ກິດຈະວັດ 10 ຢ່າງສຳລັບພຣະສົງ-ສາມະເນນ
ຄືກິດຈະວັດພື້້ນຖານຂອງພຣະສົງ-ສາມະເນນ ໃນພຣະພຸທທະສາສະນາ ທີ່ບັນພຣະຊົນໄດ້ປະພຶດປະຕິບັດກັນຕະຫລອດມາ. 1. ລົງອຸໂປສົດ ຄືການເຂົ້າຮ່ວມຟັງການສູດປະຕິໂມກທຸກໆ ວັນສິນ 15ຄ່ຳ ແລະ ເປັນການປະຊຸມພຣະສົງ. 2. ບິນທະບາດລ້ຽງຊີບໃນແຕ່ລະວັນ. 3. ໄຫວ້ພຣະ-ສູດມົນທຸກວັນ 4. ກວາດເດີ່ນວັດວາອາຮາມ, ວິຫານ ແລະ ລານພຣະທາດເຈດີ. 5.ຮັກສາຜ້າຄອງ ນຸ່ງຜ້າຕາມຊຸດຂອງພຣະຕາມກາລະເທສະ, ຖືກຜ້າຄອງຕາມຈຳນວນຈຳກັດ ແລະ ທຳພິທີເອົາຄອງຜ້າທຸກວັນ. 6.ຢູ່ປະຣິວາດສະກັມ ຄື: ເຂົ້າກັມ ເວລາຕ້ອງອາບັດສັງຄາທິເສດ. 7.ແຖຜົມ, ແຖໜວດ ແລະ ຕັດເລັບ. 8.ສຶກສາຮໍ່າຮຽນພຣະທັມວິນັຍ ແລະ ປະຕິບັດຄຣູບາ-ອາຈາຣຍ໌. 9.ຕ້ອງອາບັດແລ້ວ ສະແດງອາບັດເສັຍ. 10.ພິຈາຣະນາປັດຈະເວກຂະນະ ທັງ 4, ມີ: ຈີວອນ, ບິນທະບາດ, ທີ່ຟູ່ທີ່ອາໃສ ແລະ ຢາຮັກສາໂຣຄ. ກິດຈະວັດ 10 ຢ່າງນີ້ ຖືເປັນກິດໃຫຍ່ຂອງພຣະພິກຂຸ ແລະ ສາມະເນນ ທຸກໆ ອົງ ຊຶ່ງຈະຕ້ອງສຶກສາໃຫ້ຮູ້ຢ່າງຈະເເຈ້ງຊັດເຈນ…
