ຄຸນບິດາ-ມານດາ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ) ອິທານິ ທໍາມັດສາວະນະ ທິວະເສສັນນິ ປະຕິຕາຍະມາຕາປິຕຸ ຄຸນະກະຖັງ ພາສິດສາມິຕັງ ສຸມາຖະສະມາຄະຕາຕິ. ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ອັນເປັນພຸດທະໂອວາດ ສາສະນາ ຄື ຄຳສອນຂອງພຣະພຸດທະເຈົ້າ ເພາະວ່າການຟັງທຳ ຄຳສອນຂອງພຣະພຸດທະເຈົ້ານີ້ ຍອມມີປະໂຫຍດ ມີອະນິສົງເປັນອັນມາກ ຜູ້ມີຜະຫຍາປັນຍາ ເພີ່ງຮູ້ດັ່ງນີ້ເຖີ້ນ ການຟັງທີ່ຈະເພີ່ງໄດ້ ໃນປະຈຸບັນນີ້ ມີຢູ່ 5 ປະການ ຄື: ການຟັງທັງ 5 ຂໍ້ນີ້ ຈະບັງເກີດໃຫ້ແກ່ຜູ້ຕັ້ງໃຈ ຟັງທຳມະເທສະນາ ເພາະດັ່ງນັ້ນການຟັງທຳ ສັັບປຸຣິສະເຈົ້າຈື່ງຈັດວ່າ ເປັນສາວະນານຸດຕະຣິຍະ ເປັນການຟັງອັນສູງສຸດ…
