ມະຍັງ ພັນເຕ ອິມັງ ສະປະຣິວາຣັງ ມະທຸປຸບຜະປາສາທັງ ອິມັສມິງ ວິຫາເຣ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ພິກຂຸສັງໂຄ ອິມັງ ສະປະຣິວາຣັງ ມະທຸປຸບຜະປາສາທັງ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ.
ຂ້າແຕ່ພຣະພິກຂຸສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜາສາດດອກເຜີ້ງ ກັບທັງເຄື່ອງບໍຣິວາຣເຫລົ່ານີ້ ແກ່ ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ ເຊິ່ງຜາສາດດອກເຜີ້ງ ພ້ອມທັງເຄື່ອງບໍຣິວາຣເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ຕລອດກາລະນານເທີ້ນ ຯ
ຄຳຖວາຍຜາສາດເຜີ້ງ
