admin

ບຸນສູງສຸດໃນທາງພຸດທະສາສະນາແມ່ນຫຍັງ?

ບຸນສູງສຸດໃນທາງພຸດທະສາສະນາ ໃນຊີວິດຂອງເຮົາ ຫລາຍຄົນສະແຫວ່ງຫາບຸນ ດ້ວຍການທຳທານ ສ້າງວັດ, ເຮັດໂຮງທານ ຫລື ຖວາຍສັງຂະທານ ແຕ່ໃນທາງພຸດທະສາສະນາ ພຣະພຸຸດທະເຈົ້າຕັດໄວ້ຢ່າງຊັດເຈນວ່າ: ບຸນທີ່ຍິງໃຫ່ຍທີ່ສຸດບໍ່ແມ່ນຢູ່ກັບສິ່ງຂອງທີ່ໃຫ້ ແຕ່ຢູ່ທີ່ຈິດໃຈທີ່ໃຫ້ ແລະ ປັນຍາທີ່ເຂົ້າໃຈ. ພຣະພຸດທະເຈົ້າຊົງສອນວ່າ ບຸນມີຢູ່ 3 ປະການໃຫ່ຍໆ

ອ່ານຕໍ່

ອານຸໂມທະນາບຸນ-ອະນຸໂມທະນາບາບ

ຄຳວ່າ “ອານຸໂມ” ເປັນຄວາມປິຕິຍິນດີ, ອີ່ມເຕັມໃຈກັບຄົນອື່ນທີ່ເຫັນເຂົາໄດ້ທຳຄວາມດີ. ແຕ່ບັດນີ້ຈະມາຟັງຄວາມໝາຍຂອງວ່າ ອານຸໂມທະນາບຸນ ແລະ ອານຸໂມທະນາບາບ ມັນຕ່າງກັນຢ່າງໃດ.

ອ່ານຕໍ່

ເມື່ອກາຍດັບແລ້ວ ຈິດໄປໃສ່?

ຫລາຍຄົນກໍຍັງມີຄວາມຄິດວ່າ ການເສັຍຊິວິດ ຫລື ຕາຍໄປ ກໍໝາຍວ່າ ທຸກສິ່ງທຸກຢ່າງໄດ້ຈົບລົງໄປແລ້ວ ແຕ່ໃນທາງພຸດທະສາສະນານັ້ນ ແມ່ນພຽງແຕ່ເປັນກາຍສະຫລາຍໄປໃນຮູບແບບຂອງຂັນຫ້າ ຄື: ການສິ້ນສຸດຂອງທາດດິນ, ນ້ຳ, ລົມ ແລະ ໄຟ ທີ່ເປັນສວ່ນປະກອບຂອງຮ່າງກາຍເທົ່ານັ້ນ. ສ່ວນຈິດຈະເດີນໄປຕໍ່ຕາມບຸນຕາມກຳຂອງຄົນນັ້ນທີ່ໄດ້ສ້າງມາ. ລະອຽດເພີ່ມຕື່ມດັ່ງລຸ່ມນີ້:

ອ່ານຕໍ່

9 ວິທີທຳບູຸນໄດ້ອະນິສົງແຮງ ຕັດເຄາະໝົດໂສກ ມີຄວາມຈະເລີນກ້າວໜ້າ

ເປີດ 9 ວິທີທຳບຸນໄດ້ອະນິສົງແຮງ ສົ່ງຜົນໃຫ້ຊີວິດຮຸ່ງເຮືອງ ມີຄວາມຈະເລີນກ້າວໜ້າ ເຮັດໄດ້ເລື່ອຍໆ ເສີມດວງຊະຕາ. 1. ຖືສີນ 5: ອະນິສົງເປັນຜົນໃຫ້ເກີດຄວາມໂຊກດີ ແລະ ແກ້ເຄາະໝົດກຳໄດ້. 2. ທຳບຸນປ່ອຍສັດ: ເປັນການບໍ່ບຽດບຽນຊີວິດຜູ້ອື່ນ ສົ່ງຜົນໃຫ້ໝົດທຸກໝົດໄພ ແລະ ພົບຄວາມສຸກໃນຊີວິດ. 3. ທຳບຸນໃຫ້ທານ: ທຳທານແກ່ຄົນທຸກຫຍາກອານາຖາ ເພື່ອເປັນບຸນສົ່ງເສີມໃຫ້ຊີວິດມີໂຊກ ມີຊັບແລະເຕັມດ້ວຍບາຣະມີ ຈະມີແຕ່ຄວາມລາບລື່ນ ເລື່ອງຕິດຄັດບໍ່ມີ ຈະແຄ້ວຄາດປອດໄພ ບໍ່ມີຄຳວ່າ ບໍ່ມີ ບໍ່ໄດ້ໃນຊີວິດ. 4. ຖວາຍສັງຄະທານ: ການຖວາຍສິ່ງຂອງທີ່ຈຳເປັນແດ່ພຣະສົງ ອະນິສົງບຸນຈະສົ່ງໃຫ້ຊີວິດໝົດເຄາະໝົດໂສກ ຄວາມເປັນຢູ່ອຸດົມສົມບູນ. 5. ຕື່ມນ້ຳມັນຕະກຽງ: ເພື່ອຄວາມຮຸ່ງເຮືອງ ດັ່ງແສງສະຫວ່າງຂອງຕະກຽງທີ່ກຳລັງລຸກໂຊນ ມີແສງສະຫວ່າງຄອຍນຳທາງຊີວິດພົ້ນຈາກຄວາມມືດມິດ ມີຄວາມຄິດ ແລະ ພົບທາງອອກຢູ່ສະເໝີ.6. ຊື້ເຂົ້າສານ ນ້ຳດື່ມ ກະດານຕີສຊູ ໄປຖວາຍວັດ: ເພື່ອໃຫ້ຊີວິດມັ່ງຄັ່ງອຸດົມສົມບູນແລະພຽບພ້ອມດ້ວຍບາຣະມີ.7. ພີມໜັງສືທຳມະແຈກ: ເສີມດວງໃຫ້ມີວາດສະໜາບາຣະມີ ເພື່ອໃຫ້ປັນຫາສະຫວ່າງ ໝົດທຸກໝົດໂສກ ບໍ່ມີເຄາະຮ້າຍ. 8. ບໍລິຈາກຄ່ານ້ຳ-ຄ່າໄຟ: ຈະຊ່ວຍໃຫ້ຊີວິດລາບລື່ນ ໝົດທຸກໝົດໂສກ…

ອ່ານຕໍ່

ອີນຊີ 5 ແມ່ນຫຍັງ?

ອີນຊີຫ້າ ຄືທຳມະຝ່າຍດີ ທີ່ປຽບເໝືອນຜູ້ປົກຄອງ ຫລື ຮາກຖານກຳກັບຈິດ ໃຫ້ຕັ້ງໝັ່ນໃນການປະຕິບັດທຳ ເພື່ອນຳໄປສູ່ນິບພານ ປະກອບດ້ວຍ: 1. ສັດທາ, 2. ວິຣິຍະ, 3. ສະຕິ, 4. ສະມາທິ ແລະ 5. ປັນຍາ. ລາຍລະອຽດຟັງຕື່ມທາງວິດີໂອ.

ອ່ານຕໍ່

ສູດມາຕິກາ

ກຸສະລາ ທັມມາ, ອະກຸສະລາ ທັມມາ, ອັພພະຍາກະຕາ ທັມມາ, ສຸຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ, ທຸກຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ, ອະທຸກຂະມະ ສຸຂາຍະ ເວທະນາຍະ ສັມປະຍຸຕຕາ ທັມມາ, ວິປາກາ ທັມມາ, ວິປາກະທັມມະ ທັມມາ, ເນວະວິປາກະ ນະວິປາກະ ທັມມະ ທັມມາ, ອຸປປາທິນ ນຸປາທານິຍາ ທັມມາ, ອະນຸປາທິນ ນຸປາທານິຍາ ທັມມາ, ອະນຸປາທິນນາ ນຸປາທານິຍາ ທັມມາ, ສັງກິລິຕຖະສັງກິເລ ສິກາ ທັມມາ, ອະສັງກິລິຕຖະສັງກິເລ ສິກາ ທັມມາ, ສັງກິລິຕ ຖາ ສັງກິເລສິກາ ທັມມາ, ສະວິຕັກກະ ສະວິຈາຣາ ທັມມາ, ອະວິຕັກກະ ວິຈາຣະມັຕຕາ ທັມມາ, ອະວິຕັກກາ ວິຈາຣາ ທັມມາ,…

ອ່ານຕໍ່

ກາລະທານະສູຕຕະຄາຖາ

ເປັນບົດສວດໃນພຸດທະສາສະນາ ທີ່ກ່າວເຖິງການໃຫ້ທານໃນເວລາອັນສົມຄວນແກ່ພຣະອະຣິຍະເຈົ້າ ຊຶ່ງໃຫ້ຜົນໄພບູນ. ໂດຍບົດສວດຈະຍົກຍ້ອງຜູ້ມີປັນຍາ ບໍ່ຂີ້ຖີ່ ມີຈິດໃຈເຫລືອມໃສໃນພຣະອະຣິຍະເຈົ້າ ແລະ ໃຫ້ທານຢ່າງຖືກຕ້ອງຕາມກາລະສະໄຫມ. ກ່ອນສວດແມ່ນໃຫ້ຕັ້ງນະໂມ 3 ຈົບກ່ອນ: ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຈົບ) ກາເລ ທະທັນຕິ ສະປັນຍາ ວະທັນຍູ ວີຕະມັຈສະຣາ ກາເລນະທິນນັງ ອະຣິເຍ ສຸອຸຊູພຸເຕສຸຕາທິສຸ ວິປປະສັນນະມະນາ ຕັສສະວິປຸລາ ໂຫຕິທັກຂິນາ ເຍຕັຕຖະ ອະນຸໂມທັນຕິ ເວຍຍາວັຈຈັງ ກະໂຣນຕິວາ ນະເຕນະ ທັກຂິນາ ໂອນາເຕປິ ປຸນຍັສສະ ພາຄິໂນ ຕັສະມາ ທະເທ ອັປປະຕິວານະຈິຕໂຕ ຍັຕຖະ ທິນນັງ ມະຫັບຜະລັງ ປຸນຍານິ ປະຣະໂລກັສະມິງ ປະຕິຕຖາ ໂຫນຕິ ປານິນັນຕິ.

ອ່ານຕໍ່