ສະຫຼອງ ທາດເຈດີຍ໌
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ)ປະຕິກັດເຈວະ ຕັງ ກະຍິຣາ ຊັນຍາ ຫິຕະມັດ ຕະໂນຕິ. ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ຜາລະອານິສົງສະ ຜົນແຫ່ງການສ້າງທາດເຈດີ ພໍເປັນເຄື່ອງປະດັບ ສະຕິປັນຍາປາ ຣະມີຂອງທ່ານ ພຸດທະມາມະກະ ບໍລິສັດທັງຫຼາຍ ຜູ້ປະກອບໄປດ້ວຍສັດທາ ແລະ ປັນຍາເຊື່ອໝັ້ນ ໃນຄຸນພຣະຣັດຕະນະໄຕຄື ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສົງ ຈິ່ງໄດ້ພາກັນບໍລິຈາກຊັບ ແລະ ກຳລັງກາຍຂອງຕົນ ສ້າງເຈດີທາດ ເພື່ອອຸທິດເປັນ ພຸດທະບູຊາ ທຳມະບູຊາ ສັງຄະບູຊາ ຈິ່ງໄດ້ວ່າບຳເພັນ ບຸນກຸສົນອັນເປັນແກ່ສານ ສົມເດັດພຣະບໍຣົມສາສດາຈານ ຊົງສັນລະເສີນວ່າ ເປັນເຫດນຳມາເຊິ່ງຫິຕະສຸກ ແກ່ຕົນ…
