ແງ່ຄະຕິທຳ

ແງ່ຄິດຄະຕິທິມ (ໄປເຮັດຫຍັງ ). – ມີເງິນຕັ້ງເປັນຕື້ເປັນໂກດ – ແຕ່ບໍ່ນໍາມາໄຊ້ໃຫ້ເປັນປະໂຫຍດ ແກ່ຕົນເອງ ແລະ ສ່ວນລວມ, ມີໄປເຮັດຫຍັງ? – ມີບ້ານໃຫຍ່ໂຕມະໂຫລານເໝືອນກັບຄະລືຫາດ – ແຕ່ຢູ່ກັນພຽງບໍ່ເຖິງ ໕ ຄົນພໍ່-ແມ່ ແລະ ລູກ, ມີໄປເຮັດຫຍັງ? – ມີໂມງລາຄາແພງເປັນລ້ານຂຶ້ນໄປ – ແຕ່ບໍ່ເຄີຍເຮັດຫຍັງຕົງຕາມເວລາຈັກເທື່ອ, ມີໄປເຮັດຫຍັງ? – ມີເວລາຢູ່ໃນໂລກ ບໍ່ເຖິງ ໑໐໐ ປີ – ແຕ່ກັບແບ່ງເວລາໄປບຽດບຽນຄົນອື່ນ, ມີໄປເຮັດຫຍັງ? – ກົດໝາຍເປັນຫຼາຍພັນມາດຕາ ແຕ່ມີອາຊະຍາກອນເຕັມບ້ານເຕັມເມືອງ, ມີໄປເຮັດຫຍັງ? – ມີພໍ່ແມ່ຢູ່ບ້ານ ແຕ່ບໍ່ບົວລະບັດເພິ່ນ ບໍ່ເບິ່ງແຍງ ເພິ່ນເລີຍ, ມີໄປເຮັດຫຍັງ? – ມີປຶ້ມພຣະໄຕປິດົກ ແລະ ປຶ້ມທັມມະເຕັມຕູ້ – ແຕ່ບໍ່ເຄີຍ ເປີດສາອ່ານສຶກສາຮຽນຮູ້ເລີຍ, ມີໄປເຮັດຫຍັງ? – ມີວັດຢູ່ເກືອບທຸກໝູ່ບ້ານ ແຕ່ສິລທັມຂອງສັງຄົມ ເຊື່ອມຊາມລົງທຸກວັນ,…

Read More