- ວິປັດສະນາກຳມະຖານແມ່ນຫຍັງ?
ວິປັດສະນາ ໝາຍເຖິງປັນຍາທີ່ເຫັນແຈ້ງສິ່ງທັງຫລາຍຕາມຄວາມເປັນຈິງ ເປັນວິທີປະຕິບັດກຳມະຖານທີ່ເກົ່າແກ່ທີ່ສຸດວິທີໜຶ່ງຂອງອີນເດັຍ ຊຶ່ງໄດ້ຫາຍສາບສູນໄປຈາກມະນຸດຊາດເປັນເວລາດົນນານ ແຕ່ໄດ້ຮັບການຄົ້ນພົບອີກຄັ້ງໂດຍ ອົງສົມເດັດສຳມະສຳພຸດທະເຈົ້າເມື່ອເມື່ອ 2,500 ປີມາແລ້ວ. ວິປັດສະນາ ເປັນວິທີປະຕິບັດສາກົນທີ່ສາມາດກຳຈັດຄວາມທຸກໃຫ້ອອກໄປຈາກຈິດໃຈ ກ່າວຄື ເປັນສີລະປະໃນການດຳເນີນຊີວິດ ບໍ່ວ່າຜູ້ນັ້ນຈະນັບຖືສາສະນາ ຫລື ລັດທິໃດກໍຕາມ ໂດຍມີຈຸດມຸ່ງໝາຍສູງສຸດຄືເພື່ອຊຳລະຈິດໃຈໃຫ້ບໍລິສຸດ ແລະ ເຂົ້າເຖິງຄວາມສຸກທີ່ແທ້ຈິງ ທີ່ເກີດຈາກການຫລຸດພົ້ນ. ຈຸດມຸ່ງໝາຍຂອງວິທີການນີ້ ບໍ່ໄດ້ມີການແບ່ງແຍກພັກພວກ ຫລື ສາສະນາ ກໍເພື່ອທີ່ຈະຊຳລະຈິດໃຈໃຫ້ບໍລິສຸດ ແລະ ກໍໃຫ້ເກີດຄວາມສຸກເຕັມທີ່ຈາກການຫລຸດພົ້ນ.
ວິປັດສະນາ ເປັນວິທີປະຕິບັດເພື່ອເກີດການປ່ຽນແປງຕົນເອງ ຜ່ານຂະບວນການສັງເກດຕົນເອງ ທີ່ເນັ້ນເຖິງການປະຕິສຳພັນຢ່າງເລິກຊຶ້ງ ລະຫວ່າງກາຍກັບຈິດໃຈ ໂດຍໃຫ້ຄວາມສຳຄັນກັບການສັງເກດຄວາມຮູ້ສຶກທາງກາຍທີ່ສຳພັນກັບຄວາມຮູ້ສຶກທາງຈິດໃຈຢ່າງຕໍ່ເນື່ອງ. ວິປັດສະນາ ເປັນເໝືອນດັ່ງການເດີນທາງສຳຫລວດ ແລະ ສັງເກດຕົນເອງສູ່ລະດັບທີ່ເລິກທີ່ສຸດຂອງກາຍແລະໃຈ ເພື່ອຊຳລະຈິດໃຈໃຫ້ບໍລິສຸດແລະສົ່ງຜົນໃຫ້ຈິດໃຈສົມດູນເຕັມໄປດ້ວຍຄວາມຮັກຄວາມເມດຕາ.
ກົດທາງດ້ານວິທະຍາສາດທີ່ກ່ຽວກັບຄວາມຄິດ, ຄວາມຮູ້ສຶກທາງກາຍແລະໃຈ, ການຕັດສິນໃຈກາຍເປັນເລື່ອງທີ່ຊັດເຈນຂື້ນມາຈາກປະສົບການໂດຍກົງຂອງຜູ້ປະຕິບັດ. ຜູ້ປະຕິບັດເລີ່ມເຂົ້າໃຈເຖິງທຳມະຊາດທີ່ມີການຈະເລີນຂື້ນຫລື ເສື່ອມຖອຍ ການເກີດທຸກ ຫລື ການຫລຸດພົ້ນຈາກຄວາມທຸກ. ດັ່ງນັ້ນ ຈຶ່ງສາມາດດຳເນີນຊີວິດໄປຢ່າງມີສະຕິ ບໍ່ຫລົງຜິດ ຄວບຄຸມຕົນເອງໄດ້ ແລະ ມີຄວາມສຸກ.
- ແນວທາງປະຕິບັດດັ່ງເດີມ
ຕັ້ງແຕ່ຄັ້ງພຸດທະການ ວິທີປະຕິບັດວິປັດສະນາວິທີນີ້ໄດ້ສຶບທອດມາຈົນເຖິງປັດຈຸບັນ ຈາກການສຶບຕໍ່ຜ່ານບູລະພາຈານທ່ານຕ່າງໆ ໂດຍບໍ່ຂາດສາຍ. ອາຈານຄົນປັດຈຸບັນຕາມແນວທາງປະຕິບັດວິທີນີ້ຄື: ທ່ານອາຈານ ເອສ ເອັນ ໂກເອັນກ້າ ທ່ານມີເຊື້ອສາຍເປັນຄົນອີນເດັຍ ຖືກຳເນີດແລະເຕີຍໂຕໃນປະເທດພະມ້າ. ລະຫວ່າງທີ່ທ່ານອາໃສຢູ່ພະມ້ານັ້ນ ທ່ານໂຊກດີໄດ້ຮຽນວິທີປະຕິບັດວິປັດສະນາ ຈາກທ່ານ ຊາຍາຈີ ອູບາຂີ່ນ ຜູ້ຊຶ່ງເປັນຂ້າລາຊະການລະດັບສູງໃນສະໄໝນັ້ນ. ຫລັງຈາກໄດ້ຮັບການຝຶກອົບຮົມຈາກອາຈານຂອງທ່ານມາເປັນເວລາ 14ປີ ທ່ານອາຈານ ໂກເອັນກ້າ ໄດ້ຕັ້ງພື້ນຖານໃນປະເທດອີນເດັຍ ແລະ ເລີ່ມສອນວິປັດສະນາໃນປີ ພສ 2512. ນັບແຕ່ນັ້ນມາ ທ່ານໄດ້ສອນຄົນເປັນນັບໝື່ນຈາກທຸກເຊື້ອຊາດ ແລະ ທຸກສາສະນາ, ຈາກທັງຊາດຕາເວັນອອກແລະຕາເວັນຕົກ. ໃນປີ ພສ 2525 ທ່ານໄດ້ເລີ່ມແຕ່ງຕັ້ງອາຈານຜູ້ຊ່ວຍສອນ ເພື່ອຕອບສະໜອງຄວາມຕ້ອງການຂອງຫລັກສູດວິປັດສະນາທີ່ເພີ່ມຂືຶ້ນ. - ຫລັກສູດ
ຫລັກການປະຕິບັດວິປັດສະນາ ມີໄລຍະ 10 ວັນ ໂດຍຜູ້ເຂົ້າຮ່ວມຈະຕ້ອງໄດ້ພັກເຊົ່າຢູ່ສູນສະເພາະ. ໃນຊ່ວງນີ້ຜູ້ເຂົ້າຮ່ວມອົບຮົມຈະຕ້ອງປະຕິບັດຕາມກົດລະບຽບ, ຮຽນຮູ້ວິທີການປະຕິບັດຂັ້ນພື້ນຖານ ແລະ ໄດ້ຮັບໂອກາດຝຶກຝົນຢ່າງພຽງພໍໍທີ່ຈະຮູ້ເຖິງປະໂຫຍດຈາກການປະຕິບັດ.
ຕາມຫລັກສູດຜູ້ເຂົ້າອົບຮົມຈະຕ້ອງປະຕິບັດຢ່າງໜັກແລະຈິງຈັງ. ຫລັກສູດທັງໝົດມີສາມຂັ້ນຕອນ, ຂັ້ນຕອນທຳອິດຄື ການຖືສິນຫ້າ ຕະຫລອດຫລັກສູດ ຄື: ເວັ້ນຈາກການຂ້າສັດ, ລັກຊັບ, ປະພຶດຜິດໃນກາມ, ຂີ້ຕົວະແລະເສບຂອງມື່ນເມົາ. ສິນທັງຫ້າຂໍ້ນີ້ ຈະຊ່ວຍໃຫ້ຈິດໃຈຂອງຜູ້ປະຕິບັດສະຫງົບຂື້ນ ບໍ່ດັ່ງນັ້ນຈິດໃຈຈະກະວົນກະວາຍເກີນກວ່າຈະສັງເກດຕົນເອງໄດ້.
ຂັ້ນຕອນຕໍ່ໄປຄືການພັດທະນາສະມາທິ ໂດຍການຮຽນຮູ້ທີ່ຈະມີສະຕິຈົດຈໍຢູ່ກັບຄວາມຈິງຕາມທຳມະຊາດຂອງການໄຫລຂອງລົມຫາຍໃຈ ທີ່ປ່ຽນແປງຕະຫລອດເວລາຂະນະຫາຍໃຈເຂົ້າແລະຫາຍໃຈອອກຜ່ານຮູດັງ.
ເມື່ອຮອດວັນທີສີ່ ຈິດຈະສະຫງົບແລະມີສະມາທິຫລາຍຂື້ນ ຜູ້ເຂົ້າອົບຮົມສາມາດເລີ່ມປະຕິບັດວິປັດສະນາ ໂດຍສັງເກດຄວາມຮູ້ສຶກທົ່ວຮ່າງກາຍ ພ້ອມທັງເຂົ້າໃຈທຳມະຊາດຂອງມັນແລະພັດທະນາອຸເປກຂາ (ວາງເສີຍ)ຕໍ່ຄວາມຮູ້ສຶືກທີ່ເກີດຂື້ນ ໂດຍຮຽນຮູ້ທີ່ຈະບໍ່ຕອບສະໜອງ.
ໃນວັນສຸດທ້າຍຜູ້ເຂົ້າອົບຮົມ ຈະໄດ້ຮຽນຮູ້ເຖິງການປະຕິບັດເມດຕາພາວະນາ ເພື່ອແບ່ງປັນຄວາມບໍລິສຸດທີ່ພັດທະນາຂື້ນຕະຫລອດຫລັກສູດແກ່ສັບພະສັດທັງຫລາຍ.
ການປະຕິບັດທັງໝົດນີ້ ເປັນການຝຶກຈິດຢ່າງແທ້ຈິງ ເຊັ່ນດຽວກັບການທີ່ເຮົາອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງ. ການປະຕິບັດວິປັດສະນາ ສາມາດນຳມາໃຊ້ເພື່ອພັດທະນາຈິດໃຈໃຫ້ແຂງແຮງ ຄືມີສະຕິລະລຶກຮູ້ແລະຕັ້ງມັ່ນ.
ແນ່ນອນວ່າຜົນທີ່ໄດ້ຈາກການປະຕິບັດນັ້ນຈະຄ່ອຍເປັນຄ່ອຍໄປ ຈາກການຝຶກອົບຮົມຢ່າງຕໍ່ເນື່ອງ, ການຄາດຫວັງວ່າ ປັນຫາທີ່ມີຢູ່ຈະໄດ້ຮັບການແກ້ໄຂພາຍໃນ 10 ວັນ ນັ້ນຍ່ອມເປັນສິີ່ງເປັນໄປບໍ່ໄດ້. ແຕ່ພາຍໃນ 10 ວັນນັ້ນ ຜູ້ເຂົ້າອົບຮົມສາມາດຮຽນຮູ້ສາລະສຳຄັນຂອງການປະຕິບັດວິປັດສະນາ ເພື່ອນຳໄປປະຍຸກໃຊ້ໃນຊີວິດປະຈຳວັນໄດ້,ຍິ່ງຝຶກຝົນວິທີປະຕິບັດຫລາຍຂື້ນເທົ່າໃດ ຜູ້ປະຕິບັດກໍຍີ່ງຈະມີອິດສະລະຈາກຄວາມທຸກ ແລະ ເຂົ້າໃກ້ເປົ້າໝາຍສູງສຸດຂອງການຫລຸດພົ້ນຫລາຍຂື້ນເທົ່ານັ້ນ.