admin

ລັກສະນະພຣະພຸດທະສາສະນາ

ພຣະພຸດທະສາສະນາ ຫຼືສາສະນາພຸດ ເປັນສາສະນາໜຶ່ງທີ່ສຳຄັນແລະຈັດເປັນ ສາສະນາສາກົນ ມີອົງພຣະສັມມາສັມພຸດທະເຈົ້າ ຊົງເປັນອົງພຣະບໍຣົມສາສະດາ ມີພຣະທັມຄໍາສອນ ທີ່ອົງພຣະບໍຣົມສາສະດານັ້ນ ຊົງຕັດສະຮູ້ໂດຍຖືກຕ້ອງສຸດ ດ້ວຍພຣະອົງເອງແລ້ວ ໄດ້ຕັດສອນໄວ້ເປັນ ຫຼັກຄຳສອນສຳຄັນ ແລະມີພຣະສົງຫຼື ພຸດທະບໍຣິສັດທັງ ໔ ເປັນຊຸມຊົນ ຂອງຜູ້ນັບຖືພຣະສາສະນາ ແລະສຶກສາປະຕິບັດ ຕົນຕາມຫຼັກທັມຄຳສັ່ງສອນ ເພື່ອຮັກສາສືບທອດໄວ້ ເຊິ່ງຄຳສັ່ງສອນຂອງອົງພຣະ ບໍຣົມສາສະດາ ພຣະອົງນັ້ນ ເມື່ອລວມພຣະພຸດທະເຈົ້າ ພຣະທັມ ແລະພຣະສົງ ເຂົ້າດ້ວຍກັນເອີ້ນວ່າ ພຣະຣັດຕະນະໄຕຣ. ພຣະພຸດທະສາສະນາ ເປັນສາສະນາອະເທວະນິຍົມ ປະຕິເສດ ອຳນາດຍິ່ງໃຫຍ່ ແລະຄວາມມີຢູ່ຂອງພຣະເປັນເຈົ້າ ຫຼືພຣະຜູ້ສ້າງ ແຕ່ສອນຊົງໃຫ້ເຊື່ອໝັ້ນໃນ ສັກກະຍະພາບຂອງມະນຸດວ່າ ມະນຸດທຸກຄົນ ສາມາດພັດທະນາຈິດໃຈ ໄປສູ່ ຄວາມເປັນມະນຸດທີ່ສົມບູນໄດ້ ດ້ວຍການເຝິກຝົນອົບຮົມຕົນ ດ້ວຍຄວາມພາກ ພຽນພະຍາຍາມຂອງຕົນ ກ່າວຄື ພຣະພຸດທະສາສະນາ ສອນໃຫ້ມະນຸດບັນດານ ຊີວິດຂອງຕົນເອງ ດ້ວຍຜົນແຫ່ງການກະທຳຂອງຕົນ ຕາມກົດແຫ່ງກັມ (ຫຼັກ ຄວາມສົມເຫດສົມຜົນຂອງການກະທໍາ) ບໍ່ແມ່ນໄດ້ມາຈາກການອ້ອນວອນ ຮ້ອງ ຂໍຈາກພຣະເປັນເຈົ້າ ແລະສິ່ງສັກສິດຈາກພາຍນອກເຊິ່ງເປັນເລື່ອງໄກຕົວ…

ອ່ານຕໍ່

ພຣະພຸດທະສາສະນາໃນປະເທດລາວ

ໃນພຸດທະສະຕະວັດທີ ໑ ຄືປີ ພ.ສ. ໘ (ກ່ອນ ຄ.ສ. ໕໓໕ ປີ) ພຣະເຈົ້າ ນັນທະເສນ ແຫ່ງ ນະຄອນສີໂຄດຕະບຸນ ແລະພຣະເຈົ້າແຜ່ນດິນທັງ ໔ ພຣ ນະຄອນ ພ້ອມດ້ວຍ ພຣະມະຫາກັດສະປະເຖຣະເຈົ້າ ພຣະອານົນເຖຣະເຈົ້າ ແລະພຣະອະຣະຫັນ ໕໐໐ ອົງ ໄດ້ມາສ້າງອຸບໂມງພຣະທາດພະນົມ ບັນຈຸ ພຣະອຸຣັງ ຄະທາດ (ກະດູກສ່ວນໜ້າເອິກ) ຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ທີ່ ດອຍກະປະນະຄິຣີພູກ່ຳພ້າ ມາເຖິງປີ ພ.ສ. ໘໐ (ກ່ອນ ຄ.ສ. ໔໖໓ ປີ) ພຣະ ເຈົ້າຈັນທະບຸຣີປະສິດທິສັກ ແຫ່ງ ນະຄອນສຸວັນນະພູມໜອງຄັນແທເສື້ອນ ພ້ອມ ດ້ວຍພຣະອະຣະຫັນ ໕ ອົງ ໄດ້ສ້າງອຸບໂມງພຣະທາດຫຼວງ ເພື່ອບັນຈຸພຣະບໍຣົມ ສາຣີກະທາດພຣະຄຸຍຫະທາດ) ຂອງອົງພຣະບໍຣົມສາສະດາ ເປັນອັນວ່າ ພຣະ ພຸດທະສາສະນາເຖຣະວາດ ແບບທີ່ພວກເຮົານັບຖືກັນຢູ່ໃນລາວປັດຈຸບັນ ໄດ້ແຜ່…

ອ່ານຕໍ່

ພຣະນິພພານ

ຄຳວ່າ ນິພພານ ມາຈາກ ນິ ອຸປະສັກ ແປວ່າ ອອກໄປ ໝົດໄປ ບໍ່ມີ ເລີກ ແລະ ວານະ ແປວ່າ ພັດ ໄປ ຫຼືເປັນໄປ ເຄື່ອງຮ້ອຍຮັດ ໃຊ້ເປັນກິຣິຍາຂອງໄຟ ຫຼື ການມອດໄຟ ຫຼືຂອງທີ່ຮ້ອນເພາະໄຟ ເມື່ອເອົາຄຳທັງ 2 ມາລວມກັນ ນິ + ວານະ = ນິວ່ານະ ແປງ ວ ເປັນ ພ ແລ້ວຊ້ອນ ພ ຂ້າງໜ້າ ເປັນ ນິພພານະ ແປວ່າ ດັບໄຟ ຫຼືດັບຮ້ອນ ໝາຍເຖິງ ຫາຍຮ້ອນ ເຢັນລົງ ຫຼື ເຢັນສະບາຍ (ແຕ່ບໍ່ແມ່ນດັບສູນ) ສະແດງພາວະທາງຈິດໃຈ ໝາຍເຖິງ ເຢັນໃຈ ສົດຊື່ນ ຊຸ່ມເຢັນໃຈ ດັບຄວາມ ຮ້ອນໃຈ ຫຼືແປວ່າ…

ອ່ານຕໍ່

ປະຫວັດພຣະພຸດທະສາສະນາ

ຫຼັງຈາກ ທີ່ອົງພຣະສັມມາສັມພຸດທະເຈົ້າ ຊົງຕັດສະຮູ້ພຣະສັມໂພທິຍານແລ້ວ ໄດ້ສະເດັດໄປໂຜດ ພຣະປັນຈະວັກຄີ ທີ່ປ່າອິສິປະຕະນະມິຄະທາຍະວັນ ພຣະ ນະຄອນພາຣານະສີ ແຄວ້ນກາສີ ພຣະອົງໄດ້ຊົງສະແດງ ພຣະທັມມະຈັກກັບປະ ວັດຕະນະສູດ ທີ່ເອີ້ນວ່າ ປະຖົມມະເທສະນາ ແກ່ພຣະປັນຈະວັກຄີ ຈົນໄດ້ດວງຕາ ເຫັນທັມ ແລ້ວໄດ້ທູນຂໍບວດໃນທັມວິໄນເປັນຄະນະທໍາອິດ ແລະພຣະອົງໄດ້ເຜີຍ ແຜ່ພຣະທັມຄໍາສັ່ງສອນໄປໃນທີ່ຕ່າງໆ ທົ່ວຊຸມພູທະວີບເປັນເວລາ 45 ພັນສາ ເມື່ອພຣະຊົນມາຍຸ 80 ປີ ຈຶ່ງສະເດັດດັບຂັນທະປະຣິນິບພານ. ຫຼັງຈາກທີ່ ອົງພຣະບໍຣົມສາສະດາ ຊົງສະເດັດດັບຂັນທະປະຣິນິບພານແລ້ວ ຜ່ານມາຫຼາຍຮ້ອຍປີ ໄດ້ເກີດຄວາມຂັດແຍ່ງທາງດ້ານຄວາມຄິດ ຄວາມເຫັນ ແລະຄວາມເຊື່ອ ອັນເກີດມາຈາກການຕີຄວາມພຣະທັມວິໄນ ຄຳສັ່ງສອນທີ່ບໍ່ກົງ ກັນ ຈຶ່ງໄດ້ມີການແກ້ໄຂ ເພື່ອໃຫ້ພຣະທັມວິໄນດຳຣົງຄົງໝັ້ນຢູ່ຕໍ່ໄປດ້ວຍການທຳ ສັງຄາຍະນາ ຮ້ອຍກອງພຣະທັມວິໄນ ທີ່ຖືກຕ້ອງໄວ້ເປັນຫຼັກຖານ ສຳຫຼັບຢຶດຖື ເປັນແບບແຜນຕໍ່ໄປ ເພື່ອຈະຮັກສາພຣະທັມວິໄນນັ້ນ ຈຶ່ງນຳໄປສູ່ການສັງຄາຍະນາ ພຣະໄຕຣປິດົກ ແຕ່ຫຼັງຈາກການທຳສັງຄາຍະນາພຣະທັມວິໄນຄັ້ງທີ 2 ພຣະພຸດ ທະສາສະນາກໍເລີ່ມມີຮອຍແຫງ ເພາະຄວາມເຫັນບໍ່ກົງກັນ ເຊິ່ງເປັນສາເຫດພື້ນ ຖານຂອງການເກີດ ນິກາຍ…

ອ່ານຕໍ່

ບຸບພະນິມິດແຫ່ງຊີວິດອັນດີງາມ

ຫຼັກທັມ ອັນເປັນຫຼັກປະກັນຂອງຊີວິດ ທີ່ຈະພັດທະນາໄປສູ່ຄວາມເປັນ ມະນຸດທີ່ສົມບູນ ຜູ້ເປັນສັດປະເສີດຢ່າງແທ້ຈິງ ໗ ປະການຄື: 1. ກໍລະຍານະມິຕຕະຕາ ຄວາມມີກັນຍານະມິດ ມິດ ມີເພື່ອນ ສະຫາຍທີ່ດີ ຄົບຫາຄົນທີ່ເປັນແຫຼ່ງແຫ່ງປັນຍາ ແລະແບບຢ່າງທີ່ ດີງາມ. 2. ສີລະສັມປະທາ ຄວາມເຖິງພ້ອມດ້ວຍສີນ ການທາສີນໃຫ້ເຖິງ ພ້ອມ ຕັ້ງຕົນຢູ່ໃນລະບຽບວິໄນ ແລະມີຄວາມປະພຶດທົ່ວໄປທີ່ ດີງາມ. 3. ສັນທະສັມປະທາ ເຖິງພ້ອມດ້ວຍສັນທະ ການທາໍສັນທະໃຫ້ເຖິງ ພ້ອມ ຄວາມໃຝ່ໃຈຢາກຈະທວຽກງານ ໜ້າທີ່ແລະສິ່ງທັງຫຼາຍ ທີ່ກ່ຽວຂ້ອງໃຫ້ດີງາມ ຄວາມໃຝ່ຮູ້ໃຝ່ສ້າງສັນ. 4. ອັຕຕະສັມປະທາ ຄວາມເຖິງພ້ອມດ້ວຍຕົນ ທີ່ເຝິກຝົນດີແລ້ວ ການທຳຕົນ ໃຫ້ເຖິງພ້ອມດ້ວຍຄຸນສົມບັດ ຂອງຜູ້ທີ່ພັດທະນາ ແລ້ວໂດຍສົມບູນ ທັງດ້ານກາຍ ສີນ ຈິດ ແລະປັນຍາ ທີ່ຈະເປັນ ພາວິຕັດ ຄືຜູ້ມີຕົນອັນໄດ້ພັດທະນາແລ້ວ 5. ທິຕຖິສັມປະທາ ຄວາມເຖິງພ້ອມດ້ວຍທິດຖິ ການທາໍທິດຖິໃຫ້ ເຖິງພ້ອມ ການຕັ້ງຢູ່ໃນຫຼັກຄວາມຄິດ ຄວາມເຊື່ອຖືທີ່ຖືກຕ້ອງ…

ອ່ານຕໍ່

ຊົງຕັດສະຮູ້ແລະຊົງເຜີຍແຜ່ທັມ

ທັມທີ່ພຣະອົງຊົງຕັດສະຮູ້ນັ້ນຄື ອະຣິຍະສັດຈະ ໔’ ຄືຄວາມຈິງອັນປະເສີດ ໕ ປະການໄດ້ແກ່ ທຸກ ສະມຸໄທ ນິໂຣດ ມັຄ ພຣະພຸດທະເຈົ້າ ໄດ້ຊົງປະທັບນັ່ງ ຈະເລີນພາວະນາ ຢູ່ໃຕ້ກ້ອງຮົ່ມຕົ້ນພຣະສີມະຫາໂພ ຈົນຈິດເປັນສະມາທິ ໄດ້ຊົງ ບັນລຸຊານ ໔ ແລ້ວ ຊົງບຳເພັນພາວະນາຕໍ່ໄປຈົນໄດ້ບັນລຸຍານ ໓ ຄື: 1. ໃນປະຖົມມະຍາມ ຫຼືຍາມຕົ້ນໄດ້ບັນລຸ ປຸພເພນິວາສານຸສສະຕິຍານ ໝາຍເຖິງ ປັນຍາຍານຢັ່ງຮູ້ໃນອະດີດຊາດຕ່າງໆ ທີ່ຜ່ານມາຄື ສາມາດລະນຶກຊາດຂອງ ຕົນເອງ ແລະຂອງຄົນອື່ນໄດ້ນັບບໍ່ຖ້ວນ. 2. ໃນມັດຊິມະຍາມ ຫຼືຍາມທີສອງໄດ້ບັນລຸ ຈຸຕູປະປາຕະຍານ ໝາຍເຖິງ ປັນຍາ ຍານ ຄືການຮູ້ການເຫັນແຈ້ງໃນການເກີດແລະການຕາຍ ຂອງສັບພະສັດ ທັງຫຼາຍ ດ້ວຍຜົນຂອງກັມ ການກະທໍາທັງດີແລະຊົ່ວຂອງສັບພະສັດ ດ້ວຍ ທິບພະຈັກຂຸ (ຕາທິບ) ຊົງເຫັນການຈຸຕິແລະການອຸບັດຂຶ້ນຂອງສັດທັງຫຼາຍ. 3 ໃນປັດສິມະຍາມ ຫຼືຍາມທີ່ສາມໄດ້ບັນລຸ ອາສະວັກຂະຍະຍານ ໝາຍເຖິງ ປັນຍາຍານຢັ່ງຮູ້ວິທີການກຳຈັດກິເລດ ອາສະວະທັງຫຼາຍ…

ອ່ານຕໍ່

ສາສະນະສະສະຖານຂອງພຣະພຸດທະສາສະນາ

ສາສະນະສະຖານ ໃຊ້ເປັນທີ່ຢູ່ຂອງນັກບວດ ແລະການປະກອບພິທີກັມ ທາງສາສະນາ ຈົນເຖິງເປັນທີ່ລວມອົງປະກອບຫຼັກຂອງສາສະນາທັງໝົດໃນສາ ສະນະສະຖານ ຖານະຂອງສາສະນະສະຖານ ຈຶ່ງເປັນສົມບັດຂອງສາສະນາ ວັດ ຄືສະຖານທີ່ທາງສາສະນາຕາມປົກກະຕິແລ້ວຈະມີເສນາສະນະ ແລະ ອາຄານຖາວອນວັດຖຸຕ່າງໆ ເປັນທີ່ພັກອາໄສຢູ່ເພື່ອສຶກສາ ປະຕິບັດຕາມພຣະທັມ ວິໄນ ຄຳສອນຂອງອົງພຣະບໍຣົມສາສະດາ ແລະປະກອບສາສະນະກິດ ຂອງພຣະ ພິກຂຸສົງ ແລະພຸດທະສາສະນິກະຊົນ ຕະຫຼອດຈົນເປັນທີ່ບຳເພັນກຸສົນຕ່າງໆ ນອກ ຈາກນີ້ ວັດຍັງເປັນສູນກາງໃຫ້ການສຶກສາ ແລະບໍລິການແກ່ສັງຄົມ ລວມທັງເປັນ ແຫຼ່ງສົ່ງເສີມສີລະປະວັດທະນະທໍາ ແລະຮີດຄອງປະເພນີອັນດີງາມ ວັດທັງຫຼາຍມີ ຖານະທາງກົດໝາຍ ຄືເປັນນິຕິບຸກຄົນເທົ່າທຽມກັນ ແຕ່ໃນທາງພຣະວິໄນ ມີ ຖານະແຕກຕ່າງກັນ.

ອ່ານຕໍ່

ການເວັ້ນຈາກຄວາມຊົ່ວທັງປວງ

ການເວັ້ນຈາກການທຳຄວາມຊົ່ວທາງກາຍ ຂັ້ນພື້ນຖານ 3 ປະການຄື: 1. ປານາຕິປາຕາ ເວຣະມະນີ ເວັ້ນຈາກການປົງຊີວິດ ເວັ້ນຈາກການຂ້າ ການບຽດບຽນຮ່າງກາຍ ທໍາລາຍຊີວິດ ແຕ່ໃຫ້ມີຄວາມເມດຕາກະຣຸນາ ຊ່ວຍເຫຼືອເກື້ອກຸນກັນ. 2. ອະທິນນາທານາ ເວຣະມະນີ ເວັ້ນຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາ ບໍ່ໄດ້ໃຫ້ ເວັ້ນຈາກການລັກ ສໍ້ໂກງ ລະເມີດກຳມະສິດ ທຳລາຍຊັບສິນ ສົມບັດ ແຕ່ໃຫ້ມີຄວາມເຄົາຣົບກຳມະສິດໃນຊັບສິນຂອງຜູ້ອື່ນ. 3. ກາເມສຸມິຈສາຈາຣາ ເວຣະມະນີ ເວັ້ນຈາກການປະພຶດຜິດໃນກາມ ເວັ້ນຈາກການລະເມີດສິ່ງທີ່ຜູ້ອື່ນຮັກໃຄ່ ຫວງແຫນ ບໍ່ລ່ວງລະເມີດປະເພນີ ທາງເພດ. ການເວັ້ນຈາກການທຳຄວາມຊົ່ວທາງວາຈາ ຂັ້ນພື້ນຖານ 4 ປະການຄື: 1. ມຸສາວາທາ ເວຣະມະນີ ເວັ້ນຈາກການເວົ້າຕົວະຫຼອກລວງ 2. ປີສຸນາຍະ ວາຈາຍະ ເວຣະມະນີ ເວັ້ນຈາກການເວົ້າສຽດສີ ນິນທາໃຫ້ແຕກສາມັກຄີ ຍຸແຍ່ 3. ຜະຣຸສາຍະ ວາຈາຍະ ເວຣະມະນີ ເວັ້ນຈາກການເວົ້າຄໍາຫຍາບ ຄໍາແຂງ ກະດ້າງ…

ອ່ານຕໍ່

ການທຳຈິດໃຈໃຫ້ບໍຣິສຸດຂາວສະອາດ

ການກະທຳຈິດໃຈ ໃຫ້ບໍຣິສຸດຂາວສະອາດ ປາສະຈາກກິເລດຄື ປາສະຈາກ ຄວາມໂລບ ຄວາມໂກດ ແລະຄວາມຫຼົງ ມີແຕ່ຄວາມເບີກບານຊຸ່ມຊື່ນໃຈ ມີສຸຂະ ພາບຈິດດີ ການທີ່ທໍາໃຫ້ຈິດໃຈບໍຣິສຸດຂາວສະອາດຜ່ອງໃສ ປາສະຈາກກິເລດ ວັນຫາໄດ້ ໃນເບື້ອງຕົ້ນ ຈະຕ້ອງເຝິກຝົນອົບຮົມຄຸນນະທັມໃຫ້ເກີດມີຂຶ້ນ ໂດຍ ການຈະເຣີນ ພົມວິຫານ ຄືຄຸນນະທັມປະຈໍາຈິດໃຈຂອງຜູ້ປະເສີດ ຜູ້ມີຈິດໃຈຍິ່ງ ໃຫຍ່ກວ້າງຂວາງ ໔ ປະການຄື: 1. ເມດຕາ ຄວາມຮັກຄືຄວາມປາຖະນາດີ ມີມິດໄມຕີ  ຕ້ອງການຊ່ວຍເຫຼືອໃຫ້ທຸກຄົນປະສົບປະໂຫຍດສຸກ ຜົນສຳເລັດ ແລະ ຄວາມສຸກ. 2. ກະຣຸນາ ຄວາມສົງສານ ຄືເມື່ອເຫັນຄົນອື່ນທຸກ ຢາກຊ່ວຍເຫຼືອຜູ້ອື່ນໃຫ້ ພົ້ນຈາກຄວາມທຸກ ໃຝ່ໃຈທີ່ຈະປົດເປື້ອງບໍາບັດຄວາມທຸກຍາກເດືອດ ຮ້ອນຂອງຄົນອື່ນແລະສັດທັງປວງ. 3. ມຸທິຕາ ຄວາມເບີນບານຮ່ວມຍິນດີ ເມື່ອເຫັນຜູ້ອື່ນຢູ່ດີມີສຸກ ກໍ່ມີຈິດໃຈ ສົດຊື່ນເບີກບານ ເມື່ອເຫັນເຂົາກະທຳຄຸນງາມຄວາມດີ ປະສົບຜົນສຳ ເລັດກ້າວໜ້າຍິ່ງຂຶ້ນໄປ ກໍມີຄວາມຍິນດີບັນເທີງໃຈດ້ວຍ ພ້ອມທີ່ຈະ ຊ່ວຍເຫຼືອສົ່ງເສີມສະໜັບສະໜູນ. 4. ອຸເບກຂາ ຄວາມມີໃຈເປັນກາງ ຄືເບິ່ງຕາມຄວາມເປັນຈິງ…

ອ່ານຕໍ່

ການກະທຳແຕ່ຄວາມດີທັງຫຼາຍ

ການກະທຳແຕ່ຄວາມດີທັງຫຼາຍ ໝາຍເຖິງ ການທໍແຕ່ກຸສົນ ປະພຶດແຕ່ ຄວາມສຸຈະຣິດ ດ້ວຍກາຍວາຈາແລະໃຈ ຄືເມື່ອລະເວັ້ນຈາກການທຳຄວາມຊົ່ວ ທັງປວງແລ້ວ ກໍກະທຳແຕ່ຄວາມດີ ໂດຍການບຳເພັນບຸນກຸສົນທັງຫຼາຍຄື: 1. ທານະມັຍ ການທໍາຄວາມດີທີ່ສຳເລັດເປັນບຸນກຸສົນດ້ວຍການເສຍສະຫຼະ ການໃຫ້ທານ. 2. ສີລະມັຍ ການທໍາຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການຮັກສາສິນ ຫຼືປະພຶດດີມີວິໄນ. 3. ພາວະນາມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການຈະເຣີນ ພາວະນາ ເຝິກອົບຮົມຈິດໃຈ ຈະເຣີນປັນຍາ. 4. ອະປະຈາຍະນະມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການປະພຶດອ່ອນນ້ອມຖ່ອມຕົນ. 5. ເວຍຍາວັຈຈະມັຍ ການທໍາຄວາມດີທີ່ສໍາເລັດເປັນບຸນກຸສົນ ດ້ວຍການ ຂົນຂວາຍໃນການທໍາຄຸນງາມຄວາມດີ. 6. ປັຕຕິທານະມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການແບ່ງ ສ່ວນແຫ່ງຄວາມດີໃຫ້ແກ່ຜູ້ອື່ນ. 7. ປັຕຕານຸໂມທະນາມັຍ ການທໍາຄວາມດີທີ່ສໍາເລັດເປັນບຸນກຸສົນ ດ້ວຍການຍິນດີໃນຄວາມດີຂອງຜູ້ອື່ນ.  8. ທັມມັສສະວະນະມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນດ້ວຍການຟັງທັມ ສຶກສາຫາຄວາມຮູ້.  9. ທັມມະເທສະນາມັຍ ການທຳຄວາມດີທີ່ສຳເລັດເປັນບຸນກຸສົນ ດ້ວຍການ ສັ່ງສອນທັມ ໃຫ້ປັນຍາຄວາມຮູ້.

ອ່ານຕໍ່