ສາສະນາພຸດ

ວິບາກກຳຈາກການຫລິ້ນຊູ້, ຝ່າຝືນສິນຂໍ້ 3, ບາບໜັກ

ທຸກມື້ນີ້ ເລື່ອງຂອງການນອກໃຈ ມີໃຫ້ເຫັນ​ຢູ່​ເລື້ອຍໆ ທັງເລື່ອງຜົວໄປມີເມຍນ້ອຍ, ແອບໄປມີກິກ ຫລື ມີເພດສຳພັນແບບລັບໆ, ລວມທັງລ້ຽງສາວໆ ແບບລັບໆ ທີ່ມັກເຫັນໃນສື່ຕ່າງໆ. ບາງ​ຄົນກໍເຫັນ​ກັນ​ຈົນ​ຮູ້ສຶກ​ຄຸ້ນ​ເຄີຍ​ແລະລຶ່ງໄປແລ້ວ. ເຊິ່ງບັນຫາເຫຼົ່ານີ້ ທີ່​ຈະ​ພາ​ໄປ​ເຖິງ​ບັນ​ຫາ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມໂດຍລວມ ​ເຊັ່ນ​: ບັນ​ຫາ​ການ​ຢ່າ​ຮ້າງ​, ບັນຫາເດັກເປັນກໍາພ້າ ເຮັດໃຫ້ເດັກມີບັນຫາ. ນອກນັ້ນ ການປະພຶດຜິດທາງເພດແບບນີ້ ມັນຍັງຖືວ່າເປັນການຜິດສີນຢ່າງຮ້າຍແຮງ. ຜົນສະທ້ອນທີ່ອາດຈະໄດ້ຮັບໃນຊາດນີ້ 1. ໂລກໄພໄຂ້ເຈັບມາຢາມ ການມັກຫລາຍໃນທາງກາມມະລົມ ອາດຈະທຳໃຫ້ເກີດໂລກຕິດຕໍ່ທາງເພດສຳພັນ ລວມທັງຄວາມຄຽດຈາກການສັບຮ່າງຕົວະຍົວະຫຼອກລວງ ຍັງຈະສົ່ງຜົນເສຍຕໍ່ກັບຮ່າງກາຍ ແລະ ມັນສະໝອງ. 2. ແຍກຈາກຄົນທີ່ຮັກແທ້ ດ້ວຍການເປັນຄົນຫລອກລວງ, ບໍ່ຈິງໃຈ, ໃນທີ່ສຸດ ມັນຈະເຮັດໃຫ້ຄົນທີ່ຮັກຕົນເອງແທ້ໆ ຄ່ອຍໆ ຕີຕົວອອກຈາກໄປ, ປ່ອຍປະໃຫ້ຜົວທີ່ນອກໃຈ ຕ້ອງທົນທຸກທໍລະມານກັບຄວາມໂດດດ່ຽວ ເຖິງແມ່ນວ່າມີຄວາມຕ້ອງການຄົນທີ່ມີຄວາມເປັນຫ່ວງເປັນໄຍທີ່ສຸດ 3. ອາດຈະຖືກທໍາຮ້າຍຈາກຄົນອື່ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ທີ່​ໄດ້​ເຮັດ​ກັບ​ຄົນ​ອື່ນ, ຈຶ່ງບໍ່ຕ້ອງສົງໃສເລີຍທີ່ຈະຕ້ອງຖືກປ້ອງຮ້າຍ ຈາກຄົນທີ່ຖືກທຳຮ້າຍມາກ່ອນ. 4. ຖ້າມີລູກ ລູກຈະບໍ່ເຊື່ອຟັງ ດ້ວຍຄວາມທີ່ລູກໄດ້ເຫັນຕົວຢ່າງທີ່ບໍ່ດີ ຈຶ່ງເປັນສາຍເຫດ​ທີ່​ເຮັດ​ໃຫ້​ເດັກ​ນ້ອຍ​ດື້​ດ້ານ, ມີນິໃສຫຍາບຄາຍ ແລະ ບໍ່ໃຫ້ຄວາມນັບຖື 5. ຊີວິດບໍ່ຈະເລີນຮຸ່ງເຮືອງ…

ອ່ານຕໍ່

40 ຂໍ້ ກົດແຫ່ງກຳທີ່ມະນຸດຕ້ອງພົບເຈີ

ເລື່ອງຂອງກົດແຫ່ງກຳ ເປັນສິ່ງທີ່່ທຸກຕ້ອງພົບເຈີເລື່ອຍໆ ແລະ ຈະເຮັດແນວໃດເພື່ອຫລຸດກຳນັ້ນລົງ.  1. ກຳທີ່ບໍ່ມີລູກ ເວນກຳຈາກ: ຈາກການທຳຮ້າຍລູຸກຂອງສັດອື່ນ, ພັດພາກສັດອື່ນຈາກພໍ່ແມ່ຂອງພວກເຂົາ ຫລື ເຄີຍຂົ່ມເຫ່ງລູກຂອງຄົນອື່ນ. ຫຼຸດຜ່ອນກຳ:  ດ້ວຍການຢຸດກິນຊີ້ນສັດທຸກໆ 7 ວັນໃນທຸກໆ ເດືອນ, ທຳບູນປ່ອຍປາ, ປ່ອຍນົກປ່ອຍກາ, ທຳບຸນບໍລິຈາກທານ ທີ່ມູນິທິສັດ ຫລື ມຸນິທິສັດອອ່ນ. 2. ເຈັບປ່ວຍເລື່ອຍໆ ຫລື ເປັນໂລກຮ້າຍ ເວນກຳຈາກ:  ເຄີຍທຳທາລຸນກຳຕໍ່ສັດ ຫຸດຜ່ອນກຳ: ດ້ວຍການທຳບຸນທຳທານກັບສັດອານາຖາ, ໃຫ້ອາຫານໃຫ້ຄວາມເມດຕາ, ຊື້ຢາ ຫລື ບໍລິຈາກເງິນໃຫ້ໂຮງໝໍສົງ, ທຳບູຸນປ່ອຍເຕົ່າ, ຢຸດກິນເນື້ອສັດຕະຫລອດຊີວີດ. 3. ຕາບອດ ຫລື ເປັນໂລກຕາ ເວນກຳຈາກ: ເຄີຍທຳຮ້າຍສັດທີ່ດວງຕາ ຫລື ບໍ່ເຄີຍທຳບຸນຕື່ມນ້ຳມັນກະຕຽງໃນຊາດກ່ອນ, ຫລື ເຄີຍທຳລາຍໄຟຟ້າຂອງວັດ ຫລື ຂອງສາທາລະນະ. ຫຸດຜ່ອນກຳ: ຊື້ໂຄມໄຟ ຫລື ຫລອດໄຟຖວາຍວັດ, ຖວາຍທຽນຫໍ່ໃຫ່ຍ, ຖວາຍໄຟສາຍ, ເຕີມນ້ຳມັນກະຕຽງທຸກວັນສິນ,ບໍລິຈາກເງິນໃນກລອ່ງ…

ອ່ານຕໍ່

ວັດ ກັບ ການບວດ

     ຄຳວ່າ ‘’ ວັດ ‘’ ໝາຍເຖິງ ສະຖານທີ່ສຳຄັນໃນທາງພຸທທະສາສໜາ ເປັນທີ່ອາໄສຂອງພຣະສົງສຳມະເນນ ໃຊ້ເປັນສະຖານທີ່ຝຶກຝົນຕົນເອງ, ເຜີຍແຜ່ສິນທຳ ແລະ ເຜີຍແຜ່ສິ່ງທີ່ດີງາມໃຫ້ແກ່ພຸທທະສາສໜາ, ພຸທທະສາສະນິກະຊົນ ຫລື ພຸທທະບໍລິສັດທັງຫລາຍຜູ້ທີ່ມາທຳບຸນ, ໃຫ້ທານ, ຮັກສາສິນຜູ້ທີ່ມາອົບຮົມຝຶກຈິດພາວະນາ ໃຊ້ເປັນສະຖານທີ່ລວມນ້ຳໃຈຂອງຄົນລາວທົ່ວປະເທດ ໄດ້ມາທຳບຸນກັນໃນວັນສຳຄັນທາງພຸທທະສາສໜາ. ວັດຈຶ່ງມີຄຸນຄ່າ ເປັນຂອງຄູ່ກັນມາກັບພຸທທະສາສໜານັບເປັນເວລາຫລາຍພັນປີມາແລ້ວ, ວັດນັບໄດ້ວ່າເປັນສະຖານທີສາທາລະນະປະໂຫຍດສຳລັບທຸກຊົນຊັ້ນ,  ທຸກເພດ, ທຸກໄວ ຜູ້ມີຄວາມປະສົງຕ້ອງການທຳບຸນໃຫ້ທານ, ສ້າງກຸສົນຕ່າງໆ ກໍ່ຈະຕ້ອງນຶກເຖິງວັດ ເຊັ່ນ: ການໄປທຳບຸນໃນວັນພຣະ, ວັນເກີດ, ວັນຕາຍ, ບວດລູກບວດຫລານ ຫລື ເປັນສະຖານທີ່ປະຕິບັດທັມຂອງອຸປາສົກ, ອຸປາສິກາ,  ທອດກະຖິນ, ຜ້າປ່າສາມັກຄີ, ງານບຸນປີໃໝ່ ແລະ ອື່ນໆ ໄດ້ປະຕິບັດ ສືບທອດກັນມາ ໃນສະໄໝອະດິດຈົນຮອດປະຈຸບັນ. “ວັດ” ເປັນເຮືອນຫລັງທີສອງ ຂອງພຸທທະບໍລິສັດທັງຫລາຍ ເປັນທີ່ພັກກາຍ, ສະຫງົບໃຈ ຊ່ວຍຜ່ອນຄາຍຄວາມທຸກໄດ້ບໍ່ຫລາຍກໍ່ໜ້ອຍ ຕາມກຳລັງສະຕິປັນຍາ ຂອງຜູ້ທີ່ເຂົ້າມາປະຕິບັດທັມເພື່ອຂັບໄລ່ ກິເລດ ຕັນຫາ ໃຫ້ບັນເທົາເບົາບາງລົງ.    …

ອ່ານຕໍ່

ຄວາມຮູ້ເບື້ອງຕົ້ນກ່ຽວກັບສິມ ຫລື ພັດທະສີມາ

     ພັດທະສີມາ ຫຼື ສີມາ ຫຼືສີມເປັນອາຄານສະຖານທີ່ສຳຄັນພາຍໃນວັດ ເນື່ອງຈາກເປັນສະຖານທີ່ທີ່ພຣະສົງຄ໌ໃຊ້ທໍາ ສັງຄະກັມ ຊຶ່ງໃນສມັຍພຸທກາລນັ້ນການທຳສັງຄະກັມຂອງພຣະສົງຄ໌ຈະໃຊ້ໃນພື້ນທີ່ໂລ່ງແຈ້ງ ທີ່ໄດ້ກຳນົດຂອບເຂດພື້ນທີ່ ສັງຄະກັມ, ໂດຍການກຳນົດຕຳແໜ່ງ “ສີມາ” ເທົ່ານັ້ນ ແຕ່ໃນປັດຈຸບັນໄດ້ມີຜູ້ມາບວດຫຼາຍຂື້ນ ແລະ ພາຍໃນສີມນັ້ນ ໄດ້ປະດິສຖານ ພຣະພຸທຮູບອົງສຳຄັນໆ ຈຶ່ງມີຜູ້ມາສັກກາຣະບູຊາ ແລະ ຮ່ວມທຳບຸນເປັນຈຳນວນຫລວງຫລາຍ ຈຶ່ງໄດ້ສ້າງສີມ ໃຫ້ເປັນອາຄານຖາວອນ ແລະ ມີການປະດັບຕົກແຕ່ງຢ່າງສວຍງາມ. 1. ຄວາມໝາຍແລະຄວາມເປັນມາຂອງພັດທະສີມາ      ພັດທະສີມາ ຫຼື ສິມ ມາຈາກຄຳວ່າ “ສີມາ” ຊຶ່ງເປັນພາສາບາລີ ໝາຍເຖິງ ເຂດແດນທີ່ສົງຄ໌ກຳນົດໄວ້ເປັນບ່ອນປະຊຸມ ຂອງສົງຄ໌ , ພຣະທັມປິດົກ (ປ.ອ.ປຍຸຕໂຕ) ກ່າວວ່າ “ສີມາ” ໝາຍເຖິງເຂດກໍານົດຄວາມພ້ອມພຽງຂອງສົງຄ໌ ເຂດທີ່ສົງຄ໌ຕົກລົງໄວ້ ສຳຫຼັບພິກຂຸທັງຫຼາຍທີ່ຢູ່ພາຍໃນເຂດນັ້ນ ຈະຕ້ອງທຳສັງຄະກັມຮ່ວມກັນ ແລະ ວັຈນານຸກົມພຸທສາດ ສະບັບປະມວນທັມໃຫ້ຄຳ ຈຳກັດຄວາມສີມາວ່າ: ກຳແພງ ເຂດແດນເຊັ່ນ: ເຂດບ້ານ ແດນນາ ຊຶ່ງກົງກັບພາສາອັງກິດວ່າ…

ອ່ານຕໍ່

ປະຫວັດຂອງພຣະສີວະລີ

ພຣະສີວະລີ ເປັນໂອຣົສຂອງພຣະນາມສຸບປະວາສາ ຣາຊທິດາແຫ່ງໂກລິຍະນະຄອນ ຕັ້ງແຕ່ທ່ານຈຸຕິລົງມາເກີດໃນຄັນຂອງພຣະມານດາ ໄດ້ເຮັດໃຫ້ລາບສັກກາຣະ ເກີດຂຶ້ນແກ່ພຣະມານດາເປັນອານັນ ທ່ານອາໄສຢູ່ຄັນຂອງພຣະມານດາ ດົນເຖິງ 7 ປີ 7 ເດືອນ 7 ວັນ ເມື່ອເຖິງເວລາຈະປະສູດ ພຣະມານດາ ໄດ້ຮັບທຸກຂະເວທະນາຢ່າງແຮງກ້າ ພຣະນາງຈຶ່ງຂໍໃຫ້ພຣະສາມີໄປຂາບບັງຄົມທູນຂໍພຣະພອນ ຈາກພຣະສັມມາສັມພຸທທະເຈົ້າ ແລະ ພຣະອົງກໍ່ຊົງຕັດປະທານພອນແກ່ພຣະນາງວ່າ : “ ຂໍພຣະນາງສຸບປະວາສາ ພຣະຣາຊທິດາແຫ່ງພຣະເຈົ້າໂກລິຍະ ຈົ່ງຜູ້ມີຄວາມສຸຂ ປຣາສະຈາກໂຣຄາພະຍາດ ປະສູດພຣະຣາຊະໂອຣັສເປັນຜູ້ປຣາສະຈາກໂຣຄ ” ດ້ວຍອໍານາດແຫ່ງພຣະພຸທທານຸພາບ ທຸຂເວທະນາຂອງພຣະນາງ ກໍ່ອັນຕະທານຫລາຍໄປ ພຣະນາງປະສູດພຣະຣາຊະໂອຣົສຢ່າງງ່າຍດາຍ ເຫມືອນນ້ຳໄຫລອອກຈາກຫມໍ້ ບັນດາພຣະຍາຕິວົງທັງຫລາຍ ຈຶ່ງໄດ້ຂະໜາດນາມພຣະໂອຣົສຂອງພຣະນາງສຸບປະວະສາວ່າ: ສີວະລີກຸມມານ ເມື່ອພຣະນາງມີພຣະວໍຣະກາຍທີ່ແຂງແຮງດີແລ້ວ ຈຶ່ງມີພຣະປະສົງທີ່ຈະຖວາຍທານ ຕິດຕໍ່ກັນເປັນເວລາ 7 ວັນ ຈຶ່ງບອກຄວາມປະສົງແກ່ສາມີໃຫ້ຂາບອະຣາດທະນານິມົນ ພຣະສັມມາສັມພຸທທະເຈົ້າ ພ້ອມດ້ວຍພຣະພິຂຸສົງສາວົກ ມາຮັບມະຫາທານ ແລະ ອາຫານບິນທະບາຕ ໃນຄັ້ງນີ້ ຕະຫລອດ 7 ວັນ ໃນວັນຖວາຍມະຫາທານນັ້ນ ສີວະລີກຸມມານ ມີພຣະວໍຣະກາຍທີ່ເຂັ້ມແຂງ ປຽບດັ່ງຜູ້ມີພະຊົນ…

ອ່ານຕໍ່