ສາສະນາພຸດ

ຄຳຢາດນ້ຳອຸທິດສ່ວນກຸສົນ (ຍັງກິມຈິ)

ຍັງກິມຈິ ກຸສະລັງກຳມັງ ກັດຕັບພັງ ກິຣິຍັງມາມະ ກາເຍນະ ວາຈາມະນະສາ ຕິທະເສສຸກຄະຕັງ ກະຕັງ ເຍສັດຕາ ສັນນິໂຍອັດຖິ  ເຍຈະສັດຕາ ອະສັນນິໂຍ ກະຕັງ ປຸນຍະຜະລັງ ໄມຫັງ ສັບເພພາຄີ ພະວັນຕຸເຕ ເຍຕັງກະຕັງ ສຸວິທິຕັງ ທິນນັງປຸນຍະຜະລັງ ມະຍາ ເຍຈະຕັດຖານະ ຊານັນຕິ ເທວາຄັນຕະວາ ນິເວທະຍຸງ ສັບເພໂລກຳຫິເຍສັດຕາ ຊິວັນຕາ ຫາຣະ ເຫດຕຸກາ ມະນຸນຍັງ ໂພສະນັງ ສັບເພ ລະພັນຕຸ ມະມະ ເຈຕະສາ.

ອ່ານຕໍ່

ບົດສູດມົນຂ້າມປີ ກັບ 10 ບົດສວດສຸດຍອດເສີມມຸງຄຸນຊີວິດ

ຫລາຍຄົນມີຄວາມເຊື່ອວ່າ ການກ້າວເຂົ້າສູ່ປີໃໝ່ ຖ້າເຮົາທຳແຕ່ສິ່ງທີ່ດີ, ຄິດໃນສິ່ງທີ່ດີ ແລະ ເວົ້າໃນສິ່ງທີ່ດີ ໃນຄ່ຳຄືນສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ນັ້ນ ຈະຊ່ວຍໃຫ້ພວກເຮົາໄດ້ພົບເຈີແຕ່ສີ່ງທີ່ດີໃນຊີວິດ. ເພາະສະນັ້ນ, ການສວດມົນຂ້າມປີໃນຄືນຂອງວັນທີ 31/12/2022 ໃນຊ່ວງເວລາຕໍ່ຈາກປີເກົ່າເຂົ້າຫາປີໃໝ່ 2023 ເປັນການເສີມສີຣິມຸງຄຸນ ແລະ ສ້າງບຸນບາຣະມີເປັນຢ່າງຍີ່ງໃຫ້ແກ່ຕົນເອງ ແລະ ຄອບຄົວ. ມີື້ນີ້ທາງທີມງານ ທຳມະລາວ ຈຶ່ງໄດ້ລວບລວມເອົາ ບົດສວດມົນຂ້າມປີ ທີ່ນິຍົມກັນສວດຫລາຍທີ່ສຸດມາຝາກກັນ ຊຶ່ງຜູ້ທີ່ມີຄວາມສົນໃຈສາມາດພີມອອກ ແລະ ໄປເຝຶກຕຽມຕົວກັນໄດ້ເລີຍ. ອິທັງ ເມ ຍາຕິນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ.ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ຍາດທັ້ງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັ້ງຫລາຍຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ ອິທັງ ເມ ຄຸຣູປັຊຊາຍາຈະຣິຍານັງ ໂຫຕຸ ສຸຂິຕາໂຫນຕຸ ຄຸຣູປັຊຊາຍາຈະຣິຍາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າຈົ່ງມີຄວາມສຸກ ອິທັງ ສັພພະເທວະຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັພເພເທວາຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເທວະດາທັ້ງຫລາຍທັ້ງປວງ ຂໍໃຫ້ເທວະດາທັ້ງຫລາຍທັ້ງປວງ ຈົ່ງມີຄວາມສຸກ ອິທັງ…

ອ່ານຕໍ່

ບູນປີໃໝ່ລາວ

ຕຸດ​ສົງ­ການ ຫມາຍ​ເຖິງ​ພະ​ອາທິດ​ໄດ້​ເຄື່ອນ​ຍ້າຍ​ຈາກ​ປີ​ເກົ່າ​ເຂົ້າສູ່​ປີ​ໃຫມ່, ຕຸດຫມາຍ​ເຖິງ​ຕັດ ຫລື ສິ້ນ​ໃຫ້​ຫມົດ​ໄປ, ສົງ­ການ ຫມາຍເຖິງ​ການ​ເຄື່ອນ​ຍ້າຍ ໂດຍ​ເພິ່ນ​ຖືເອົາ​ສຸ­ລິ­ຍະ​ຄະ­ຕິ​ກົງ​ກັບ​ວັນ​ທີ 13-14 ແລະ 15 ຄ່ຳ ເດືອນ​ເມ­ສາ​ຂອງທຸກໆ​ປີ​ເປັນ​ວັນ​ຈັດ​ງານ​ບຸນ­ປີ­ໃຫມ່ລາວ, ຂໍ​ຢ່າ​ຊູ​ເວົ້າ “ກຸດ” ເຊິ່ງ​ມັນມີ​ຄວາມ​ວ່າ ກຸດ​ຫ້ຽນ​ໄປ​ເລີຍ, ທັງແມ່ນ​ພາ­ສາ​ເວົ້າ​ຂອງ​ຈີນ ແລະ ຫວຽດ­ນາມ, ສ່ວນ​ຄຳ​ວ່າ “ຕຸດ” ນັ້ນ​ແມ່ນ​ພາ­ສາ​ເວົ້າ​ເດີມ​ຂອງ​ລາວແທ້. ເພິ່ນ​ເຄີຍ​ເວົ້າ​ມາ​ແຕ່​ດຶກ​ດຳບັນ ເຊິ່ງ​ມີ​ຄວາມ​ຫມາຍ­ວ່າ: “ຢຸດຢູ່​ກ່ອນ” ສ່ວນ​ສົງ­ການ​ແມ່ນ​ເຄື່ອນຍ້າຍ​ໄປ​ສິ້ນ​ປີ​ເກົ່າ​ແລ້ວສົງ­ການ​ປີໃຫມ່​ກ້າວ​ ເຂົ້າ​ມາ​ແທນ​ຕາມ​ສຸ​ລິຍະ​ຄະ­ຕິ ດັ່ງ​ວ່າ ສົງ­ການ ເປັນ​ມື້​ທີຫວ່າງ​ກາງ​ປີ​ເກົ່າ​ກັບ​ປີ​ໃຫມ່​ນັ້ນເປັນ​ມື້​ຕຸດ​ຢູ່​ນີ້​ເອງ. ເຫດ­ຜົນ ແລະ ຄວາມ​ເປັນ​ມາຂອງ​ບຸນ­ປີ­ໃຫມ່​ລາວ (ບຸນ​ຕຸດ​ສົງການ​ລາວ) ແມ່ນ​ອີງ­ໃສ່​ນິ­ທານ​ພື້ນເມືອງ ແຕ່​ກ່ອນ​ຍັງ​ມີ​ຊາຍ​ຄົນ​ຫນຶ່ງຊື່­ວ່າ: ທຳ​ມະ​ບານ​ກຸມ­ມານ (ຄຳປາ­ລີ = ທຳ​ມະ​ປະ­ລະ) ເປັນ​ລູກຊາຍ​ຂອງ​ມະ­ຫາ​ເສດ­ຖີ​ຢູ່​ເມືອງຫນຶ່ງ (ບໍ່​ຊາບ​ຊື່) ມີ​ຜາ­ສາດ​ເຈັດຊັ້ນ, ຕັ້ງ​ຢູ່​ແຄມ​ແມ່­ນ້ຳ, ທຳ​ມະບານ​ການ​ກຸມ­ມານ​ຮຽນ​ຈົບ​ໄຕເພັດ (ມະ­ນຸດ, ສັດ, ສັງ­ຄົມ​ສາດ) ເປັນ​ຄົນ​ຮອບ​ຮູ້​ສະ­ຫລາດ​ເປັນ​ນັກປາດ​ອາ­ຈານ​ເກ່ງ​ກ້າ ​ຊື່​ສຽງ​ລືນາມ​ປາ­ກົດ​ໄປ​ທົ່ວ​ພົມ​ມະ​ໂລກ, ເທວະ​ໂລກ, ມະ­ນຸດ­ສະ­ໂລກ​ຈົນ​ສົ່ງຜົນ​ສະ­ທ້ອນ​ຮອດ​ກະ­ບິນ​ລະ​ພົມຜູ້ເປັນ​ເຈົ້າ​ພົມ​ມະ​ ໂລກ ເຊິ່ງ​ມີ​ຄວາມເກ່ງ​ກ້າ​ສາ­ມາດມີ​ຊື່​ສຽງ​ຮຽງນາມ​ເຫມືອນ​ກັນເມື່ອ​ໄດ້​ຍິນ​…

ອ່ານຕໍ່

ບຸນເຂົ້າພັນສາ

ບຸນເຂົ້າພັນສາ ວັນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 ປະວັຕວັນເຂົ້າພັນສາ ຄວາມສຳຄັນແລະກິດຈະກັມມາຝາກ ຄືວັນສຳຄັນທາງພຸດທະສາສນານັ້ນຄື “ວັນເຂົ້າພັນສາ” ຊຶ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ຫນຶ່ງ ຕະຫລອດຣະຍະເວລາລະດູຝົນທີ່ມີກຳຫນົດເປັນຣະຍະເວລາ 3 ເດືອນ ຕາມທີ່ພຣະທັມວິນັຍບັນຍັຕໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລື ທີຮຽກຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະວັຕວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ຫມາຍເຖິງ ພຣະພິກຂຸສົງຄ໌ຕ້ອງຢູ່ປະຈຳ ໃນວັດໃດວັດຫນຶ່ງຣະຫວ່າງລະດູຝົນ ໂດຍເຫຕທີ່ພຣະພິກຂຸໃນສມັຍພຸດທະກາລ ມີຫນ້າທີ່ຈະຕ້ອງຈາຣິກໂປດສັຕວ໌ ແລະເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳຫນິວ່າໄປຢຽບເຂົ້າກ້າແລະພືດພັນອື່ນໆ ຈົນເສຍຫາຍ ພຣະພຸດທະເຈົ້າຈຶ່ງຊົງວາງຣະບຽບກາຣຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕລອດ 3 ເດືອນ ໃນຣະດູຝົນ ຄືເຣີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ “ປຸຣິມພັນສາ” ຖ້າປີໃດມີເດືອນ 8 ສອງຄັ້ງ(ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫລັງ…

ອ່ານຕໍ່

ບຸນພຣະເຫວດ

ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕ ທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງ ຍືດ ຍາວ ຟັງແລ້ວມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກ ແລະ ຕື້ນ ຟັງແລ້ວ ໃຫ້ເກີດສັດທາ ຄວາມເຫລື້ອມໃສ ບຸນພຣະເວສຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນ ຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ຈິ່ງເອີ້ນກັນອີກຢ່າງນຶ່ງວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣ ເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນມາເຫິງນານ ຈົນເປັນປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງ ຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີຕາມໄດ້ ລາງເທື່ອບໍ່ໄດ້ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ…

ອ່ານຕໍ່

ບຸນກະຖິນ

ເດີມທີຄວາມເປັນມາຂອງງານກະຖິນມີເຣື່ອງເລົ່າວ່າ  ໃນຄັ້ງພຸທກາລມີພິກຂຸຊາວເມືອງປາຖາ 30ອົງຄ໌ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າ ພຣະ ພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ  ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ ສເມີ.          ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະ ລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ…

ອ່ານຕໍ່

ຕຳລາພົມມະຊາດແບບບູຮານ

ຊາຍ ຫລື ຍິງ ຕ້ອງການຢາກຮູ້ວ່າ ໃນໄລຍະປີໃດດວງຊະຕາປີທີ່ຕົກນັ້ນ ຈະດີ ຫລື ຮ້າຍ ໃຫ້ຖືຫລັກທຳນາຍຕາມໄລຍະຊວ່ງປີທີ່ຕົກນັ້ນ ຖ້າເປັນຊາຍ ໃຫ້ນັບເລີ່ມຕົ້ນອາຍຸຈາກເຈດີ ໂດຍເຈດີຄືປີທີ 1 ວຽນໄປທາງຂວາມື (ສວນກັບເຂັ້ມໂມງ) ຈົນໃຫ້ຄົບອາຍຸປະຈຸບັນ ແລະ ຖ້າເປັນຜູ້ຍິງ ໃຫ້ນັບເລີ່ມຕົ້ນອາຍຸຈາກເຈດີ ໂດຍເຈດີ ຄືປີທີ່ 1 ວຽນໄປທາງຊ້າຍມື (ຕາມເຂັ້ມໂມງ) ຈົນຄົບອາຍຸປະຈຸບັນ, ຈາກນັ້ນກໍ່ເບີ່ງຕາມຄວາມໝາຍຂອງປີທີ່ຕົກຢູ່ໃນປະຈຸບັນນັ້ນດັ່ງນີ້: 1.   ຖ້າຕົກທີ່ “ເຈດີ ” ທາຍວ່າ ປີນັ້ນຈະຢູ່ເຢັນເປັນສຸກ ຈະມີຄວາມສຸກກາຍສຸກໃຈ ຈະໄດ້ທຳບຸນກຸສົນໃນສາສະນາ ປາດຖະໜາສິ່ງໃດ ຍອມໄດ້ສົມໃຈນຶກແລ. 2. ຖ້າຕົກທີ່ “ ຊັດເງິນ ” ທາຍວ່າ ປີນ້ັ້ນຈະມີລາບຜົນເງິນທອງ ໃຊ້ພໍສະບາຍ ບໍ່ເດືອດຮ້ອຍພາຍໃນຄອບຄົວ ໄປທາງທິດໃດ ຈະມີຄົນອຸປະຖຳຄ້ຳຊູພໍປະມານແລ. 3. ຖ້າຕົກທີ່ “ ຄໍຂາດ ” ທາຍວ່າ ປີນັ້ນ ຈະປະສົບຄວາມຮ້ອນອົກຮ້ອນໃຈ ຈະມີຄະດີຄວາມເຖິງໂຮງເຖິງສານ ທຳໃຫ້ຕ້ອງເສັຍເງິນທອງຂອງຮັກ ບໍ່ມີເວລາປະກອບອາຊີບ…

ອ່ານຕໍ່

ສູນປະຕິບັດທຳ ວັດວິໂມກຂະວະ ນາຣາມ

ສູນປະຕິບັດທຳແຫ່ງນີ້ ຕັ້ງຢູ່ໃນ ວັດວິໂມກຂະວະນາຣາມ, ບ້ານສາລາຄໍາ (ທາງເຂົ້າວັດແມ່ນຂ້າງວັດສັສວາດສາລາຄຳ), ຫລັກ 10, ຖະນົນທ່າເດືອ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ.         ຕາມການສອບຖ່າມຈາກແມ່ຊີທ່ານໜຶ່ງ (ເພີ່ນເຂົ້າມາຢູ່ທີ່ນີ້ເປັນເວລາຫລາຍກວ່າ 15 ປີ ແລ້ວ), ອະທິບາຍໃຫ້ຟັງວ່າ: ໃນສູນແຫ່ງນີ້ ມີແມ່ຊີ-ແມ່ຂາວທັງໝົດ 50 ກ່ວາຄົນ (ຊ່ວງທ້າຍເດືອນສິງຫາ 2022) ແລະ ພໍ່ຂາວ 5 ຄົນ. ຊຶ່ງຜູ້ທີ່ເຂົ້າມາປະຕິບັດທໍາມີທັງໄລຍະສັ້ນ ແລະ ຍາວ, ມີຈໍານວນຫລາຍແມ່ນໃນຊ່ວງເຂົ້າພັນສາ ແລະ ສຳລັບການສັນອາຫານແມ່ນຄາບດຽວຄືກັນໝົດ. ໜ້າທີ່ຫລັກໆ ແຕ່ລະວັນ ແມ່ນເຂົ້າຮ່ວມກັນໄຫ້ວພຣະ-ສວດມົນ 3 ຄັ້ງຕໍ່ວັນ ຄື: ຕອນເຊົ້າປະມານ 3-5 ໂມງເຊົ້າ, ຕອນສວຍ 13:30-15 ໂມງ ແລະ ຕອນແລງແມ່ນ 17-19ໂມງ. ສ່ວນການຟັງເທດສະນາຈາກພຣະສົງຈະມີທຸກໆ ວັນເສົາ ແລະ ອາທິດຕອນແລງ ຫລັງຈາກໄຫ້ວພຣະ-ສວດມົນສຳເລັດແລ້ວ.         ໃນວັດແຫ່ງນີ້ມີຫໍໜັງສືທຳມະໄວ້ໃຫ້ຄົນເຂົ້າອ່ານ…

ອ່ານຕໍ່