ສາສະນາພຸດ

ສະຫຼອງ ສາລາ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ປຸນຍານິ ປະຣະໂລກັດສະມິງ ປະຕິຖາ ໂຫນຕິ ປານິນັນຕິ.ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການສ້າງສາລາ ພໍເປັນເຄື່ອງເພີ່ມພູມ ກຸສົນບຸນຍະຣາສິ ແກ່ອຸປາສົກ ອຸປາສີກາທັງຫຼາຍ ຜູ້ປະກອບໄປດ້ວຍ ສັດທາເຫຼື້ອມໃສໃນຄຸນ ພຣະຣັດຕະນະໄຕແກ້ວ 3 ປະການຄື ພຣະພຸດ ພຣະທັມ ແລະ ພຣະສົງ ທັງບໍ່ມີຄວາມສົງໃສ ດັ່ງນັ້ນ ຈິ່ງໄດ້ສະລະຊັບສົມບັດ ແລະ ກໍາລັງຂອງຕົນມາກໍ່ ສ້າງສາລາໃຫ້ເປັນຫຼັງ ເພື່ອເປັນທີ່ພັກແກ່ຄົນເດີນທາງ ທີ່ມາແຕ່ທິດທັງ 4 ໄດ້ຫຼົບຫຼີກ ແດດລົມ ແລະ ຝົນເຂົ້າແວ່ເຊົາພັກຜ່ອນ ຄວາມເມື່ອຍອອ່ນເພຍ ຂອງແຕ່ລະບຸກຄົນ.ບັດນີ້ ການກ່ໍສ້າງສາລາຫຼັງນີ້…

ອ່ານຕໍ່

ສະຫຼອງ ກອງຫົດ

 ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ສັບພະທານັງ ທຳມະທານັງ ຊິນາຕິ ອິທັງ ຕຸມຫັງ ນະຫາຕະວາ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ທານະປາຣະມີ ອາຣັບພະກະເຖສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງສະ ແຫ່ງການຖວາຍ ສັງຄະທານ ພ້ອມທັງມີການ ເຖຣາພິ ເສກຫົດສົງ ພຣະພິຂຸສົງ ເພື່ອເປັນເຄື່ອງ ເຍືອງທາງໃຫ້ແກ່ ນໍຣະຍິງຊາຍທັງຫຼາຍ ທີ່ມີຈິດສັດທາ ເຫຼື້ອມໃສໃນ ພຣະພຸດທະສາສນາ ຈິ່ງໄດ້ແບ່ງ ຊັບສົມບັດອອກ ໃຫ້ເປັນທານ ຫວັງເອົາກຸສົນຜົນບຸນ ໃນຊາດນີ້ ແລະ ຊາດໜ້າ ຄົງຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານທຸກປະການ…

ອ່ານຕໍ່

ສະຫລອງ ເຂົ້າຈີີ່

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ທາເນນະ ສຸຄະຕິງ ຍັນຕິ ອິມັງ ທຳມະເທສະນັງ ສັດຖາ ເຊຕະວັນເນ ວິ ຫະຣັນໂຕ ຣາຊະຄະຫະເສດຖິໂນ ເຄເຫ ປຸນນະທາສິ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ບາງເມື່ອພຣະພຸດທະເຈົ້າ ຍັງມີພຣະຊົນຢູ່. ໃນສະໄໝຄັ້ງນັ້ນ ພຣະອົງສະເດັດປະທັບ ສຳລານ ພຣະອະຣິຍະບົດ ຢູ່ໃນພຣະເຊຕະວັັນ ມະຫາວິຫານ ວັນໜຶ່ງ ພຣະອົງຊົງ ພຣະຜາຣົບນາງປຸນນະທາສີີ ໃຫ້ເປັນອຸປັດຕິຜົນ ແລ້ວຕັດ ພຣະສັດທຳມະເທສນາ ດ້ວຍບາດຄາຖາວ່າ “ທາເນນະ ສຸຄະຕິງ ຍັນຕຕິ”ດັ່ງນີ້ເປັນເຄົ້າ…

ອ່ານຕໍ່

ສະຫລອງ ການຟັງທຳ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ສັດຖຸໂນ ສັດທຳມັງ ສຸຕະວາ ສັບພັດສະມິງ ຊິນະສາສະເນ ກັບປານິ ສະຕະສະຫັດສານິ ທຸກຄະຕິ ໂສ ນະ ຄັດສະຕິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການຟັງທຳແກ່ ນໍຣະຍິງຊາຍທັງຫຼາຍ ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຄື ທານ-ສີນ-ພາວະນາ ອັນທ່ານທັງຫຼາຍ ໄດ້ກະທຳແລ້ວ. ເພື່ອໃຫ້ເປັນປະທີບໃຕ້ ແສງສະຫວ່າງສ່ອງທາງ ທຽວໄປມາໃນວັດຕະ ສົງສານ ອັນທຳມະດາມວນໝູ່ ມະນຸດຈະເກີດມີປັນຍາ ຮູ້ແຈ້ງໃນອັດຖະທຳທີ່ເລີກແລບໄດ້ ຕ້ອງມີປັນຍາປະດັບດວງໃຈ ໃຫ້ຮູ່ງເຮືອງເໝືອນແສງສະຫວ່າງ ແຫ່ງດວງພຣະອາທິດ ແຕ່ປັນຍາຈະເກີດຂື້ນໄດ້ ຕ້ອງອາໃສການສຶກສາ ການຟັງຄູ-ອາຈານ…

ອ່ານຕໍ່

ສະຫລອງການສ້າງ ວິດ-ຖ່າຍ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພາວະມິຫັນຕິ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ປຸບພະຈະຣິຍັງ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການສ້າງເວດຈະກຸດິງ (ຖານ) ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຣາສີ ທີ່ທ່ານພຸດທະບໍລິສັດ ທັງຫຼາຍ ໄດ້ສະລະຊັບສິ່ງຂອງ ອອກມາກະທຳສ້າງຖານ ໃນຄາວນີ້ ເພື່ອຍົກຍໍຜົນປະໂຫຍດ ທີ່ຈະເພິ່ງໄດ້ ຈາກການກະທຳນີ້ ໃຫ້ແຈ້ງຊັດຂື້ນ ຈົ່ງບຳລຸງເຈດຕະນາ 3 ໃຫ້ເຕັມປ່ຽມຢູ່ທຸກເວລາ…

ອ່ານຕໍ່

ສະຫລອງ ການສ້າງ ກຸດີ-ກຸຕິ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ) ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ພິມພິສາຣັງ ເວລຸວະເນ ປຸບພະຣາເມ ລັດຖິວະເນ ສັນຕິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງກຸຕິວິຫານ ໃຫ້ເປັນທານແກ່ ພຣະພິກຂຸສົງ ເຊິ່ງມາແຕ່ທິດຕ່າງໆກໍດີ ຫຼື ທີ່ຍັງບໍ່ທັນໄດ້ມາ ກໍ່ດີ ຫຼື ທີ່ມາປະຈຳຢູ່ຕະຫຼອດ ຊີວິດກໍ່ດີ ຫຼື ຈະມາອາໃສ ຈຳພັນສາແລ້ວ ໜີໄປກໍ່ດີ ນໍຣະຍິງຊາຍຜູ້ໃດ ມີໃຈໃສ່ສັດທາ ແລມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານ…

ອ່ານຕໍ່

ຄຸນບິດາ-ມານດາ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ) ອິທານິ ທໍາມັດສາວະນະ ທິວະເສສັນນິ ປະຕິຕາຍະມາຕາປິຕຸ ຄຸນະກະຖັງ ພາສິດສາມິຕັງ ສຸມາຖະສະມາຄະຕາຕິ. ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ອັນເປັນພຸດທະໂອວາດ ສາສະນາ ຄື ຄຳສອນຂອງພຣະພຸດທະເຈົ້າ ເພາະວ່າການຟັງທຳ ຄຳສອນຂອງພຣະພຸດທະເຈົ້ານີ້ ຍອມມີປະໂຫຍດ ມີອະນິສົງເປັນອັນມາກ ຜູ້ມີຜະຫຍາປັນຍາ ເພີ່ງຮູ້ດັ່ງນີ້ເຖີ້ນ ການຟັງທີ່ຈະເພີ່ງໄດ້ ໃນປະຈຸບັນນີ້ ມີຢູ່ 5 ປະການ ຄື: ການຟັງທັງ 5 ຂໍ້ນີ້ ຈະບັງເກີດໃຫ້ແກ່ຜູ້ຕັ້ງໃຈ ຟັງທຳມະເທສະນາ ເພາະດັ່ງນັ້ນການຟັງທຳ ສັັບປຸຣິສະເຈົ້າຈື່ງຈັດວ່າ ເປັນສາວະນານຸດຕະຣິຍະ ເປັນການຟັງອັນສູງສຸດ…

ອ່ານຕໍ່

ບົດຢາດນ້ຳ ອະທາສິເມ

ອະທາສິເມ ອະກາສິເມ ຍາຕິມິຕຕາ ສະຂາຈະເມ ເປຕານັງ ທັກຂິນັງທັຊຊາ ປຸພເພ ກະຕະມະນຸສສະຣັງນະຫິຣຸນນັງ ວາໂສໂກວາ ຍາວັນຍາ ປະຣິເທວະນາ ນະຕັງ ເປຕານະ ມັຕຖາຍະ ເອວັງ ຕິຕຖັນຕິ ຍາຕະໂຍ ອະຍັນຈະໂຂ ທັກຂິນາທິນນາ ສັງຄັມຫິ ສຸປະຕິຕຖິຕາ ທິຄະຣັຕຕັງ ຫິຕາຍັສສະ ຖານະໂສ ອຸປະກັປປະຕິ ໂສຍາຕິທັມໂມ ຈະອະຍັງ ນິທັສສິໂຕ ເປຕານະ ປູຊາ ຈະກະຕາອຸລາຣາ ພະລັນຈະ ພິກຂຸນະ ມະນຸປປະທິນນັງ ຕຸມເຫຫິ ປຸນຍັງ ປະສຸຕັງ ອະນັປປະກັນຕິ.

ອ່ານຕໍ່

ບົດຢາດນ້ຳ ອີມີນາ

ອິມິນາ ປຸນຍະກັມເມ ນະອຸປັດຊາຍາ ຄຸນຸດຕະຣາ ອາຈາຣິຍູປະກາຣາ ຈະ ມາຕາປິຕາ ຈະຍາຕະກາ ປິຍາມະມັງ ສຸຣິໂຍ ຈັນທິມາ ຣາຊາ ຄຸນະວັນຕາ ນະຣາປິຈະ ພຣົມມະ ມາຣາ ຈະອິນທາ ຈະຕຸໂລກະປາລາ ຈະ ເທວະຕາ ຍະໂມມິດຕາ ມະນຸດສາ ຈະ ມັດຊັດຕາ ເວຣິກາປິ ຈະ ສັບເພສັດຕາ ສຸຂີໂຫນຕຸ ປຸນຍານິປະກະຕານິເມ  ສຸຂັງຈະຕິວິທັງ ເທນຕຸ  ຂິບປັງປາເປຖະໂວມະຕັງ ອິມິນາ ປຸນຍະ ກັມເມນະ ອິມິນາອຸດທິເສນະ ຈະ ຂິບປາຫັງ ສຸລະເພ ເຈວະຕັນ ຫຸປາທານະ ເສທະນັງ ເຍສັນຕາ ເນຫິນາ ທັມມາ  ຍາວະ ນິບພານະໂຕ ມະມັງ ນັດສັນຕຸ ສັບພະທາ  ເຍວະ ຍັດຖະ ຊາໂຕ ພະເວ ພະເວ ອຸຊຸຈິດຕັງ ສະຕິປັນຍາ ສັນເລໂຂ ວິຣິຍັມຫິນາ ມາຣາລະພັນຕຸ ໂນນາສັງ ກາຕຸນ…

ອ່ານຕໍ່

ບົດຢາດນ້ຳອຸທິດສ່ວນກຸສົນ (ອະທາສິເມ)

ອິທັງ ເມ ມາຕາປິຕຸນັງ ໂຫຕຸ ສຸຂິຕາ ໂຫນຕຸ ມາຕາປິຕະໂຣຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ມານດາ-ບິດາຂອງຂ້າພະເຈົ້າ ຂໍໃຫ້ມານດາ-ບິດາຂອງຂ້າພະເຈົ້າຈົ່ງມີຄວາມສຸກ ອິທັງ ເມ ຍາຕິນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ.ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ຍາດທັ້ງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັ້ງຫລາຍຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ ອິທັງ ເມ ຄຸຣູປັຊຊາຍາຈະຣິຍານັງ ໂຫຕຸ ສຸຂິຕາ ໂຫນຕຸ ຄຸຣູປັຊຊາຍາຈະຣິຍາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າຈົ່ງມີຄວາມສຸກ ອິທັງ  ສັພພະເທວະຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເທວາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເທວະດາທັ້ງຫລາຍທັ້ງປວງ ຂໍໃຫ້ເທວະດາທັ້ງຫລາຍທັ້ງປວງຈົ່ງມີຄວາມສຸກອິທັງ ສັພພະເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເປຕາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເປດທັ້ງຫລາຍທັ້ງປວງ ຂໍໃຫ້ເປດທັ້ງຫລາຍທັ້ງປວງ ຈົ່ງມີຄວາມສຸກ ອິທັງ ສັພພະເວຣີນັງ ໂຫຕຸ  ສຸຂິຕາ ໂຫນຕຸ ສັພເພເວຣີຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່…

ອ່ານຕໍ່