ຊີວິດມັນສັ້ນຈົ່ງໃຊ້ຊີວິດຢ່າງມີສະຕິ

ພຣະພຸທທະເຈົ້າຊົງສອນໄວ້ວ່າ: ຊີວິດຂອງມະນຸດນັ້ນຜ່ານໄປຢ່າງວ່ອງໄວ, ວັນໜຶ່ງຜ່ານໄປ, ວັນໜຶ່ງກໍໃກ້ຄວາມແກ່-ຄວາມເຈັບ ແລະ ຄວາມຕາຍຫລາຍຂື້ນ. ດັ່ງນັ້ນ, ການໃຊ້ຊີວິດຢ່າງມີສະຕີຈຶ່ງເປັນສິ່ງສຳຄັນຫລາຍ. ໃນແຕ່ລະວັນ ເຮົາຄວນຖາມຕົນເອງສະເໝີວ່າ: ວັນນີ້ຕົນເອງໄດ້ທຳຄວາມດີອັນໃດແດ່.  ຄຳຖາມນີ້ບໍ່ແມ່ນເພື່ອໃຫ້ເຮົາພູມໃຈໃນຕົວເອງ ແຕ່ເພື່ອໃຫ້ເຮົາກວດສອບຈິດໃຈ ແລະ ການກະທຳຂອງຕົນເອງ ວ່າຕົນເອງໄດ້ໃຊ້ຊີວິດຢ່າງມີຄ່າຫລືບໍ?. ບາງຄັ້ງຄວາມດີອາດຈະບໍ່ແມ່ນເລື່ອງໃຫ່ຍໂຕ ອາດເປັນການເວົ້າດີໆ ກັບຜູ້ອື່ນ, ການຊ່ວຍເຫລືອຄົນທີ່ລຳບາກ ຫລື ການໃຫ້ອະໄພຄົນທີ່ທຳໃຫ້ເຮົາເສັຍໃຈ ແມ້ແຕ່ການມີເມດຕາໃນໃຈ ຫລື ການບໍ່ຄິດຮ້າຍຕໍ່ຜູ້ອື່ນ ກໍຖືເປັນຄວາມດີທີ່ມີຄຸນຄ່າ.  ພຣະພຸທທະເຈົ້າຊົງສອນວ່າ: ຄົນທີ່ໝັ່ນພິຈະລະນາຕົນເອງ ຈະສາມາດພັດທະນາຊີວິດໃຫ້ດີຂື້ນໄດ້  ເພາະເຂົາຈະຮູ້ວ່າ ອັນໃດຄວນທຳ ອັນໃດບໍ່ຄວນທຳ. ຫາກວັນໜຶ່ງ ເຮົາຮູ້ສຶກສາຍັງບໍ່ທັນໄດ້ທຳຄວາມດີຫລາຍພໍ ວັນນັ້ນຍັງບໍ່ທັນສວຍເກີນໄປທີ່ຈະເລີ່ມທຳຄວາມດີ ແມ້ຈະເປັນເລື່ອງເລັກນ້ອຍກໍຕາມ.

  ເມື່ອເຮົາທຳຄວາມດີເລື່ອຍໆ ໃຈຂອງເຮົາຈະຄ່ອຍໆ ສະຫງົບ ແລະ ເຕັມໄປດ້ວຍຄວາມສຸກ ເພາະຄວາມດີເປັນເໝືອນດັ່ງແສງສະຫວ່າງທີ່ຊ່ວຍນຳທາງຊີວິດຂອງເຮົາ. ດັ່ງນັ້ນ ກ່ອນຈະຈົບວັນໃນແຕ່ລະວັນ ຈົງລອງຢຸດຄິດຈັກໜ້ອຍ ແລ້ວຖາມຕົວເອງວ່າ: ວັນນີີ້ຕົນເອງໄດ້ທຳຄວາມດີອັນໃດແດ່ ຄຳຖາມນ້ອຍໆນີ້ ຈະຊ່ວຍເຕືອນໃຈໃຫ້ເຮົາດຳລົງຊີວິດດ້ວຍຄວາມບໍ່ປະມາດ ແລະ ທຳໃຫ້ທຸກວັນຂອງເຮົາ ມີຄວາມໝາຍຫລາຍຂື້ນ. ເມື່ອວັນເວລາຜ່ານໄປ ຄວາມດີທີ່ເຮົາສ້າງໄວ້ຈະຄ່ອຍໆ ສະສົມ ແລະ ກາຍເປັນບຸນກຸສົນທີ່ນຳພາຊີວິດຂອງເຮົາໄປສູ່ຄວາມສະຫງົບ ແລະ ຄວາມສຸກທີ່ແທ້ຈິງ.

Leave a Reply

Your email address will not be published. Required fields are marked *