ການກຽມຕົວເພື່ອສູດມົນຂ້າມປີ ໃນວັນທີ 31 ເດືອນທັນວາ (12) ບໍ່ພຽງແຕ່ເປັນການໄປຮ່ວມພິທີ ຫລື ເປັນການສູດມົນດ້ວຍຕົນເອງທີ່ເຮືອນເທົ່ານັ້ນ ແຕ່ຄືການກຽມທັງກາຍ ແລະ ໃຈ ໃຫ້ພ້ອມເພື່ອຮັບພະລັງບວກ ໃນປີໃໝ່ທີ່ຈະມາເຖິງ. ຫາກທ່ານຕັ້ງໃຈຈະເລີ່ມປີໃໝ່ດ້ວຍສິ່ງດີໆ ນີ້ຄືຂັ້ນຕອນການກະກຽມ ແລະ ເວລາແບບງ່າຍໆ.
1. ການກຽມທາງກາຍ (ຄວາມພ້ອມພາຍນອກ)
* ຊຸດແຕ່ງກາຍ: ສວມໃສ່ເສື້ອຜ້າທີ່ສຸພາບ ແລະ ສວມໃສ່ສະບາຍ (ສີຂາວ ຫລື ສີອ່ອນ ຈະແດງເຖີງການສັງລວມ ແລະ ສະຫງົບທາງໃຈ) ທີ່ສຳຄັນຕ້ອງສາມາດລະບາຍອາກາດໄດ້ດີ ເພາະການສວດມົນດົນໆ ຈະເຮັດໃຫ້ອືດອັດ.
* ເຮັດຮ່າງກາຍໃຫ້ສະອາດ: ຊຳລະລ້າງຮ່າງກາຍໃຫ້ສົດຊື່ນ (ອາບນ້ຳ ແລະ ຖູແຂ້ວ) ກ່ອນໄປຮ່ວມງານ ຫລື ເຂົ້າສູດມົນທີ່ຈັດໄວ້ຢູ່ເຮືອນ ເພື່ອໃຫ້ຄວາມຮູ້ສຶກປອດໂປ່ງພ້ອມຮັບສິ່ງໃໝ່ໆ.
* ອາຫານ ແລະ ຢາ : ຮັບປະທານອາຫານໃຫ້ພໍດີ ບໍ່ໃຫ້ອິ່ມຈົນເກີນໄປ ເພາະອາດຈະເຮັດໃຫ້ງ່ວງນອນຂະນະສູດມົນ ແລະ ຢ່າລືມພົກຢາປະຈຳຕົວ ຫລື ຢາດົມຕິດຕົວໄປດ້ວຍ.
2. ກຽມຕົວທາງໃຈ (ຄວາມພ້ອມພາຍໃນ)
* ຕັ້ງຈິດໃຫ້ເປັນກຸສົນ: ຊຳລະລ້າງສີ່ງທີ່ເກີດຂື້ນໃນປີເກົ່າ ເຊັ່ນ: ຄວາມຮຸ່ນແຮງ, ຄວາມເສົ້າໂສກ, ຄວາມກັງວົນ ແລະ ອື່ນໆ ທີ່ເປັນການທຳໃຫ້ໃຈທຸກ. ຕັ້ງເປົ້າໝາຍວ່າ ການສູດມົນເທື່ອນີ້ເຮັດເພື່ອສ້າງສິຣິມົງຄົນໃຫ້ຊີວິດ.
* ຖືສິນເບື້ອງຕົ້ນ: ຫາກເປັນໄປໄດ້ ໃນມື້ສຸດທ້າຍຂອງປີ (ວັນທີ 31 ເດືອນ 12) ຄວນພະຍາຍາມຮັກສາສິນ 5 ໃຫ້ບໍລິສຸດ ເພື່ອໃຫ້ຈິດໃຈມີຖານທີ່ໝັ້ນຄົງກ່ອນເຂົ້າສູ່ບົດສູດມົນ.
3. ເວລາກຳນົດສູດມົນຂ້າມປີ
ການສວດມົນຂ້າມປີບໍ່ມີກົດຕາຍຕົວ ວ່າຕ້ອງເລີ່ມຈັກໂມງ ແຕ່ໂດຍທົ່ວໄປຈະມີໄລຍະເວລາທີ່ນິຍົມ ແລະ ຖືວ່າເປັນ “ໄລຍະເວລາທອງ” ເພື່ອໃຫ້ເກີດຄວາມເປັນສິຣິມົງຄົນ ດັ່ງນີ້:
1. ໄລຍະເວລາທີ່ນິຍົມທີ່ສຸດ 22:30 – 00:30 ໂມງ. ເປັນໄລຍະທີ່ວັດສ່ວນໃຫຍ່ຈັດພິທີ ແລະ ຄົນສູດທີ່ເຮືອນນິຍົມເຮັດ
ເພາະວ່າ:
- ຊ່ວງເວລາ 22:30 – 23:00 ໂມງ: ເລີ່ມກຽມຕົວ, ເຮັດສະມາທິ ແລະ ສູດບົດເລີ່ມຕົ້ນ (ບູຊາພຣະຣັຕະນະໄຕຣ, ຂໍຂະມາ).
- ເວລາ 23:00 – 23:45 ໂມງ: ເລີ່ມບົດສູດມຸງຄຸນຕ່າງໆ ເພື່ອຊຳລະລ້າງສິ່ງບໍ່ດີອອກ.
- ເວລາ 00:00 ໂມງ (ຮອຍຕໍ່ປີໃໝ່): ເລີ່ມສູດບົດສູດພາຫຸງມະຫາກາ ຫລື ບົດສູດຊະຍັນໂຕ ເພື່ອໄຊຊະນະ ແລະ ຄວາມຮຸ່ງເຮືອງໃນວິນາທີທຳອິດຂອງປີໃໝ່.
2. ສຳລັບຄົນທີ່ຢາກສູດແບບຈັດເຕັມ ຄວນເລີ່ມຕັ້ງແຕ່ເວລາ 20:00 ຫລື 21:00 ໂມງ). ຫາກທ່ານຕ້ອງການຄວາມ ສະຫງົບ ແລະ ສະມາທິທີ່ເລິກຊຶ້ງ ການເລີ່ມຫົວຄ່ຳຈະຊ່ວຍໃຫ້ຈິດໃຈນິ່ງກ່ອນເຖິງໄລຍະຂ້າມປີ.
3. ຫາກມີເວລານ້ອຍ ກໍສາມາດເລີ່ມໃນເວລາ 23:45 ໂມງ ແລະ ແກ່ຍາວໄປອີກ15-30 ນາທີຫລັງຈາກທ່ຽງຄືນນັ້ນໄດ້.
*** ສະຫລຸບ: ເລີ່ມຕອນໃດດີທີ່ສຸດ?
”ເລີ່ມຕອນທີ່ເຮົາພ້ອມ ແລະ ໃຈສະຫງົບທີ່ສຸດ” ແຕ່ຖ້າຢາກໄດ້ບັນຍາກາດ ແລະ ພະລັງຂອງຄວາມເປັນສິຣິມຸງຄຸນ ແນະນຳໃຫ້ເລີ່ມປະມານ 23:00 ໂມງ ເພື່ອໃຫ້ມີເວລາສູດບົດທີ່ສຳຄັນ ແລະ ໄປຈົບທີ່ບົດພາຫຸງມະຫາກາ ຫລື ບົດຊະຍັນໂຕ ໃນໄລຍະຫລັງທ່ຽງຄືນໜ້ອຍໜຶ່ງ.
ຂໍ້ແນະນຳ: ຫລັງສູດດສຳເລັດ (ປະມານ 00:15 – 00:30 ໂມງ) ໃຫ້ປິດທ້າຍດ້ວຍການແຜ່ເມດຕາ ແລະ ອະທິຖານຈິດເຖິງເປົ້າໝາຍໃນປີໃໝ່ ຈະຖືເປັນການຈົບພິທີທີ່ສົມບູນທີ່ສຸດ.
ທ່ານຕັ້ງໃຈຈະສູດຄົນດຽວທີ່ເຮືອນ ຫລື ມີແຜນຈະໄປຮ່ວມພິທີທີ່ວັດໃກ້ເຮືອນບໍ? ຫາກໄປທີ່ວັດ ແນະນຳໃຫ້ໄປເຖິງໄລຍະ ເວລາ 21:00 ໂມງ ເພື່ອຈອງບ່ອນນັ່ງທັນເວລາ.
