ເຫດ 4 ປະການທີ່ພຣະພຸດທະເຈົ້າເຮັດບໍ່ໄດ້

  1. ບໍ່ສາມາດປ່ຽນແປງວິບາກກຳຂອງສັບພະສັດໄດ້, ໃຜສ້າງກຳໄວ້ບໍ່ມີໃຜຮັບແທນກັນໄດ້.
  2. ປັນຍາໃຫ້ກັນບໍ່ໄດ້ ຕ້ອງຝຶກຝົນຕົນເອງຈຶ່ງຈະເກີດປັນຍາໄດ້.
  3. ຄວາມສິວິໄລຂອງທຳມະ ບໍ່ສາມາດສືສານທາງພາສາໄດ້, ຄວາມຈິງແທ້ໃນຈັກກະວານຕ້ອງໃຊ້ການປະຕິບັດຫົນທາງດຽວເທົ່ານັ້ນ ເພື່ອພິສູດເຖີງຄວາມຈິງ.
  4. ຄົນບໍ່ມີວາດສະໜາອຸປະມາເໝືອນຝົນ ເຖິງວ່າຈະຕົກທົ່ວຟ້າກໍຍັງບໍ່ເກີດປະໂຫຍດກັບຍາດທີ່ໄຮ້ລາດ, ພຣະທຳແມ້ຈະກ້ວາງໃຫ່ຍໄພສານ ກໍຫຍາກທີ່ຈະໂປຣດຄົນໄຮ້ວາດສະໜາ, ຄົນທີ່ບໍ່ໄດ້ສະສົມບຸນຍາບາລະມີມາ ຕໍ່ໃຫ້ພຣະມາໂປຣດກໍບໍ່ມີສັດທາແລະບໍ່ເຂົ້າໃຈ. ດັ່ງພຣະພຸດທະເຈົ້າແມ້ຈະມີບຸນອິດທິລິດປານໃດກໍຕາມ ແຕ່ບໍ່ອາດຈະເສກແຕ່ງໃຫ້ຜູ້ໃດພົ້ນທຸກໄດ້.ທ່ານເປັນຜູ້ພຽງຊີ້ທາງພົ້ນທຸກດ້ວຍທຳມະອັນຮູ້ແຈ້ງທີ່ທ່ານຄົ້ນພົບ ແລະ ການອອກຈາກທຸກນັ້ນມີພຽງຫົນທາງດຽວ ຕ້ອງລົງມືປະຕິບັດ ແລະ ໄປດ້ວຍຕົນເອງເທົ່ານັ້ນ.

Leave a Reply

Your email address will not be published. Required fields are marked *