ຄຳຖວາຍຜ້າປ່າ


ອິມານິ ມະຍັງ ພັນເຕ ປັງສຸກູລະຈີວະຣານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນພັນເຕ ພິກຂຸສັງໂຄ ອິມານິ ປັງສຸກູລະຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະໆ
ຂ້າແຕ່ພຣະຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າບັງສະກຸນຈີວອນ (ຜ້າປ່າ) ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ. ຊຶ່ງຜ້າບັງສະກຸນຈີວອນ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ຕະຫລອດກາລະນານເທີ້ນ ຯ

Leave a Reply

Your email address will not be published. Required fields are marked *