admin

ສະຫຼອງ ທາດເຈດີຍ໌

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ)ປະຕິກັດເຈວະ ຕັງ ກະຍິຣາ ຊັນຍາ ຫິຕະມັດ ຕະໂນຕິ. ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ຜາລະອານິສົງສະ ຜົນແຫ່ງການສ້າງທາດເຈດີ ພໍເປັນເຄື່ອງປະດັບ ສະຕິປັນຍາປາ ຣະມີຂອງທ່ານ ພຸດທະມາມະກະ ບໍລິສັດທັງຫຼາຍ ຜູ້ປະກອບໄປດ້ວຍສັດທາ ແລະ ປັນຍາເຊື່ອໝັ້ນ ໃນຄຸນພຣະຣັດຕະນະໄຕຄື ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສົງ ຈິ່ງໄດ້ພາກັນບໍລິຈາກຊັບ ແລະ ກຳລັງກາຍຂອງຕົນ ສ້າງເຈດີທາດ ເພື່ອອຸທິດເປັນ ພຸດທະບູຊາ ທຳມະບູຊາ ສັງຄະບູຊາ ຈິ່ງໄດ້ວ່າບຳເພັນ ບຸນກຸສົນອັນເປັນແກ່ສານ ສົມເດັດພຣະບໍຣົມສາສດາຈານ ຊົງສັນລະເສີນວ່າ ເປັນເຫດນຳມາເຊິ່ງຫິຕະສຸກ ແກ່ຕົນ…

ອ່ານຕໍ່

ສະຫຼອງ ຕົ້ນກາຣະພຶກ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ) ພຸດໂທ ໂລເກ ອະນຸດຕະໂຣ ຕິດສະມານັງ ເສດຖັງ ກັບປາຣຸກໂຂ ພຸດໂທ ພະຄະວາ ສາວັດຖີຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣະຕິຕິ.ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຝູງມີຄວາມ ປາຖນາ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງ ໂສຕະຜາສາດຫູ ທັງສອງຟັງຍັງ ທຳມະເທສະນາ ຜະລະອາ ນິສົງສະ ແຫ່ງການຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ໃຫ້ເປັນທານ ແກ່ພຣະພິກຂຸສັງຄະເຈົ້າ ຫວັງເອົາບຸນ ເອົາກຸສົນຜົນທານ ໃນປັດຈຸບັນ ແລະ ອະນາຄົດ. ກໍ່ຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານນັ້ນແລ ສາທຸຊົນ ທີ່ມີສັດທາ ໄດ້ສະລະຈະຕຸປັດໄຈ ມາທຳການກໍ່ສ້າງ…

ອ່ານຕໍ່

ສະຫຼອງ ດອກໄມ້ທູບທຽນ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)ປູຊາ ຈະ ປູຊະນິຍານັງ ເອຕຳມັງຄະລະມຸດຕະມັງ ໂພນຕາ ສາທະໂວຕິ. ໂພນຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖະນາ ມັກໄຄ່ຫາຄວາມສຸກ 3 ປະການຄື: ມະນຸດສົມບັດ, ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະ ເທສະນາ ສະແດງເຖິງ ຜະລະອານິສົງສະ ແຫ່ງການຖວາຍ ດອກໄມ້ທູບທຽນ ເພື່ອບູຊາ ພຣະຣັດຕະນະໄຕແກ້ວທັງ 3 ປະການ ເພື່ອເປັນຫິຕະປະໂຫຍດ ແກ່ຕົນໃນປັດຈຸບັນພົບນີ້ ແລະພົບຕໍ່ໆໄປພາຍພາກໜ້າ ການບູຊາເມື່ອກ່າວ ເປັນປະເພດມີຢູ່ 2 ປະເພດຄື ບູຊາດ້ວຍ ດອກໄມ້ທູບທຽນ ຜ້າຜ່ອນທ່ອນສະໄບ ແລະ ອາຫານຂອງຄ້ຽວຂອງສັນ ຮ່ວມເປັນເຄື່ອງບໍຣິໂພກ ແລະ ເຄື່ອງອຸປະໂພກ ບູຊາດ້ວຍວັດຖຸເຫຼົ່ານີ້ ຮຽກວ່າ ບູຊາດ້ວຍອາມິດຄື ສິ່ງຂອງ…

ອ່ານຕໍ່

ສະຫຼອງ ສັງຄະທານ

ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ປຸບເພວະ ທານາ ສຸມາໂນ ທະທັງ ຈິດຕັງ ປະສະທະເຍ ທັດຕະວາ ອັດ ຕະມະໂນ ໂຫຕິ ເອສາ ຍັນຍັດສາ ສຳປະທາຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນສັງຄະທານານິ ສັງສະກະຖາ ສະແດງຜະລະອານິສົງ ແຫ່ງການຖວາຍອາ ຫານບິນທະບາດ ແກ່ພຣະພິກຂຸສົງ ພໍເປັນເຄື່ອງສົ່ງເສີມສັດທາ ແຫ່ງສາທຸຊົນ ພຸດທະບໍລິສັດທັງຫຼາຍ ຈັກໄດ້ເລືອກເອົາແຕ່ ຂໍ້ທີ່ຖືກຕ້ອງໄວ້ ເປັນແນວທາງປະຕິບັດ ສືບຕໍ່ໄປ “ຄຳວ່າທານ” ຕ້ອງມີເຄື່ອງໄຊຍະທານ ວັດຖຸອັນຈະເພິ່ງຖວາຍ ຈິ່ງຈະຮຽກວ່າທານ ອັນສົມບູນ ຖ້າມີແຕ່ຄວາມຄິດ ເກີດຂຶ້ນຢ່າງດຽວ ຍັງບໍ່ທັນໄດ້ບໍລິຈາກທານ ກໍ່ບໍ່ຈັດເປັນທານໄດ້….

ອ່ານຕໍ່

ສະຫຼອງ ສາລາ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ປຸນຍານິ ປະຣະໂລກັດສະມິງ ປະຕິຖາ ໂຫນຕິ ປານິນັນຕິ.ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການສ້າງສາລາ ພໍເປັນເຄື່ອງເພີ່ມພູມ ກຸສົນບຸນຍະຣາສິ ແກ່ອຸປາສົກ ອຸປາສີກາທັງຫຼາຍ ຜູ້ປະກອບໄປດ້ວຍ ສັດທາເຫຼື້ອມໃສໃນຄຸນ ພຣະຣັດຕະນະໄຕແກ້ວ 3 ປະການຄື ພຣະພຸດ ພຣະທັມ ແລະ ພຣະສົງ ທັງບໍ່ມີຄວາມສົງໃສ ດັ່ງນັ້ນ ຈິ່ງໄດ້ສະລະຊັບສົມບັດ ແລະ ກໍາລັງຂອງຕົນມາກໍ່ ສ້າງສາລາໃຫ້ເປັນຫຼັງ ເພື່ອເປັນທີ່ພັກແກ່ຄົນເດີນທາງ ທີ່ມາແຕ່ທິດທັງ 4 ໄດ້ຫຼົບຫຼີກ ແດດລົມ ແລະ ຝົນເຂົ້າແວ່ເຊົາພັກຜ່ອນ ຄວາມເມື່ອຍອອ່ນເພຍ ຂອງແຕ່ລະບຸກຄົນ.ບັດນີ້ ການກ່ໍສ້າງສາລາຫຼັງນີ້…

ອ່ານຕໍ່

ສະຫຼອງ ກອງຫົດ

 ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ສັບພະທານັງ ທຳມະທານັງ ຊິນາຕິ ອິທັງ ຕຸມຫັງ ນະຫາຕະວາ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ທານະປາຣະມີ ອາຣັບພະກະເຖສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງສະ ແຫ່ງການຖວາຍ ສັງຄະທານ ພ້ອມທັງມີການ ເຖຣາພິ ເສກຫົດສົງ ພຣະພິຂຸສົງ ເພື່ອເປັນເຄື່ອງ ເຍືອງທາງໃຫ້ແກ່ ນໍຣະຍິງຊາຍທັງຫຼາຍ ທີ່ມີຈິດສັດທາ ເຫຼື້ອມໃສໃນ ພຣະພຸດທະສາສນາ ຈິ່ງໄດ້ແບ່ງ ຊັບສົມບັດອອກ ໃຫ້ເປັນທານ ຫວັງເອົາກຸສົນຜົນບຸນ ໃນຊາດນີ້ ແລະ ຊາດໜ້າ ຄົງຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານທຸກປະການ…

ອ່ານຕໍ່

ສະຫລອງ ເຂົ້າຈີີ່

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ທາເນນະ ສຸຄະຕິງ ຍັນຕິ ອິມັງ ທຳມະເທສະນັງ ສັດຖາ ເຊຕະວັນເນ ວິ ຫະຣັນໂຕ ຣາຊະຄະຫະເສດຖິໂນ ເຄເຫ ປຸນນະທາສິ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ບາງເມື່ອພຣະພຸດທະເຈົ້າ ຍັງມີພຣະຊົນຢູ່. ໃນສະໄໝຄັ້ງນັ້ນ ພຣະອົງສະເດັດປະທັບ ສຳລານ ພຣະອະຣິຍະບົດ ຢູ່ໃນພຣະເຊຕະວັັນ ມະຫາວິຫານ ວັນໜຶ່ງ ພຣະອົງຊົງ ພຣະຜາຣົບນາງປຸນນະທາສີີ ໃຫ້ເປັນອຸປັດຕິຜົນ ແລ້ວຕັດ ພຣະສັດທຳມະເທສນາ ດ້ວຍບາດຄາຖາວ່າ “ທາເນນະ ສຸຄະຕິງ ຍັນຕຕິ”ດັ່ງນີ້ເປັນເຄົ້າ…

ອ່ານຕໍ່

ສະຫລອງ ການຟັງທຳ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ສັດຖຸໂນ ສັດທຳມັງ ສຸຕະວາ ສັບພັດສະມິງ ຊິນະສາສະເນ ກັບປານິ ສະຕະສະຫັດສານິ ທຸກຄະຕິ ໂສ ນະ ຄັດສະຕິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການຟັງທຳແກ່ ນໍຣະຍິງຊາຍທັງຫຼາຍ ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຄື ທານ-ສີນ-ພາວະນາ ອັນທ່ານທັງຫຼາຍ ໄດ້ກະທຳແລ້ວ. ເພື່ອໃຫ້ເປັນປະທີບໃຕ້ ແສງສະຫວ່າງສ່ອງທາງ ທຽວໄປມາໃນວັດຕະ ສົງສານ ອັນທຳມະດາມວນໝູ່ ມະນຸດຈະເກີດມີປັນຍາ ຮູ້ແຈ້ງໃນອັດຖະທຳທີ່ເລີກແລບໄດ້ ຕ້ອງມີປັນຍາປະດັບດວງໃຈ ໃຫ້ຮູ່ງເຮືອງເໝືອນແສງສະຫວ່າງ ແຫ່ງດວງພຣະອາທິດ ແຕ່ປັນຍາຈະເກີດຂື້ນໄດ້ ຕ້ອງອາໃສການສຶກສາ ການຟັງຄູ-ອາຈານ…

ອ່ານຕໍ່

ສະຫລອງການສ້າງ ວິດ-ຖ່າຍ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພາວະມິຫັນຕິ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ປຸບພະຈະຣິຍັງ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການສ້າງເວດຈະກຸດິງ (ຖານ) ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຣາສີ ທີ່ທ່ານພຸດທະບໍລິສັດ ທັງຫຼາຍ ໄດ້ສະລະຊັບສິ່ງຂອງ ອອກມາກະທຳສ້າງຖານ ໃນຄາວນີ້ ເພື່ອຍົກຍໍຜົນປະໂຫຍດ ທີ່ຈະເພິ່ງໄດ້ ຈາກການກະທຳນີ້ ໃຫ້ແຈ້ງຊັດຂື້ນ ຈົ່ງບຳລຸງເຈດຕະນາ 3 ໃຫ້ເຕັມປ່ຽມຢູ່ທຸກເວລາ…

ອ່ານຕໍ່

ສະຫລອງ ການສ້າງ ກຸດີ-ກຸຕິ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ) ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ພິມພິສາຣັງ ເວລຸວະເນ ປຸບພະຣາເມ ລັດຖິວະເນ ສັນຕິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງກຸຕິວິຫານ ໃຫ້ເປັນທານແກ່ ພຣະພິກຂຸສົງ ເຊິ່ງມາແຕ່ທິດຕ່າງໆກໍດີ ຫຼື ທີ່ຍັງບໍ່ທັນໄດ້ມາ ກໍ່ດີ ຫຼື ທີ່ມາປະຈຳຢູ່ຕະຫຼອດ ຊີວິດກໍ່ດີ ຫຼື ຈະມາອາໃສ ຈຳພັນສາແລ້ວ ໜີໄປກໍ່ດີ ນໍຣະຍິງຊາຍຜູ້ໃດ ມີໃຈໃສ່ສັດທາ ແລມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານ…

ອ່ານຕໍ່