ສະຫຼອງ ພຣະທາດຊາຍ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທະທັດສະ (ວ່າ 3 ເທື່ອ).
ວາລຸກະເຈຕິຍັນຕິ ອິທັງ ສັດຖາ ປຸບພະຣາເມ ວິຫະຣັນໂຕ ປະເສນະທິໂກສະລັງ ອາຣັບພະ ກະເຖສິຕິ.

ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມ ປາຖນາມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງ ຟັງຍັງພຣະສັດທຳ ມະເທສນາ ສະຫຼອງຜາລະອານິສົງ ການກໍ່ສ້າງວາລຸກະເຈດີ ພຣະທາດຊາຍ ເພື່ອກະທຳ ໃຫ້ເປັນ ພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແກ່ພຣະຣັດຕະນະໄຕ ດ້ວຍຈິດສັດທາ ປະສັນນະການເຫຼື້ອມໃສ ຫວັງເອົາຄຸນ ພຣະສີຣັດຕະນະໄຕ ເປັນທີ່ເພິ່ງອັນປະເສີດ ເໝືອນກັນກັບບ້ານເຮືອນ ເປັນທີ່ຢູ່ອາໃສ ກັນແດດກັນຝົນ ແລະ ຮີ້ນຍູງເປັນຕົ້ນ ເມື່ອມີສັດທາ ຄວາມເຊື່ອໝັ້ນໃນບຸນກຳ ອັນແນ່ວແນ່ເຖິງພຽງນີ້ ຈະປາຖນາ ຍຶດໜ່ວງເອົາ ສົມບັດຊະນິດໃດ ສົມບັດເຫຼົ່ານັ້ນ ຈະຜຸດຂຶ້ນມາ ຮອງຮັບເອົາ ຄວາມຮັກໃຄ່ ໃຫ້ສົມດັ່ງເຈຕະນາຂອງຕົນ ດ້ວຍອຳນາດ ບຸນກຸສົນຄື: ສິນ-ທານ ອັນປະກອບໄປດ້ວຍ ສັດທາເຈຕະນາ ອັນແຮງກ້າ ແມ່ນວ່າຈະຕັ້ງ ຄວາມປາຖນາ ເປັນພຣະພຸດທະເຈົ້າ.

ພຣະປັດເຈກະພຸດທະເຈົ້າ ພຣະຂີນາສາວົກເຈົ້າ ອັນເປັນຍອດແຫ່ງ ຄວາມປາຖນາ ຂອງປວງສັບພະສັດ ກໍຈະສົມມະໂນຣົດ ຄວາມມຸ້ງມາດ ປາຖນາທຸກປະການ ດັ່ງພຣະສຳມາ ສຳພຸດທະເຈົ້າ ຜູ້ເປັນທີ່ເພິ່ງ ຂອງເຮົາທັງ ຫຼາຍໄດ້ຕັດ ພຣະສັດທຳມະເທສນາ ແກ່ພຣະເຈົ້າປັດເສນະທິໂກສົນ ມີເນື້ອຄວາມວ່າ “ເອກັງ ສະມະຍັງ” ໃນສະໄໝໜຶ່ງ ພຣະສຳມາ ສຳພຸດທະເຈົ້າ ສະເດັດປະທັບຢູ່ ໃນບຸບຜາຣາມມະວິຫານ ໃນພຣະນະຄອນເມືອງສາວັດຖີ ຊົງພະຜາຣົບ ພຣະເຈົ້າປັດເສນະທິໂກສົນ ຜູ້ເປັນໃຫ່ຍໃນແຄວ້ນໂກສົນ ແລະ ເມືອງກາສີ ໃຫ້ເປັນຕົ້ນເຫດ ຈິ່ງໄດ້ຕັດພຣະສັດທຳມະເທສນາ ຜະລາອານິສົງ ວາລຸກະເຈດີຫາດຊາຍນີ້ ຄວາມພິດສະດານແຫ່ງ ພຣະສັດທຳມະເທສນາວ່າ

“ເອກະທິວະສັງ” ໃນວັນໜຶ່ງເປັນ ວັນແຮມ 4 ຄ່ຳ ເດືອນ 5 ເປັນລະດູຮ້ອນ ມີອາກາດອົບເອົ້າຫຼາຍ ສົມເດັດພຣະເຈົ້າປັດເສນະທິໂກສົນ ສະເດັດໄປພັກ ຜ່ອນ ພຣະສະຣິຣະກາຍ ໃຫ້ສະບາຍ ພຣະຣາຊະຫືຣະໄທ ທີ່ຫາດຊາຍ ຮິມຝັ່ງແມ່ນ້ຳ ໃນທີ່ບໍ່ຫ່າງໄກຈາກ ພຣະນະຄອນ ໄດ້ທັດສະນາການ ເຫັນພື້ນຫາດຊາຍນັ້ນ ເດຍລະດາດຂາວບໍລິສຸດ ປະດຸດຈະດັ່ງແກ້ວ ຜະລຶກເປັນທີ່ພໍພຣະຫືຣະໄທ ຍິ່ງໜັກໜາ ຈຶ່ງສະເດັດລົງຈາກ ພຣະຣາຊະລົດ ພ້ອມດ້ວຍ ເສວະກະມາດຣາຊະ ບໍລິວານທັງຫຼາຍ ດຳເນີນສະເດັດ ໄປມາເທິງຫາດຊາຍ ຂະນະນັ້ນ ພຣະອົງຊົງຮຳເພິງວ່າ ຊາຍນີ້ຂາວສະອາດແລ ຄວນທີ່ເຮົາຈະກໍ່ ວາລຸກະເຈດີຫາດຊາຍ ເພື່ອບູຊາແກ່ ພຣະຣັດຕະນະໄຕ ຄົງຈະປະເສີດກວ່າ ການເດີນທ່ຽວຫຼິ້ນລ້າໆ ບໍ່ມີປະໂຫຍດ ເມື່ອຊົງພຣະຣາຊະຮຳເພິງ ດັ່ງນີ້ແລ້ວ.

ພຣະອົງຮີບລົງມືກໍ່ທັນທີ ໝູ່ພຣະຣາຊາເທວີ ແລະ ເສວະກະມາດຣາຊະບໍລິວານ ກໍ່ຄອຍຕາມ ພຣະອັດຊະຍາໃສພາກັນກໍ່ ວາລຸກະເຈດີຫາດຊາຍ ທຸກຖວ້ນໜ້າ ການກະທຳດ້ວຍ ຄວາມມ່ວນຊື່ນ ຜາສຸກສຳລານ ເບີກບານໃຈ ເມື່ອເຮັດສຳເລັດແລ້ວ ຂະນະມານັບເບິ່ງ ພຣະເຈດີຫາດຊາຍນັ້ນ ໄດ້ເຖິງ 8ໝື່ນ 4 ພັນອົງ ພຣະບໍຣົມມະກະສັດ ຊົງມີຄວາມໂສມະນັດ ຍິນດີຍິ່ງໜັກ “ນິວັດຕິດຕະວາ” ພຣະຍາກໍ່ພາເຫຼົ່າ ຣາຊະບໍລິວານ ສະເດັດກັບມາສູ່ ບຸບຜາຣາມມະຫາວິຫານ ຖວາຍອະພິວາດ ກາບໄຫ້ວແລ້ວ ປະທັບນັ່ງນະສ່ວນຂ້າງໜຶ່ງ ກາບທູນເລື້ອງການກໍ່ ວາລຸກະເຈດີຫາດຊາຍ ທີ່ພຣະອົງຊົງກະທໍາມາແລ້ວນັ້ນ ກັບພຣະມະຫາມຸນີ.

ພຣະພຸດທະເຈົ້າ ໂດຍຕະຫຼອດ ແລ້ວທຸນອາຣາທະນາ ຂໍໃຫ້ພຣະບໍຣົມ ພຣະສາດສະດາ ຊົງສະແດງຜະລະ ອານິສົງແຫ່ງການສ້າງ “ວາລຸກະເຈດີ” ເທເສນໂຕ ເມື່ອນັ້ນ ພຣະພຸດທະເຈົ້າ ກໍຊົງຕັດ ພຣະສັດທຳມະເທສນາວ່າ ມະຫາຣາຊະ ດູກ່ອນມະຫາບໍພິດ ພຣະຣາຊະສົມພານ ນໍຣະຊົນຍິງຊາຍເຫຼົ່າໃດ ມີສັດທາເຫຼື້ອມໃສ ໄດ້ອຸດສາຫະມາກໍ່ສ້າງ ວາລຸກະເຈດີຫາດຊາຍ ໃຫ່ຍກໍ່ດີ ນ້ອຍກໍ່ດີ ສູງກໍ່ດີ ຕ່ຳກໍ່ດີ ມີຈຳນວນມາກມາຍເຖິງ 8ມື່ນ 4ພັນອົງ ດັ່ງມະຫາບໍພິດກະທຳ ຢູ່ໃນວັນນີ້ກໍ່ດີ ຫຼືວ່ານ້ອຍກວ່ານີ້ ພຽງແຕ່ອົງດຽວກໍ່ດີ ດ້ວຍສັດທາອັນແຮງກ້າ ມີຄວາມປິຕິໂສມະນັດ ຍິນດີເປັນກໍາລັງ ນໍຣະຊົນຍິງຊາຍເຫຼົ່ານັ້ນ ຈະບໍ່ໄດ້ໄປສູ່ ອະບາຍຍະພູມ ຕະຫຼອດຮ້ອຍຊາດ ຖ້າເກີດຢູ່ໃນມະ ນຸດສາໂລກ ກໍ່ຈະມັ່ງຄັ້ງສົມບູນ ໄປດ້ວຍຍົດສັກສິງຄານ ບໍຣິວານເປັນອັນມາກ ຄັນຈຸດຕິຈາກ ໂລກມະນຸດນີ້ແລ້ວ ກໍ່ຈະໄດ້ໄປອຸບັດເກີດບົນ ສະຫວັນເທວະໂລກ ສະເຫວີຍສົມບັດທິບ ໃນວິມານຜາສາດ ອັນເອີບອີ່ມ ໄປດ້ວຍຄວາມສຸກ ກະເສີມສຳລານ.

ແມ່ນວ່າ ພຣະຕະຖາຄົດ ແຕ່ຄັ້ງຍັງເປັນ ບໍລົມໂພທິສັດ ບຳເພັງປາຣະມີ ທຳຢູ່ພຸ້ນກໍ່ໄດ້ ກໍ່ພຣະເຈດີຫາດຊາຍ ເຊັ່ນດຽວກັນ ຄັ້ງນັ້ນເຮົາຕະຖາຄົດ ໄດ້ອຸບັດເກີດຂື້ນ ໃນຕະກຸນອະນາຖາ ເມື່ອຈະເລີນໄວຂື້ນມາ ໄດ້ເຂົ້າປ່າສະ ແຫວງຫາຟືນ ມາຂາຍລ້ຽງຊີວິດ ກະທຳຢູ່ດັ່ງນີ້ ເປັນອາຈີນຕະຫຼອດມາ “ເອ ກະທິວະສັງ” ຢູ່ມາໃນກາລະວັນໜຶ່ງ ໄປເຫັນຊາຍໃນອາຣັນຍາ ປ່າບໍລິສຸດໝົດ ຈົດດີ ມີສີເໝືອນສີທອງ ມີຈິດໃຈຜ່ອງໃສ ປະກອບໄດ້ດ້ວຍ ສັດທາອັນແຮງກ້າ ສະລະເວລາ ບໍ່ຕັດຟືນ ຕະຫຼອດວັນຍັງຄ່ຳ ໄດ້ກໍ່ສ້າງພຣະເຈດີ ຫາດຊາຍ ແລ້ວ ເບື້ອງຜ້າຫົ່ມຂອງຕົນ ອອກສີກເຮັດເປັນທຸງໄຊ ປັກປະດັບປະດາ ພຣະທາດເຈດີໄວ້ທົ່ວໄປ ຄັນເຮັດສຳເລັດແລ້ວ ຖວາຍບູຊາ ແກ່ພຣະຣັດຕະນະໄຕ.

ໃນພຸດທະບາດ ສາສນາຂອງ ພຣະຕິດສະສຳມາ ສຳພຸດທະເຈົ້າ ແລ້ວໄດ້ຕັ້ງປະນິທານ ຄວາມປາຖນາໄວ້ວ່າ ຂໍໃຫ້ຂ້າພະເຈົ້າ ສຳເລັດເປັນ ພຣະໂພທິຍານ ຕັດສະຮູ້ເປັນ ພຣະສຳມາສຳພຸດທະເຈົ້າ ພຣະອົງໜຶ່ງໃນອະນາຄົດ ຕະການເບື້ອງໜ້າພຸ້ນເຖີ້ນ ຄັນທຳລາຍຂັນລົງ ກໍ່ໄດ້ໄປເກີດ ບົນສະຫວັນ ຊັ້ນຟ້າຕາວະຕິງສາ ມີວິມານຜາສາດສູງໄດ້ 12 ໂຍດ ພາກພຶ້ນ ປູວິມານຜາສາດ ນັ້ນສຳເລັດແລ້ວ ດ້ວຍຊາຍທອງ ສ່ວນພາຍໃນວິມານ ຜາສາດນັ້ນ ປະດັບປະດາ ດ້ວຍທຸງທອງທັງສິ້ນ ວິມານຜາສາດນັ້ນ ຮຸ່ງເຮືອງງາມຍິ່ງໜັກໜາ ຫາວິມານຜາສາດ ຫຼັງອື່ນສະເໝີເໝືອນ ນັ້ນບໍ່ມີ ພຣະຕະຖາຄົດໄດ້ ສະເຫວີຍສົມບັດທິບ ຢູ່ດ້ວຍຄວາມສຸກ ກະເສີມສຳລານ ນານປະມານໄດ້ 2 ພັນປີ ທິບຄະນານັບປີ ໃສເມືອງມະນຸດເຖິງ 47 ໂກດກັບ 6 ແສນປີ ເມື່ອສິ້ນອາຍຸໄຂແລ້ວ ມາອຸປັດເກີດເປັນ ພຣະຣາຊະໂອຣົດຂອງ ພຣະເຈົ້າພາຣານະສີ “ສັງສະຣັນໂຕ” ຄັນທ່ອງທ່ຽວຢູ່ໃນ ມະນຸດສາໂລກ ແລະ ເທວະໂລກ ເມື່ອບຳ ເພັນປາຣະມີ ແກ່ກ້າແລ້ວ ຈິ່ງໄດ້ມາອຸບັດບັງເກີດ ຕັດສະຮູ້ເປັນ ອົງສົມເດັດ ພຣະສຳມາ ສຳພຸດທະເຈົ້າ ຂອງເຮົາທັງຫຼາຍ.

ດັ່ງປາກົດແກ່ສາຍຕາ ຂອງມະຫາບໍພິດ ຢູ່ໃນບັດນີ້ ເທສນາປະຣິໂຍສາເນ ໃນເມື່ອຈົບ ພຣະສັດທຳມະເທສນາລົງ ໝູ່ປານະສັດທັງຫຼາຍ ໝາຍມີພຣະຍາປັດເສນະທິໂກສົນ ເປັນຕົ້ນ ກໍ່ພາກັນໂສມານັດ ຊົມຊື່ນຍິນດີ ໃນພຣະທຳ ມະເທສນາ ແທ້ດີຫຼີແລ. “ຕັດສະມາ ສາທະໂວ” ເພາະເຫດດັ່ງນີ້ ພຸດທະບໍລິ ສັດທັງຫຼາຍ ຢ່າໄດ້ມີຄວາມປະມາດ ໃນກອງການກຸສົນ ຜົນທານຂອງຕົນ ໃຫ້ຮີບເຮັ່ງກະທຳບຸນ ບຳເພັນທານຢູ່ເນື່ອງນິດ ກໍຈະໄດ້ສຳເລັດ ຜົນດັ່ງເທສນາມາ ນິດຖິຕາ ກໍ່ຈົບລົງພຽງ ເທົ່ານີ້ແລ.

Leave a Reply

Your email address will not be published. Required fields are marked *