ຕຳລາພົມມະຊາດແບບບູຮານ
ຊາຍ ຫລື ຍິງ ຕ້ອງການຢາກຮູ້ວ່າ ໃນໄລຍະປີໃດດວງຊະຕາປີທີ່ຕົກນັ້ນ ຈະດີ ຫລື ຮ້າຍ ໃຫ້ຖືຫລັກທຳນາຍຕາມໄລຍະຊວ່ງປີທີ່ຕົກນັ້ນ ຖ້າເປັນຊາຍ ໃຫ້ນັບເລີ່ມຕົ້ນອາຍຸຈາກເຈດີ ໂດຍເຈດີຄືປີທີ 1 ວຽນໄປທາງຂວາມື (ສວນກັບເຂັ້ມໂມງ) ຈົນໃຫ້ຄົບອາຍຸປະຈຸບັນ ແລະ ຖ້າເປັນຜູ້ຍິງ ໃຫ້ນັບເລີ່ມຕົ້ນອາຍຸຈາກເຈດີ ໂດຍເຈດີ ຄືປີທີ່ 1 ວຽນໄປທາງຊ້າຍມື (ຕາມເຂັ້ມໂມງ) ຈົນຄົບອາຍຸປະຈຸບັນ, ຈາກນັ້ນກໍ່ເບີ່ງຕາມຄວາມໝາຍຂອງປີທີ່ຕົກຢູ່ໃນປະຈຸບັນນັ້ນດັ່ງນີ້: 1. ຖ້າຕົກທີ່ “ເຈດີ ” ທາຍວ່າ ປີນັ້ນຈະຢູ່ເຢັນເປັນສຸກ ຈະມີຄວາມສຸກກາຍສຸກໃຈ ຈະໄດ້ທຳບຸນກຸສົນໃນສາສະນາ ປາດຖະໜາສິ່ງໃດ ຍອມໄດ້ສົມໃຈນຶກແລ. 2. ຖ້າຕົກທີ່ “ ຊັດເງິນ ” ທາຍວ່າ ປີນ້ັ້ນຈະມີລາບຜົນເງິນທອງ ໃຊ້ພໍສະບາຍ ບໍ່ເດືອດຮ້ອຍພາຍໃນຄອບຄົວ ໄປທາງທິດໃດ ຈະມີຄົນອຸປະຖຳຄ້ຳຊູພໍປະມານແລ. 3. ຖ້າຕົກທີ່ “ ຄໍຂາດ ” ທາຍວ່າ ປີນັ້ນ ຈະປະສົບຄວາມຮ້ອນອົກຮ້ອນໃຈ ຈະມີຄະດີຄວາມເຖິງໂຮງເຖິງສານ ທຳໃຫ້ຕ້ອງເສັຍເງິນທອງຂອງຮັກ ບໍ່ມີເວລາປະກອບອາຊີບ…
