ຄົນເຮົາໄດ້ມາພົບກັນບໍ່ແມ່ນເລື່ອງບັງເອີນ?

ຄົນເຮົາທີ່ເຈີກັນບໍ່ແມ່ນເລື່ອງ “ບັງເອີນ” ຢູ່ທີ່ “ບຸນ” ທີ່ເຄີຍຮ່ວມເຮັດກັນມາ ເມື່ອມີວາດນາບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍມາເຈີກັນ

  1. ບໍ່ວ່າເຮົາໄດ້ພົບເຈີໃຜ ເຂົາເຫລົ່ານັ້ນຄືຄົນທີ່ເຮົາຈະຕ້ອງໄດ້ພົບເຈີ ບໍ່ມີໃຜເຂົ້າມາໃນຊີວິດເຮົາດ້ວຍເຫດບັງເອີນ.
  2. ບໍ່ວ່າຈະເກີດເລື່ອງໃດ ໆ ຂຶ້ນໃນຊີວິດເຮົາ ມັນເປັນເລື່ອງທີ່ຈະຕ້ອງເກີດ ບໍ່ວ່າເລື່ອງນັ້ນຈະດີຫລືຮ້າຍ ບໍ່ມີເລື່ອງໃດທີ່ບັງເອີນ ເພາະເຮົາກໍເຄີຍເຮັດຢ່າງນີ້ກັບເຂົາມາກ່ອນເມື່ອອະດີດຊາດ.
  3. ເລື່ອງຕ່າງ ໆ ທີ່ເກິດຂື້ນ ເກີດເມື່ອໃດ ທີ່ໃດ ເວລາໃດ ນັ້ນຄືເວລາທີ່ເໝາະສົມທີ່ສຸດແລ້ວ ບໍ່ມີຫຍັງທີ່ບໍ່ຄວນເກີດ ເພາະມັນຕ້ອງເກີດ ຕໍ່ໃຫ້ທ່ານກຽມຕົວ ຫລື ບໍ່ໄດ້ກຽມຕົວ ເມື່ອປັດໄຈເຖິງພ້ອມ ສິ່ງເຫລົ່ານັ້ນກໍຈະເກີດຂຶ້ນໃນທັນທີ.
  4. ເມື່ອປັດໄຈຈົບ ຕ້ອງຍອມຮັບວ່າຈົບ ຢ່າໜ່ຽວລັ່ງເລ ຢ່າເອົາແຕ່ອາໄລອາວອນ ຂໍໃຫ້ຮູ້ວ່າເມື່ອສຸດມືສອຍກໍໃຫ້ປ່ອຍມັນໄປ ກ້າຜະເຊີນໃນສິ່ງທີ່ເກິດຂື້ນ ເລື່ອງດີ ໆ ກຳລັງລໍທ່ານຢູ່ຂ້າງໜ້າ.
  5. ເຮັດຄວາມດີໃນປັດຈຸບັນໃຫ້ຫລາຍທີ່ສຸດ ແລ້ວບໍ່ຕ້ອງສົນໃຈວ່າເຮົາເຄີຍເຮັດກຳຫຍັງມາແດ່ ເພາະຄິດໄປກໍບໍ່ເປັນປະໂຫຍດ ເຮົາກັບກືນກັບໄປແກ້ໄຂໃນອະດີດບໍ່ໄດ້ແລ້ວ ນອກຈາກເຮັດປັດຈຸບັນໃຫ້ດີທີ່ສຸດ.
  6. ເມື່ອສິ້ນວາດນາກໍຕ້ອງຈາກກັນໄປ ລັ່ງເລຢ່າງໃດກໍບໍ່ຢູ່ ດັ່ງນັ້ນ ໃນຕອນທີ່ເຮົາຍັງບໍ່ຈາກກັນ ເຮົາໄດ້ເຮັດຄວາມດີຕໍ່ຄົນທີ່ຢູ່ແວດລ້ອມເຮົາແລ້ວຫລືຍັງ? ເພາະເມື່ອໝົດ “ສັນຍາກຳ” ແລ້ວ ບໍ່ວ່າເຮົາຈະມີເງິນ ຫລື ມີອຳນາດຈົນລົ້ນຟ້າ ກໍບໍ່ສາມາດຮຽກຮ້ອງ ກັບຄືນມາໄດ້ ແລະ ບໍ່ຮູ້ວ່າຈະຈັກພົບຈັກຊາດເຖິງຈະໄດ້ເຈີກັນອີກ.

Leave a Reply

Your email address will not be published. Required fields are marked *