ສັກກັຕະວາ ເປັນຄາຖາລະງັບໂລກໄພໄຂ້ເຈັບ

ນີ້ແມ່ນຄາຖາທີ່ພຣະພຸດທະເຈົ້າໄດ້ມອບໃຫ້ແກ່ ເທບພະບຸດອຸ່ນຫິສວິສໄຊ ເມື່ອ​ໄດ້​ທ່ອງ​ຄາຖານີ້ ​ຈຶ່ງ​ມີອາຍຸ​ຢູ່​ໃນ​ສະ​ຫວັນຍາວນານຕື່ມ. ຜູ້ໃດໄດ້ໝັ່ນສວດຄາຖານີ້ຈະລະງັບໂລກໄພໄຂ້ເຈັບ ທັງຈະມີອາຍຸຍືນຍາວ ໃຊ້ເສກຢາກິນແກ້ພະຍາດກໍໄດ້. ນອກຈາກຈະປາສະຈາກໂລກໄພໄຂ້ເຈັບແລ້ວ ຍັງແຄ້ວຄາດຈາກໄພຕ່າງໆ ເຊັ່ນ: ຣາຊະໄພ, ໂຈນລະໄພ ແລະ ອື່ນໆ ອີກ.

ກ່ອນອື່ນຕັ້ງນະໂມ 3 ຈົບ:

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (3 ຈົບ)

  *ສັກກັຕະວາ ພຸທທະຣະຕະນັງ       ໂອສະຖັງ ອຸຕຕະມັງ ວະຣັງ

ຫິຕັງ ເທວະມະນຸສສານັງ           ພຸທທະເຕເຊນະ ໂສຕຖິນາ

ນັສສັນຕຸປັທທະວາ `              ສັພເພທຸກຂາ ວູປະສະເມນຕຸເມ

     *ສັກກັຕະວາ ທັມມະຣະຕະນັງ    ໂອສະຖັງ ອຸຕຕະມັງ ວະຣັງ

ປະຣິລາຫູປະສະມະນັງ             ທັມມະເຕເຊນະ ໂສຕຖິນາ

ນັສສັນຕຸປັທທະວາ                ສັພເພພະຍາ ວູປະສະເມນຕຸເມ

     *ສັກກັຕະວາ ສັງຄະຣະຕະນັງ    ໂອສະຖັງ ອຸຕຕະມັງ ວະຣັງ

ອາຫຸເນຍຍັງ ປາຫຸເນຍຍັງ          ສັງຄະເຕເຊນະ ໂສຕຖິນາ

ນັສສັນຕຸປັທທະວາ                ສັພເພໂຣຄາ ວູປະສະເມນຕຸເມ.

Leave a Reply

Your email address will not be published. Required fields are marked *