ພຣະ-ເນນໃຫ້ພອນຕອນໃສ່ບາດຕອນເຊົ້າ
1.ອະພິວາທະນະສີ ລີດສະນິດຈັງ ວຸດທາປະຈາຍິໂນ ຈັດຕາໂຣ ທໍາມາ ວັດທັນຕິ ອາຍຸວັນໂນ ສຸຂັງພະລັງໆ
1.ອະພິວາທະນະສີ ລີດສະນິດຈັງ ວຸດທາປະຈາຍິໂນ ຈັດຕາໂຣ ທໍາມາ ວັດທັນຕິ ອາຍຸວັນໂນ ສຸຂັງພະລັງໆ
ອຸໂບສົດສິນ ຄືຂໍ້ປະຕິບັດສຳລັບການພັດທະນາຕົນເອງໃຫ້ສູງຂື້ນໄປ ເຊັ່ນດຽວກັບການຖືສີນ 8. ອຸບາສົກອຸບາສິກາ ຈະສະມາທານຮັກສາສິນເປັນປະຈຳໃນວັນສິນ ຄືມື້ຂື້ນ-ແຮມ 8 ແລະ 15ຄ່ຳ ຫລື ວັນສິນນັ້ນເອງ, ມີອົງສິກຂາບົດ ແລະ ອົງແຫ່ງສິນເໝືອນກັນ ຕ່າງກັນແຕ່ຄຳອາຣາທະນາ ຄຳສຳມະທານ ແລະ ກາລະເວລາທີ່ກຳນົດເທົ່ານັ້ນ. ອຸໂບສົດສີນ ແປວ່າ ການເຂົ້າຢູ່ ຫລື ການເຂົ້າຈຳສິນ ຊຶ່ງມີເວລາກຳນົດ ເຊັ່ນ: ໜຶ່ງວັນກັບໜຶ່ງຄືນໂດຍກຳນົດເອົາອາລຸນແຫ່ງວັນຣຸ່ງຂື້ນ ຫລື ເວລາໃກ້ພຣະອາທິດຈະຂື້ນ ຊຶ່ງມີສອງໄລຍະຄື: ມີແສງຂາວເຮື່ອໆ (ແສງເງິນ) ແລະ ແສງແດງ (ແສງທອງ) ໃນເວລາຮຸ່ງເຊົ້າເປັນການໝົດເຂດການສະມາທານ ຫລື ໝົດເວລາການຮັກສາອຸໂບສົດສິນ. ສ່ວນການຖືສິນ 8 ບໍ່ໄດ້ມີເວລາກໍານົດ ສາມາດຮັກສາໄດ້ຕະຫລອດເວລາ. ການສຳມະທານອຸໂບສົດສິນ ຈະສະມາທານຮ່ວມກັນທຸກຂໍ້ ເອີ້ນວ່າ: ເອກັສສະມາທານ. ດັ່ງການຮັກສາອຸໂບສົດສິນ ຈຶ່ງຕ້ອງຮັກສາທຸກສິກຂາບົດ ຫລື ທຸກຂໍ້ ຖ້າຂາດຂໍ້ໃດໄປກໍຖືວ່າສິນຂາດຈາກຄວາມເປັນຜູ້ຮັກສາອຸໂບສົດສິນ. ປະເພດຂອງອຸໂບສົດສິນ ອຸໂບສົດສິນ ແບ່ງອອກຕາມຊ່ວງເວລາໃນການຮັກສາສິນເປັນ 3…