ທຳວັດເຊົ້າ

ໂຍໂສ ພະຄະວາ ອະຣະຫັງ ສັມມາສັມພຸດໂທ, ສ໌ວາກຂາໂຕ ເຍນະ ພະຄະວະຕາ ທັມໂມ,ສຸປະຕິປັນໂນ ຍັດສະ ພະຄະວະໂຕ ສາວະກະສັງໂຄ, ຕັມມະຍັງ ພະຄະວັນຕັງ ສະທັມມັງ ສະສັງຄັງ ອິເມຫິ ສັກກາເຣຫິ ຍະຖາຣະຫັງ ອາໂຣປິເຕຫິ ອະພິປູຊະຍາມະ, ສາທຸ ໂນ ພັນເຕ ພະຄະວາ ສຸຈິຣະປະຣິນິບພຸໂຕປິ, ປັດສິມາ ຊະນະຕາ ນຸກັມປະມານະສາ, ອິເມ ສັກກາເຣ ທຸກຄະຕະປັນນາກາຣະພູເຕ ປະຕິກຄັນຫາຕຸ, ອັມຫາກັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະ, ຄຳນະມັດສະການພຣະຣັຕະນະໄຕ ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ກາບລົງ 1 ຄັ້ງ)  ສ໌ວາກຂາໂຕ ພະຄະວະຕາ ທັມໂມ ທັມມັງ ນະມັດສະມິ (ກາບລົງ 1 ຄັ້ງ)  ສຸປະຕິປັນໂນ…

Read More

ສະຫວັນແມ່ນສະຖານທີ່ຫຍັງແລະມີຈັກຊັ້ນ?

“ຖ້າເຮົທຳຄວາມດີຕາຍໄປຈະໄດ້ຂື້ນສະຫວັນ ແຕ່ຖ້າກະທຳຊົ່ວຈະຕ້ອງຕົກນາລົກ” ແນວຄິດເຮື່ອງສະຫວັນແລະນາລົກ ເປັນໜຶ່ງແນວຄິດຄວາມເຊື່ອທີ່ຄຸ້ນເຄີຍຊື່ງຖືກແອບແຝງໃນພຸດທະສາສະນາ ເພື່ອສັງສອນແລະເຕືອນໃຈ ເພື່ອບໍ່ໃຫ້ຄົນປະພຶດຜິດຈາກສີນແລະຜິດຈາກຫລັກຄຳສອນ. ພົດຈະນານຸກົມຣາຊະບັນດິດສະຖານ ໄດ້ໃຫ້ຄວາມໝາຍຂອງ “ສະຫວັນ” ໄດ້ວ່າ ໂລກຂອງເທວະດາ ເມືອງຟ້າ ອາດຈະໝາຍຄວາມວ່າ “ສະຫວັນ” ຢູ່ເທິ່ງຊັ້ນຟ້າແລະເປັນທີ່ພໍານັກຂອງເທວະດາ ຊຶ່ງໜັງສືໄຕຣພູມພຣະຣ່ວງ ໄດ້ອະທີິບາຍວ່າ: ສະຫວັນມີຢູ່ 6 ຊັ້ນ ທັງໝົດນີ້ເອີ້ນວ່າ: “ສະກາມາພະຈອນ”, ມີດັ່ງນີ້: ຊັ້ນທີ 1 ຊື່ວ່າ: ຈາຕຸມາຫາຣາຊິກາ ເປັນຊັ້ນຢູ່ຮອບເຂົາພຣະສຸເມນ ແບ່ງອອກເປັນ 4 ອານາບໍລິເວນຄື: ເຂດການປົກຄອງຄົນທັນ ຍັກ ນາກແລະກຸມພາ ເທວະດາຊັ້ນນີ້ຈະມີອາຍຸ 500 ປີທິບ ຫລື 9ລ້ານປີມະນຸດ ມີທ້າວຈະຕຸໂລກບານທັງສີ່ ຄື: ທ້າວທະຕະຣົດ, ທ້າວວິຣຸນຫົກ, ທ້າວວິຣູປັກແລະທ້າວກຸເວນ ເປັນຈອມເທບໃນທິດຂອງຕົນ. ຊັ້ນທີ 2 ຊື່ວ່າ: ດາວວດຶງ ເປັນສະຫວັນຊັ້ນທີ່ຢູ່ຂອງພຣະອິນ ຫລື ທ້າວສັກກະ ເປັນຈອມເທບ ມີບໍລິວານອີກ 32…

Read More

ວັນທາຫລວງ

(ຂໍຂະມາພຣະຣັຕະນະໄຕຣແລະສິ່ງສັກສິດທັງປວງຕັ້ງນະໂມ 3 ຈົບ) ວັນທາມິ ພຸທທັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ທັມມັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ສັງຂັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕ ວັນທາມິ ຄຸຣຸ ອຸປັສຊາຍະ ຈະຣິເຍ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ກັມມັກຖານັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ອາຣາເມ ພັທທະສີມາຍັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ເຈຕິງຍັງ ສັພພັງ ສັພພັກຖາເນສຸ ປະຕິກທິຕາ ສະຣິຣະທາຕຸ ມະຫາ ໂພທິງ ພຸທທະຣູປັງ ສະກະຣັງ ສະທາ ນາຄະໂລເກ ເທວະໂລເກພຮັມະໂລເກ ຊັມພູທິເປ ລັງກາທີເປ ສະຣິຣະ ທາຕຸໂຍອະຣະຫັນຕາ ທາຕຸໂຍ…

Read More

ຄຳອາຣາທະນາສູດມຸງຄຸນ

ວິປັຕຕິປະຕິພາຫາຍະ          ສັພພະສັມປັຕຕິສິທທິຍາ ສັພພະທຸກຂະວິນາສາຍະ              ປະຣິຕຕັງ ພຣູຖະ ມັງຄະລັງ ວິປັຕຕິປະຕິພາຫາຍະ          ສັພພະສັມປັຕຕິສິທທິຍາ ສັພພະພະຍາວິນາສາຍະ               ປະຣິຕຕັງ ພຣູຖະ ມັງຄະລັງ ວິປັຕຕິປະຕິພາຫາຍະ          ສັພພະສັມປັຕຕິສິທທິຍາ ສັພພະໂຣຄະວິນາສາຍະ               ປະຣິຕຕັງ ພຣູຖະ ມັງຄະລັງ

Read More

ຊະຍະປະລິດຕັງ  (ຊະຍັນໂຕ)

                            ຊະຍັນໂຕ  ໂພທິຍາ  ມູເລ                      ສັກກະຍານັງ  ນັນທິວັດຕະໂນ                               ເອວັງຕະວັງ  ວິຊະໂຍ  ໂຫຫິ                   ຊະຍັດສຸ  ຊະຍະມັງຄະເລ                             ອະປະລາຊິຕະປັນລັງເກ                         ສີເສ  ປະຖະວິໂປກຂະເລ                   …

Read More

ບຸນກະຖິນ

ເດີມທີຄວາມເປັນມາຂອງງານກະຖິນມີເຣື່ອງເລົ່າວ່າ  ໃນຄັ້ງພຸທກາລມີພິກຂຸຊາວເມືອງປາຖາ 30ອົງຄ໌ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າ ພຣະ ພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ  ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ ສເມີ.          ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະ ລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ…

Read More

ກິນເນື້ອສັດທີ່ບໍ່ເປັນບາບໃນສິນຫ້າຂໍ້ໜຶ່ງ

ດັ່ງທີ່ເຮົາຊາບແລ້ວວ່າ ສິນຫ້າ ເປັນຫລັກທຳພື້ນຖານທາງພຣະພຸດທະສາສະນາ ທີ່ຄົນໃນສາສະນາພຸດຮຽນຮູ້ມາຕັ້ງແຕ່ຍັງນ້ອຍ ແລະ ຊາວພຸດຫລາຍຄົນນຳມາໃຊ້ ໃນການດຳເນີນຊີວິດທີ່ຢຶດຖືກັນມາເປັນເວລາດົນນານ. ມີຫລາຍຄົນອາດຈະຍັງບໍ່ຮູ້ວ່າ ສິນຫ້າກ່ຽວຂ້ອງທາງດ້ານກົດໝາຍເຊັ່ນກັນ ຫລື ເອີ້ນໄດ້ວ່າ ສິນຫ້າກ່ຽວຂ້ອງກັບຊີວິດທາງໂລກແລະທາງທຳ. ໃນສິນຫ້າຂໍ້ທີ່ 1 ໄດ້ບັດຍັດໄວ້ຫ້າມຂ້າສັດ, ແຕ່ຫລາຍຄົນຍັງສົງໃສວ່າ ຖ້າກິນເນື້ອສັດທີ່ຄົນອື່ນຂ້າມາແລ້ວນັ້ນຈະເປັນບາບບໍ່?. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ກິນເນື້ອສັດທີ່ບໍລິສຸດໃນສາມກໍລະນີທີ່ບໍ່ເປັນບາບ-ກໍາ ເຊັ່ນ:1. ບໍ່ໄດ້ເຫັນຕອນເຂົາຂ້າສັດນັ້ນເພື່ອມາເປັນອາຫານ2. ບໍ່ໄດ້ຍິນ ວ່່າເຂົາຈະຂ້າສັດນັ້ນມາໃຫ້ຕົນເອງກິນ3. ບໍ່ມີຄວາມສົງໃສວ່າຂ້າສັດນັ້ນມາເພື່ອຕົນເອງ

Read More