ຄຳຖວາຍຜ້າໄຕຣຈີວອນ

ອິມານິ ຕິຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ພຣະສົງຜູ້ຈະເຣີນ ຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າໄຕຣຈີວອນ ກັບທັງເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບຜ້າໄຕຣຈີວອນ ກັບເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍ ທັງຫລາຍ ເພື່ອປໂຍດ ແລະ ຄວາມສຸກຂອງພວກຂ້ານ້ອຍທັງຫລາຍສິ້ນກາລະນານເທີ້ນ ຯ

Leave a Reply

Your email address will not be published. Required fields are marked *