admin

ຄຸນຄ່າຂອງຊີວິດວັດແທກຢ່າງໃດ?

ເຈົ້າເຄີຍຮູຸ້ສຶກບໍ່ວ່າ ເປັນຫຍັງບາງຄົນຈຶ່ງມ່ອງບໍ່ເຫັນຄ່າໃນສິ່ງທີ່ເຮົາທຳ ມາພົບຄຳຕອບໃນປຣິດສະນາທຳໃນເລື່ອງນີ້ກັນເທາະ. ມີຊາຍຄົນໜຶ່ງເຂົ້າໄປຫາພຣະພຸດທະເຈົ້າແລ້ວຖ່າມວ່າ: “ຊິວິດຄົນເຮົາມີຄ່າເທົ່າໃດ?”. ພຣະພຸດທະເຈົ້າຊົງຍື່ນກ້ອນຫິນທີ່ເປັ່ງປະກາຍໃຫ້ລາວໜຶ່ງກ້ອນ ແລ້ວຕັດວ່າ: “ຈົ່ງຖືຫີນກ້ອນນີ້ໄປທີ່ຕະຫລາດເພື່ອສຶບຫາລາຄາຂອງມັນວ່າເທົ່າໃດ ແຕ່ຢ່າຂາຍມັນໃຫ້ຜູ້ໃດເດັດຂາດ ແລ້ວກັບມາບອກເຮົາ”. ຊາຍຄົນນັ້ນໄປທີ່ຕະຫລາດທັນທີ ເຂົາຖາມຂາຍໃຫ້ຄົນຂາຍໝາກສົ້ມ ຄົນຂາຍໝາກສົ້ມຜູ້ນີ້ຂໍເອົາໝາກສົ້ມ 1 ໂຫລແລກກັບຫີນກ້ອນນີ້. ເຂົາຖາມຄົນຂາຍຜັກ ແລ້ວຄົນຂາຍຜັກໃຫ້ມັນຝຣັ່ງ 1 ກະສອບແລກກັບຫີນກ້ອນນີ້. ເຂົາຖາມຊ່າງທອງ ຊ່າງທອງໃຫ້ 5 ລ້ານເພື່ອແລກກັບຫີນກ້ອນນີ້, ເຂົາຖາມຊ່າງອະຍະມະນີ ຊ່າງຜູ້ນີ້ບອກວ່າ ປະເມີນຄ່າບໍ່ໄດ້. ເມື່ອຊາຍຄົນນັ້ນກັບມາເລົ່າເລື່ອງທັງໝົດໃຫ້ຟັງ ພຣະພຸດທະເຈົ້າຈຶ່ງຊົງສະເລີຍວ່າ: ຄົນຂາຍໝາກສົ້ມຕີລາຄາຫີນເປັນໝາກສົ້ມ, ຄົນຂາຍຜັກເຫັນຄ່າແຄ່ຫົວມັນ, ຊ່າງທອງໃຫ້ລາຄາເປັນເງິນມະຫາສານ, ສ່ວນຊ່າງອະຍະມະນີ ກັບບອກວ່າ ມັນປະເມີນຄ່າບໍ່ໄດ້. ຊີວິດມະນຸດກໍ່ເໝືອນຫີນກ້ອນນີ້  ເຈົ້າຄືເພັດທີ່ລ້ຳຄ່າຢ່າງບໍ່ຕ້ອງສົງໃສ ແຕ່ຈຳໄວ້ວ່າ ຄົນຕົງໜ້າຈະປະເມີນຄຸນຄ່າຕາມສະຕິປັນຍາ ແລະ ລະດັບຄວາມເຂົ້າໃຈທີ່ເຂົາມີຕໍ່ໂລກເທົ່ານັ້ນ. ຄວາມຈິ່ງເບື້ອງໜ້າຄືອັນໃດ ເຮົາບໍ່ໄດ້ດ້ອຍຄ່າລົງທີ່ຄົນຂາຍຜັກມ່ອງເຮົາມີຄ່າເທົ່າຫົວມັນ ເຮົາບໍ່ໄດ້ສູງສົ່ງຂື້ນທີ່ມີຄົນຍອມຊື້ເຮົາໃນລາຄາແພງ. ຄຸນຄ່າທີ່ແທ້ ຈຶ່ງຢູ່ໃນເນື້ອຂອງເຮົາ ຊືຶ່ງບໍ່ເຄີຍປ່ຽນໄປຕາມປາກຂອງຜູ້ໃດ. ວັນນີ້ເຈົ້າເລີກເອົາຄຸນຄ່າຂອງຕົນເອງໄປຝາກໄວ້ໃນສາຍຕາຂອງຄົນອື່ນແລ້ວຫລືຍັງ?

ອ່ານຕໍ່

ຈິດຄືຫົວໃຈຂອງການກະທຳທຸກຢ່າງ

ຈິດຄືຫົວໃຈຂອງການກະທຳທຸກສິ່ງຢ່າງ, ຖ້າຈິດສະອາດໂລກທັງໃບກໍເບີ່ງສະຫວ່າງ ແຕ່ຖ້າຈິດເສົ້າມ່ອງ ແມ້ແຕ່ເປັນສິ່ງເລັກໜ້ອຍກໍພາເກີດເປັນຄວາມທຸກໄດ້. ພຣະພຸດທະເຈົ້າຕັດໄວ້ໃນພຣະໄຕຣປິດົກວ່າ: ຈິດທີ່ເສົ້າມ່ອງ ຍ່ອມນຳໄປສູ່ວິບາກທີ່ເສົ້າມ່ອງ, ຈິດທີ່ຜ່ອງໃສຍ່ອມນຳໄປສູ່ວິບາກທີ່ຜ່ອງໃສ. ແລ້ວເຄື່ອງເສົ້າມ່ອງຂອງຈິດຄືອັນໃດ? ພຣະອົງຕັດໄວ້ວ່າ ມີ 10 ຢ່າງ ເປັນຕົວການທີ່ທຳໃຫ້ຈິດເຮົາຂຸ້ນມົວ-ບໍ່ຜ່ອງໃສ:1) ລາຄະ ຄວາມກໍານັດຍິນດີໃນຮູບ, ສຽງ, ກີ່ນ, ລົດ ເມື່ອເຮົາຢຶດໝັ່ນຢາກໄດ້ຢາກມີ ຈິດກໍບໍ່ສະຫງົບ, ຍິ່ງຢາກຫລາຍ ຍິ່ງທຸກຫລາຍ.2) ໂທສະ: ຄວາມໂກດຄຽດ-ຄວາມຂັດເຂືອງ ປຽບເໝືອນໄຟທີ່ເຜົ່າໃຈຕົນເອງ ກ່ອນເຜົ່າຄົນອື່ນ.3) ໂມຫະ: ຄວາມຫລົງ ບໍ່ຮູ້ເທົ່າທັນຄວາມຈິງ ທໍາໃຫ້ຫລົງທາງໃນໂລກ, ບໍ່ເຫັນເຫດແລະຜົນໄປຕາມຄວາມເປັນຈິງ.4) ອັດຕາ: ຄວາມຖືຕົວ ເຫັນວ່າຕົນເອງສໍາຄັນກວ່າຜູ້ອື່ນ, ຈິດທີ່ເຕັມໄປດ້ວຍເຮົາ ຍ່ອມບໍ່ພົບຄວາມຫວ່າງ.5) ອິດສາ: ຄວາມລິດສະຢ່າ ເຫັນຜູ້ອື່ນໄດ້ດີແລ້ວ ໃຈອອກຮ້ອນເໝືອນກິນໄຟເຂົ້າໄປເອງ.6) ມານະ: ຄວາມເຢິຢິງຖືດີ ບໍ່ຍ່ອມຟັງ ບໍ່ຍອມລົດຕົວລົງເພື່ອຮຽນຮູ້.7) ຕະນີ່: ບໍ່ຢາກໃຫ້, ບໍ່ຢາກເສັຍ ແຕ່ລື່ມໄປວ່າ ທຸກສິ່ງໃນໂລກນີ້ບໍ່ມີອັນໃດເປັນຂອງເຮົາຢ່າງແທ້ຈິງ.8) ມັກຄະ: ການລົບລູ່ຄຸນທ່ານ ບໍ່ເຫັນຄຸນຂອງຜູ້ມີພຣະຄຸນ.9) ປາລາສະ: ຄວາມອວດດີ,…

ອ່ານຕໍ່
ເກີດເປັນຄົນຢ່າຄິດທາງຜິດ

ເກີດເປັນຄົນຢ່າຄິດໄປທາງຜິດ

ການທີ່ເຮົາໄດ້ເກີດມາເປັນຄົນໃນຊາດໜຶ່ງ, ໄດ້ມາຢື່ນຢູ່ໃນແຜນດິນໂລກໃບນີ້, ໄດ້ມາໃຊ້ຊິວິດຕາມວິຖີຂອງຕົນ ຈະລວຍ ຫລື ຈົນ, ຈະສູງຈະຕ່ຳດຳເຕັ້ຍ ເຮົາກໍບໍ່ຄວນທີ່ຈະໄປເສັຍເວລາຄິດ, ຄິດວ່າຕົນເອງຕ່ຳຕ້ອຍ ຫລື ສູງສົ່ງ. ເພາະຖ້າຄິດແບບນັ້ນ ມັນຄືຫລົງ ຫລົງໃນຕົວໃນຕົນ. ຫາກຄິດວ່າຕົນເອງນັ້ນສູງສົ່ງ ກໍຈະບຽດບຽນຜູ້ອື່ນ, ຢຽບຢ່ຳຜູ້ອື່ນໃຫ້ຕ່ຳເຕັ້ຍກວ່າຕົນ ຫລື ຫາກຄິດວ່າຕົນເອງຕ້ອຍຕ່ຳ ກໍຈະຄິດແຕ່ຈະຢຽບຢ້ຳຕົນເອງ, ດູຖູກຕົວເອງ ເອົາໂຕເອງເປັນເກນ ແລ້ວເອົາຕົວເອງໄປປຽບທຽບໄປວັດ. ເຮົາຈ່ົງຢ່າໄປເສັຍເວລາກັບສິ່ງເຫລົ່ານັ້ນເລີຍ. ເຮົາໄດ້ເກີດມາເປັນມະນຸດເໝືອນກັນ ກໍນັບວ່າມີບຸນໜັກແລ້ວ. ເຮົາຢ່າພາກັນຫລົງ, ຢຶດຕິດຢືດໝັ່ນ ສຳຄັນໝັ່ນໝາຍກັບອັນໃດນັກເລີຍ ເພາະຊີວິດນີ້ມັນບໍ່ມີອັນໃດແນ່ນອນ, ໃຫ່ຍໄດ້ກໍນ້ອຍໄດ້, ລວຍໄດ້ກໍຈົນໄດ້, ແຂງແຮງໄດ້ກໍເຈັບປ່ວຍໄດ້. ບໍ່ມີຜູ້ໃດໃຊ້ຊິວິດໄດ້ຄ້ຳຟ້າ ຫລື ວ່າຢູ່ໄດ້ເປັນກັບເປັນກັນ, ທຸກຄົນທຸກຊີວິດຕ່າງກໍມີເວລາຂອງຕົນ ແລະ ໃຫ້ເຮົາກັບມາຖາມຕົນເອງເບີ່ງວ່າ ເວລາທີ່ເຫລືອໃນຊີວິດນີ້ ເຮົາຈະມີຄຸນປະໂຫຍດອັນໃດຕໍເຮົາແດ່. ຖ້າມີແຕ່ຕັ້ງຈິດຕັ້ງໃຈທີ່ຈະທຳຄວາມຊົ່ວກໍລອງກັບມາຖາມຕົນເອງເບີ່ງວ່າ ທີ່ເຮັດໄປນ້ັນໄດ້ອັນໃດ? ເພື່ອອັນໃດ? ໃຫ້ລອງເບີ່ງໄປເລີກໆ ເບີ່ງລົງໄປໃນຈິດໃນໃຈ. ຖ້າຫາກວ່າເຮົາເຈີຄຳຕອບແລ້ວ ເຮົາກໍຈະເຫັນ ເຮົາກໍຈະເຂົ້າໃຈວ່າ ສິ່ງທີ່ທຳຊົ່ວຢູ່ນັ້ນ ມັນບໍ່ໄດ້ເກີດປະໂຫຍດອັນໃດ ນອກຈາກມີແຕ່ຈະທຳລາຍຕົນເອງ ຫາຄວາມວຸ່ນວາຍໃສ່ຕົນເອງ. ດັ່ງນັ້ນ, ຈົ່ງຢ່າພາກັນຫລົງຕົວຫລົງຕົນ,…

ອ່ານຕໍ່

ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້: “ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ“ ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ…

ອ່ານຕໍ່

ຄຳກ່າວຂອງພຣະສົງໃນການຮັບເຄື່ອງ

ທາງພຸດທະສາສະນາ ໃນການຮັບສິ່ງຂອງໃດໜຶ່ງຈາກອອກຕົນຍາດໂຍມ ພຣະສົງຈະມີຄຳກ່າວໃນຂະນະຮັບ. ຈາກນັ້ນ (ຫລັງປະເຄນເຄື່ອງ) ກໍຈະໃຫ້ພອນເພື່ອອະນຸໂມທະນາ (ຍິນດີໃນບຸນ) ແລະ ຢາດນ້ຳຕາມລຳດັບ. ສ່ວນຍາດໂຍມກໍກ່າວຄຳວ່າ “ສາທຸ”. ຊຶ່ງແຫລ່ງຂໍ້ມູນນີ້ໄດ້ມາຈາກວັດອານຸສອນ ເມືອງປາກຊັນ ແຂວງບໍລິຄຳໄຊ.

ອ່ານຕໍ່

ບົດສູດມົນຂ້າມປີ ເສີມສິຣິມຸງຄຸນຊີວິດ

ການສວດມົນຂ້າມປີມີຈຸດປະສົງຫລັກ ເພື່ອສົ່ງທ້າຍປີເກົ່າດ້ວຍສິ່ງດີງາມ ຕ້ອນຮັບປີໃໝ່ດ້ວຍສິຣິມຸງຄຸນ ໂດຍມີປະໂຫຍດທັງທາງຈິດໃຈ (ຝຶກສະມາທິ, ຊຳລະລ້າງຈິດໃຈ, ສ້າງປັນຍາ) ແລະ ທາງກາຍ (ຫລຸດອຸບັດເຫດ) ເປັນການເລີ່ມຕົ້ນປີໃໝ່ດ້ວຍພະລັງບວກ ອຸທິດບຸນໃຫ້ຜູ້ອື່ນ ແລະ ເສີມດວງຊະຕາໃຫ້ແຄລ້ວຄລາດປອດໄພ.  ເຫດຜົນ ແລະ ອານິສົງຫລັກ: ສະຫລຸບ: ການສວດມົນຂ້າມປີຄືການເຮັດກິດຈະກຳດີໆ ເພື່ອປັບປ່ຽນຕົວເອງໃຫ້ເປັນຄົນທີ່ມີຄຸນນະພາບພ້ອມຮັບປີໃໝ່ ບໍ່ພຽງແຕ່ເລື່ອງຂອງໂຊກລາບ ແຕ່ລວມທັງການພັດທະນາຈິດໃຈໃຫ້ເຂັ້ມແຂງ ແລະ ສະຫງົບອີກດ້ວຍ. ການສູດມົນຂ້າມປີຂອງຊາວພຸດແມ່ນຈັດຂື້ນໃນວັນທີ 31 ຂອງເດືອນທັນວາ (12) ທຸກປີ ຫລື ໃນວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ຊື່່ງຂັ້ນຕອນ ແລະ ບົດສຸດມົນມີດັ່ງນີ້: *ແຕ່ງຂັນ 5 (ໃຊ້ຈານ ມີດອກໄມ້ 10 ດອກ ແລະ ທຽນ 10 ເຫລັ້ມ) *ໃຕ້ທຽນ 2 ເຫລັ້ມ ແລະ ທູບ 3 ດອກ. * ທາງກາຍ:…

ອ່ານຕໍ່