ເຈົ້າເຄີຍຮູຸ້ສຶກບໍ່ວ່າ ເປັນຫຍັງບາງຄົນຈຶ່ງມ່ອງບໍ່ເຫັນຄ່າໃນສິ່ງທີ່ເຮົາທຳ ມາພົບຄຳຕອບໃນປຣິດສະນາທຳໃນເລື່ອງນີ້ກັນເທາະ.
ມີຊາຍຄົນໜຶ່ງເຂົ້າໄປຫາພຣະພຸດທະເຈົ້າແລ້ວຖ່າມວ່າ: “ຊິວິດຄົນເຮົາມີຄ່າເທົ່າໃດ?”. ພຣະພຸດທະເຈົ້າຊົງຍື່ນກ້ອນຫິນທີ່ເປັ່ງປະກາຍໃຫ້ລາວໜຶ່ງກ້ອນ ແລ້ວຕັດວ່າ: “ຈົ່ງຖືຫີນກ້ອນນີ້ໄປທີ່ຕະຫລາດເພື່ອສຶບຫາລາຄາຂອງມັນວ່າເທົ່າໃດ ແຕ່ຢ່າຂາຍມັນໃຫ້ຜູ້ໃດເດັດຂາດ ແລ້ວກັບມາບອກເຮົາ”. ຊາຍຄົນນັ້ນໄປທີ່ຕະຫລາດທັນທີ ເຂົາຖາມຂາຍໃຫ້ຄົນຂາຍໝາກສົ້ມ ຄົນຂາຍໝາກສົ້ມຜູ້ນີ້ຂໍເອົາໝາກສົ້ມ 1 ໂຫລແລກກັບຫີນກ້ອນນີ້. ເຂົາຖາມຄົນຂາຍຜັກ ແລ້ວຄົນຂາຍຜັກໃຫ້ມັນຝຣັ່ງ 1 ກະສອບແລກກັບຫີນກ້ອນນີ້. ເຂົາຖາມຊ່າງທອງ ຊ່າງທອງໃຫ້ 5 ລ້ານເພື່ອແລກກັບຫີນກ້ອນນີ້, ເຂົາຖາມຊ່າງອະຍະມະນີ ຊ່າງຜູ້ນີ້ບອກວ່າ ປະເມີນຄ່າບໍ່ໄດ້. ເມື່ອຊາຍຄົນນັ້ນກັບມາເລົ່າເລື່ອງທັງໝົດໃຫ້ຟັງ ພຣະພຸດທະເຈົ້າຈຶ່ງຊົງສະເລີຍວ່າ: ຄົນຂາຍໝາກສົ້ມຕີລາຄາຫີນເປັນໝາກສົ້ມ, ຄົນຂາຍຜັກເຫັນຄ່າແຄ່ຫົວມັນ, ຊ່າງທອງໃຫ້ລາຄາເປັນເງິນມະຫາສານ, ສ່ວນຊ່າງອະຍະມະນີ ກັບບອກວ່າ ມັນປະເມີນຄ່າບໍ່ໄດ້. ຊີວິດມະນຸດກໍ່ເໝືອນຫີນກ້ອນນີ້ ເຈົ້າຄືເພັດທີ່ລ້ຳຄ່າຢ່າງບໍ່ຕ້ອງສົງໃສ ແຕ່ຈຳໄວ້ວ່າ ຄົນຕົງໜ້າຈະປະເມີນຄຸນຄ່າຕາມສະຕິປັນຍາ ແລະ ລະດັບຄວາມເຂົ້າໃຈທີ່ເຂົາມີຕໍ່ໂລກເທົ່ານັ້ນ. ຄວາມຈິ່ງເບື້ອງໜ້າຄືອັນໃດ ເຮົາບໍ່ໄດ້ດ້ອຍຄ່າລົງທີ່ຄົນຂາຍຜັກມ່ອງເຮົາມີຄ່າເທົ່າຫົວມັນ ເຮົາບໍ່ໄດ້ສູງສົ່ງຂື້ນທີ່ມີຄົນຍອມຊື້ເຮົາໃນລາຄາແພງ. ຄຸນຄ່າທີ່ແທ້ ຈຶ່ງຢູ່ໃນເນື້ອຂອງເຮົາ ຊືຶ່ງບໍ່ເຄີຍປ່ຽນໄປຕາມປາກຂອງຜູ້ໃດ. ວັນນີ້ເຈົ້າເລີກເອົາຄຸນຄ່າຂອງຕົນເອງໄປຝາກໄວ້ໃນສາຍຕາຂອງຄົນອື່ນແລ້ວຫລືຍັງ?
