admin

ອານິສົງຂອງການສ້າງແລະຖວາຍພຣະພຸທທະຮູບ

“ພຣະພຸທທະຮູບ” ພຸທທະສິລສູງຄ່າ ສັນຍາລັກຂອງອົງພຣະສຳມາສຳພຸທທະເຈົ້າ ທີ່ເຮົາທຸກຄົນຊາວພຸດກາບໄຫ້ວບູຊາ ເປັນເໝືອນດັ່ງເຄື່ອງເຕືອນໃຈ ໃຫ້ຕັ້ງມັ້ນຢູ່ໃນສິນລະທຳອັນດີງາມ ກ່ຽວກັບຄວາມເປັນມາຂອງການກຳເນີດພຣະພຸທ ທະຮູບນັ້ນ ໄດ້ມີການຄົ້ນພົບຫລັກຖານເປັນສີລວັດຖຸບູຮານ ທີ່ປະເທດອີນເດັຍ ສະໄໝພຣະເຈົ້າອະໂສກມະຫາລາດ ຊື່ງເປັນອົງຊົງເຫລື່ອມໃສໃນພຸທທະສາສະນາຫລາຍຈົນຖືເປັນສາສະນາປະຈຳຊາດ ແຕ່ສະໄໝນັ້ນ ຍັງບໍ່ທັນມີ ພຣະພຸທທະຮູບທີ່ຈະໃຊ້ເປັນການເຄົາລົບບູຊາ ມີພຽງແຕ່ປູຊະນີຍະວັດຖຸທີ່ສ້າງໄວ້ ເພື່ອເປັນການສັກກະລະແທນ ເຊັ່ນ: ພຣະທັມມະຈັກ ແລະ ກວາງມອບ ເປັນຕົ້ນ. ຕໍ່ມາພາຍຫລັງທີ່ພຣະພຸທທະເຈົ້າດັບຂັນທະປະຣິນິພານແລ້ວ ຈຶ່ງໄດ້ມີການສ້າງພຣະພຸທທະຮູບຂື້ນ ໂດຍໃນຄັ້ງທຳອິດນັ້ນເປັນສີມືຂອງຊ່າງ ຊາວເກຼັກ ຊຶ່ງເປັນຊົນຊາດທີ່ເຂົ້າມາຢືດຄອງອີນເດັຍ ຈາກການ ລ່າອະນິຄົມຂອງພຣະເຈົ້າອະເລັກຊານເດີ ມະຫາລາດ ຊາວເກຼັກ ເປັນຜູ້ມີຄວາມຊ່ຽວຊານ ໃນການສ້າງຜົນງານດ້ານປະຕິນະກຳ ເປັນຮູບເທພພຣະເຈົ້າຕ່າງໆ. ເມື່ອມາຢູ່ອີນເດັຍ ເກີດມີຄວາມເຫລື່ອມໃສໃນພຸທທະສາສະນາ ຈື່ງສ້າງພຣະພຸທທະຮູບ ທີ່ເປັນຕົວແທນຂອງພຣະພຸທທະອົງຂື້ນມາ ເພື່ອສັກກະລະບູຊາ. ການສ້າງພຣະພຸທທະຮູບມີສອງຂະໜາດ: ພຣະພຸທທະຮູບຂະໜາດໃຫ່ຍ ແລະ ຂະໜາດນ້ອຍ. ພຣະພຸທທະຮູບທີ່ມີຂະໜາດໜ້າຕັກ 20 ນີ້ວຂື້ນໄປ ຈັດວ່າເປັນພຣະພຸທທະຮູບຂະໜາດໃຫ່ຍ ໂດຍສ່ວນໃຫ່ຍສ້າງເປັນພຣະປະທານໃນໂບດ ຫລື ວິຫານ ພຣະພຸທທະຮູບປາງຕ່າງໆ ແຕ່ກວ່າຈະອອກມາເປັນພຣະພຸທທະຮູບ ໃຫ້ເຮົາໄດ້ກາບໄຫວ້ບູຊາ ຕ້ອງໃຊ້ເວລາເປັນເດືອນເປັນປີ. ອານິສົງຂອງການຈັດສ້າງພຣະພຸທທະຮູບ…

ອ່ານຕໍ່

ວັນທາຫລວງ

(ຂໍຂະມາພຣະຣັຕະນະໄຕຣແລະສິ່ງສັກສິດທັງປວງຕັ້ງນະໂມ 3 ຈົບ) ວັນທາມິ ພຸທທັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ທັມມັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ສັງຂັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕ ວັນທາມິ ຄຸຣຸ ອຸປັສຊາຍະ ຈະຣິເຍ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ກັມມັກຖານັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ອາຣາເມ ພັທທະສີມາຍັງ ສັພພັງເມ ໂທສັງ ຂະມະຖະເມ ພັນເຕວັນທາມິ ເຈຕິງຍັງ ສັພພັງ ສັພພັກຖາເນສຸ ປະຕິກທິຕາ ສະຣິຣະທາຕຸ ມະຫາ ໂພທິງ ພຸທທະຣູປັງ ສະກະຣັງ ສະທາ ນາຄະໂລເກ ເທວະໂລເກພຮັມະໂລເກ ຊັມພູທິເປ ລັງກາທີເປ ສະຣິຣະ ທາຕຸໂຍອະຣະຫັນຕາ ທາຕຸໂຍ…

ອ່ານຕໍ່

ອານິສົງຂອງການຟັງທຳມະ

ສະຫຼຸບແລ້ວ ອະນິສົງຈາກການຮັບຟັງທຳ 5 ຂໍ້ນີ້ ບັງເກີດແກ່ຜູ້ຕັ້ງໃຈຟັງທຳມະ ທີ່ສະແຫວງຫາຄວາມຫລຸດພົ້ນຈາກຄວາມທຸກ ຈະໄດ້ຮັບຜົນຢ່າງເຕັມທີ່ ຫາກຜູ້ຟັງໄດ້ຕັ້ງໃຈຟັງດ້ວຍຄວາມເຄົາລົບ,  ມີສະຕິພິຈະລະນາຕາມກະແສທຳ ທີ່ທ່ານໄດ້ສະແດງນັ້ນ ດັ່ງພຸດທະພົດທີ່ວ່າ: ຜູ້ຟັງດ້ວຍດີຍ່ອມໄດ້ປັນຍາ.

ອ່ານຕໍ່

ຂໍ້ຫ້າມສຳລັບຊາວພຸດ

“ສິນ 5” ເປັນຂໍ້ປະຕິບັດຂອງຊາວພຸດທີ່ຮູ້ຈັກກັນດີ. ຊື່ງພຣະພຸດທະເຈົ້າໄດ້ໃຫ້ໄວ້ເປັນຫຼັກການໃຫ້ແກ່ສາສະນິກະຊົນ ເພື່ອຍຶດໝັ້ນ ແລະ ປະຕິບັດຕາມ ດັ່ງຕໍ່ໄປນີ້.

ອ່ານຕໍ່

5 ອາຊີບທີ່ພຣະພຸທທະເຈົ້າຫ້າມ

1. ສັດຖະວະນີຊຊາ ຄື: ການຄ້າຂາຍອາວຸດ2. ສັດຕະວະນີຊຊາ ຄື: ການຄ້າມະນຸດ3. ມັງສະວະນີຊຊາ ຄື: ການຄ້າຂາຍສັດເພື່ອນຳໄປຂ້າ ຫຼື ຊຸກຍູ້ໃຫ້ທຳຜິດສີນຂໍ້ທີ 14. ມັຊຊະວະນີຊຊາ ຄື: ການຄ້າຂາຍນ້ຳມື່ນເມົາ ລວມທັງຢາເສບຕິດທຸກປະເພດ5. ວິສະວະນິຊຊາ ຄື: ການຄ້າຂາຍຢາພິດ

ອ່ານຕໍ່

ວິທີການຖືສິ​ລ8 ຢູ່ເຮືອນແລະເຮັດດ້ວຍຕົນເອງ

ການຖືສິລ 8 ສຳລັບຜູ້ທີ່ຢາກປະຕິບັດທຳ ສາມາດເຮັດຢູ່ເຮືອນກໍໄດ້ ໂດຍປະຕິບັດຕາມສິລ 8 ປະການຂ້າງລຸ່ມນີ້. ການຖືສິລ 8 ແມ່ນຂື້ນກັບຄວາມສະດວກຂອງຜູ້ປະຕິບັດ ເຊັ່ນ: ໃນວັນສິນ 8 ຫລື 15 ຄໍ່າ ຫລື ວັນທຳມະດາກໍໄດ້, ອາດຈະຖືສິີລທັງໝົດມື້ກໍໄດ້ ຫລື ຖືສິລຕາມທີ່ສະດວກ ເຊັ່ນວ່າ: ຖືສີລໃນຊ່ວງເວລາໄຫວ້ພຣະສວດມົນຢ່າງດຽວກໍໄດ້ ແລ້ວຈາກນັ້ນກໍລາສີລ ແລະ ກັບມາຖືສີລ 5 ຄືນຄືເກົ່າໄດ້. ສິລ 8 ບໍ່ໄດ້ມີຈຸດມຸ່ງໝາຍໃຫ້ສາມາດປະຕິບັດໄດ້ສະເພາະ ຜູ້ທີ່ນຸ່ງຂາວຫົ່ມຂາວ ຫລື ເຂົ້າໄປປະຕິບັດຢູ່ວັດໄດ້ເທົ່ານ້ັ້ນ ແຕ່ຄາລະວາດທົ່ວໄປຜູ້ທີ່ຖືສິລ 5 ກໍສາມາດເພີ່ມສິລໄດ້ອີກ 3 ຂໍ້ ໃຫ້ເປັນສິລ 8 ໄດ້, ໂດຍທີ່ບໍ່ຕ້ອງນຸ່ງຂາວ ຫລື ເຂົ້າປະຕິບັດຢູ່ວັດກໍໄດ້. ຖ້າຜູ້ໃດສະດວກນຸ່ງຂາວແລ້ວປະຕິບັດສິລ 8 ກໍຍີ່ງເປັນການດີ. ໃນການຮັກສາສິລ 8 ທີ່ບ້ານ ຜູ້ທີ່ຈະຮັກສາສິລ ຄວນອາບນ້ຳຊຳຣະກາຍໃຫ້ບໍຣິສຸດ ແລ້ວນຸ່ງຫົ່ມຜ້າຂາວ ໂສ້ງເສື້ອຂາວ…

ອ່ານຕໍ່

ອາ​ຣາ​ທະ​ນາ​ສິ​ລ 8 ດ້ວຍຕົນເອງ ຈາກນັ້ນຮັບສິລຈາກພຣະສົງ

ບຸກຄົນໃດທີ່ຢາກຈະຖືສິລເປັນບາງໂອກາດ ເຊັ່ນ: ໃນວັນສິນ ຫລື ຕາມເວລາທີ່ສະດວກ ກໍສາມາດເຮັດໄດ້ ເພື່ອເສີມບຸນບາຣະມີໃຫ້ກັບຕົວເອງ. ດີທີ່ສຸດຊ່ວງຖືສິລ 8 ແມ່ນໃສ່ຊຸດຂາວ ຫລັງຈາກອາບນ້ຳໃຫ້ສະອາດຮຽບຮ້ອຍແລ້ວ. ຂັ້ນຕອນຮັບສິລຄົນດຽວແມ່ນກ່າວປະໂຫຍດຕໍ່ໄປນີ້ ແລະ ຈາກນັ້ນຟັງວິດີໂອແລະເວົ້າຕາມພຣະ ຫລື ເວົ້າພ້ອມກັບແມ່ຊີທີ່ຕາມວິດີໂອນີ້: ອະ​ຫັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ ຍາ​ຈາ​ມິ ທຸຕິຍັມປິ  ອະ​ຫັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ ຍາ​ຈາ​ມິ ຕະຕິຍັມປິ ອະ​ຫັງ ພັນ​ເຕ ຕິ​ສະ​ຣະ​ເນ​ນະ ສະ​ຫະ ອັ​ຕ​ຖະສີ​ລາ​ນິ ຍາ​ຈາ​ມິ

ອ່ານຕໍ່

ເຂົ້າປະດັບດິນ ກັບ ຄຳສອນພຣະພຸດທະເຈົ້າ ໂດຍ ພຣະມະຫາສິງຫາ ໄຂ່ອຳພອນ

ບຸນເຂົ້າປະດັບດິນ ແມ່ນວັນອຸທິດບຸນກຸສົນໃຫ້ແກ່ບັນພະບຸລຸດ ແລະ ຍາດພີ່ນ້ອງຜູ້ລ່ວງລັບ ໂດຍເອົາອາຫານຄາວຫວານໄປແຈກຍາຍໄວ້ຕາມພື້ນດິນ, ຕົ້ນໄມ້, ກຳແພງວັດ, ໜ້າທາດ ເປັນຕົ້ນ.ໂດຍເຊື່ອວ່າ ຍາດພີ່ນ້ອງຜູ້ຕາຍໄປຈະໄດ້ຮັບເອົາ ນີ້ເປັນຮີດເກົ່າຈາກການນັບຖືຜີ ປະເພນີນັບຖືແບບນີ້ມີມາດົນນານ (ເຊິ່ງມີມາກ່ອນພຸດທະສາສະໜາຈະເຂົ້າມາມີບົດບາດ).“ຜີ” ຄຳນີ້ ນອກຈາກໝາຍເຖິງ ຜີຟ້າ ຜີແຖນ ຜີບ້ານ ຜີເມືອງ ແລະ ຍັງໝາຍເຖິງ ຜີບັນພະບຸລຸດ ຄື: ປູ່ຍ່າຕາທວດ ພໍ່ແມ່ ທີ່ລ່ວງລັບ ຍົກຕົວຢ່າງທາງພາກເໜືອ ໄດ້ຟັງມາວ່າ ເມື່ອເຖິງ ວັນແຮມ 15 ຄ່ຳ ເດືອນ 9 ຊາວບ້ານຈະເອົາອາຫານຄາວຫວານແຕ່ງເປັນພາ ວາງໄວ້ສ່ວນໃດສ່ວນໜຶ່ງທີ່ເໝາະສົມໃນເຮືອນຂອງຕົນເອງ ແລ້ວເອີ້ນ ຜີບັນພະບຸລຸດມາກິນ.ທີ່ອື່ນໆ ຂອງປະເທດເຮົາ ຫຼາຍບ່ອນຍັງນັດກັນເລືອກວັນລ້ຽງຜີປະຈຳປີ ມີການຂ້າຄວາຍ ຂ້າງົວ ຂ້າໄກ່ ເປັນຕົ້ນ ເປັນທຳນຽມຂອງໝູ່ບ້ານ ເມື່ອພຸດທະສາສະໜາເຂົ້າມາມີບົດບາດ ຈຶ່ງສະເໜີແນວຄິດເພື່ອປະຕິບັດໃຫ້ຖືກຕ້ອງແລະເປັນປະໂຫຍດຫຼາຍກວ່າ ໂດຍອະທິບາຍວ່າ ສິ່ງທີ່ບັນພະບຸລຸດ ຈະໄດ້ຮັບຈິງໆນັ້ນ ບໍ່ແມ່ນເຂົ້າປາອາຫານ ແຕ່ເປັນ ”ບຸນ” ຕ່າງຫາກ.ແລ້ວເຮັດແນວໃດຈຶ່ງໄດ້ບຸນ? ບຸນຈະເກີດໄດ້ດ້ວຍການຖວາຍທານແກ່ຜູ້ມີສີນ…

ອ່ານຕໍ່