8. ຖ້າຕົກທີ່ “ ເທວະດາຂີ່ເຕົ່າ ” ທາຍວ່າ ປີນັ້ນຄ່ອນຂ້າງດີ ຈະມີຄົນຄອຍຊ່ວຍເຫລືອໃນໜ້າທີ່ການງານ ແຕ່ລະວັງບໍລິວານຈະນຳຄວາມເດືອດຮ້ອນມາໃຫ້ ດີປານກາງແລ.
9. ຖ້າຕົກທີ່ “ ຄົນຕ້ອງຂື່ຄາ ” ທາຍວ່າ ປີນັ້ນເຖິງຄາວເຄາະຫາມຍາມຮ້າຍ ຈະມີເລື່ອງວຸ່ນວາຍໃນເຮືອນ, ຄອບຄົວ ແລະ ຕົນເອງ ຈະຖືກຈອງຈຳ ຫລື ບໍ່ມີຄວາມສຸກກາຍສະບາຍໃຈເລີຍ.
10. ຖ້າຕົກທີ່ “ ພໍ່ໝໍ ” ທາຍວ່າ ປີນັ້ນຈະມີຄົນມາຂໍຄວາມຊ່ວຍເຫລືອ ຮັບອາສາເຈົ້ານາຍຈະໄດ້ດີ ແຕ່ຈະມີຄວາມສຸກບໍ່ຫລາຍເທົ່າໃດ ຈະທຸກກາຍທຸກໃຈພໍປະມານ ດີປານກາງແລ.
11. ຖ້າຕົກທີ່ “ ແມ່ມົດ ” ທາຍວ່າ ປີນັ້ນຈະມີຄົນນຳລາບມາໃຫ້ ແຕ່ຕ້ອງແລກປ່ຽນກັບຄວາມຊ່ວຍເຫລືອຈາກເຈົ້າຊາຕາ ມີຄວາມສະບາຍໃຈພໍປະມານ ແຕ່ຈະເມື່ອຍໃຈ ດີປານກາງແລ.
12. ຖ້າຕົກທີ່ “ ນາກຄະຣາດ ” ທາຍວ່າ ປີນັ້ນຈະມີອຳນາດວາສະໜາ ຊາຕາກຳລັງດີ ມີຄົນມາອ່ອນນ້ອມຍອມເປັນຄົນຮັບໃຊ້ ຈະໄດ້ລາບຈາກບໍລິວານ ແລະ ຜູ້ໃຫ່ຍ ແຕ່ໃຫ້ລະວັງຄຳເວົ້າ ແລະ ອາລົມໃຫ້ຫລາຍ ດີປານກາງແລ.