ສະຫຼອງ ພຣະພຸດທະຮູບ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ນະມັດຖຸ ຣະຕະນັດຕະຍັດສະ ຕະໂຕ ປະຣັງ ພຸດທະຮູບປັງ ອານິສັງສາ ປະກາສິຕັນຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງພຣະພຸດທະຮູບ ໃຫ້ແກ່ພຸດທະສາສະນິກະຊົນ ທັງຫຼາຍ ຜູ້ມີຄວາມເຫຼື້ອມໃສ ໃນພຣະພຸດທະສາສນາ ໄດ້ຊັກຊວນກັນມາ ກໍ່ສ້າງກອງການກຸສົນ ມີການໃຫ້ທານ ແລະ ຮັກສາສິນ ກະທຳໃຫ້ເປັນ ອາມິດສະບູຊາ ແລະ ປະຕິບັດບູຊາ ແກ່ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ທັງ 3 ຣັດຕະນະສຳເລັດແລ້ວ ປາຖນາຈະຟັງທຳມະເທສນາ ຜະລະອານິສົງ ສ້າງພຣະພຸດທະຮູບ ເຊິ່ງເປັນຮູບປຽບແຫ່ງ ພຣະບໍຣົມມະຄູ ສຳມາສຳພຸດທະ ເຈົ້າ ເພື່ອເປັນການສະຫຼອງ…
