ສະມາທິ

ພຽງແຕ່ເຮົາຫລັບຕາ ຢຸດຄິດ ທຳໃຈຫວ່າງໆ ທີ່ສູນກາງກາຍ ພຽງເທົ່ານີ້ ກໍຈະໄດ້ພົບຄວາມທຸກທີ່ແທ້ຈິງ ຊຶ່ງຢູ່ພາຍໃນຕົວເຮົາ.

ມະນຸດເຮົາປະກອບໄປດ້ວຍອົງປະກອບຫລັກສອງຢ່າງຄື: ກາຍ ແລະ ໃຈ ເຮົາມີວີທີການຫລາຍຢ່າງໃນການປັບກາຍໃຫ້ແຂງແຮງປາສະຈາກໂລກໄພໄຂ້ເຈັບ, ແຕ່ວິທີໃນການປັບໃຈໃຫ້ແຂງແກ່ນນັ້ນ ມີຄົນຈໍານວນໜ້ອຍໃຫ້ຄວາມສຳຄັນ. ຄົນເຮົາມັກຈະປ່ອຍໃຈໃຫ້ເພີດເພີນໄປກັບອາລົມ ແລະ ເລື່ອງລາວຕ່າງໆ ທີ່ນ່າເພີ່ງພໍໃຈ ແລະ ບໍ່ນ່າເພີ່ງພໍໃຈ ທໍາໃຫ້ໃຈເຮົານັ້ນມັກຈະລ່ອງລອຍອອກສູ່ນອກຕົວສະເໝີ. ສະມາທິ ຈຶ່ງເປັນວີທີທີ່ຈະນຳໃຈກັບມາສູ່ເນື້ອສູ່ຕົວອີກຄັ້ງໜຶ່ງ ຊຶ່ງເມື່ອປະຕິບັດເລື່ອຍໆ ກໍຈະທໍາໃຫ້ເຂົ້າເຖິງຄວາມສະຫງົບສຸກຂອງໃຈຢ່າງບໍ່ເຄີຍຮູ້ສຶກມາກ່ອນ ແລະ ຕາມທາງອົງແປດ ທີ່ພຣະສຳມາສຳພຸດທະເຈົ້າທ່ານໃຫ້ແລ້ວ ກໍຈະສາມາດທຳໃຫ້ບັນລຸທຳທີ່ລົງເລີກເຂົ້າໄປໄດ້ໃນທີ່ສຸດ.

ລັກສະນະຂອງໃຈທີ່ເປັນສະມາທິ

ລັກສະນະຂອງສະມາທິ ທີ່ເກີດຂື້ນຕໍ່ໃຈທີ່ທຳໃຫ້ໃຈມີຄວາມຕັ້ງໝັ່ນ ແລະ ແນວແນ່ຢູ່ໃນອາລົມ ຈະມີລັກສະນະທີ່ປະກົດຂື້ນໃຫ້ສັງເກດອີກຫລາຍປະການ ຫລື ກ່າວໄດ້ວ່າ ເມື່ອທຳສະມາທິໄດ້ປະສົບຜົນສຳເລັດ ຈົນໃຈເປັນສະມາທິ ຈະຕ້ອງມີລັກສະນະ ຫລື ຄຸນສົມບັດ 3 ປະການຄື:

  1. ບໍລິສຸດ
  2. ຕັ້ງໝັ່ນ
  3. ຄວນແກ່ການງານ
  • ໃຈທີ່ໄດ້ຮັບການອົບຮົມຝຶກຝົນດີແລ້ວ ໂດຍສະເພາະເລື່ອງຂອງການຈະເລີນສະມາທິ ຈະມີຄວາມສະຫງົບເຢືອກເຢັນ ມັ່ງຄົງ, ບໍ່ຫວັ່ນໄຫວໄປກັບອາລົມທີ່ມາກະທົບ ຍິ່ງເປັນສະມາທິໃນລະດັບສູງ ຈະມີຄວາມເຢືອກເຢັນ ປະນີດສູງຂື້ນໄປຕາມລຳດັບ.
  • ໃຈທີ່ເປັນສະມາທິນັ້ນຈະໃສກະຈ່າງ ສະຫວ່າງຈົນມອງເຫັນອັນໃດໄດ້ຊັດເຈນ ເໝືອນນ້ຳທີ່ຂຸ່ນແຕ່ເມື່ອເອົາຫີນສົ້ນໃສ່ຈົນຕົກຕະກອນແລ້ວ ຝຸ່ນລະອອງທີ່ມີກໍຕົກຕະກອນນອນກົ້ນທັງໝົດເຫລືອແຕ່ນ້ຳໃສ. ໃຈທີ່ເປັນສະມະທິແລ້ວ ຈະມີແຕ່ຄວາມນຸ່ມນວນ, ຄວນແກ່ການງານ ຫລື ເໝາະແກ່ການໃຊ້ງານ ເພາະໃຈຈະເປັນລະບຽບ, ບໍ່ສັບສົນ, ບໍ່ກະດ້າງ, ບໍ່່ວຸ່ນວາຍ, ບໍ່ຂົນມົວ, ບໍ່ຄຽດ ແລະ ບໍ່ມີຄວາມກະວົນກະວາຍ.

Leave a Reply

Your email address will not be published. Required fields are marked *