ຖ້າບໍ່ສະສົມບຸນໃໝ່ຈະເກີດອັນໃດຂື້ນ?

ວັນຄືນລ່ວງໄປລ່ວງໄປ ເຮົາໃຊ້ບຸນເກົ່າໝົດໄປທຸກວັນ ຕັ້ງຕື່ນເຊົ້າຈົນຮອດເວລາເຂົ້ານອນ, ທີ່ຍັງມີເຮືອແຮງສູດລົມຫາຍໃຈເຂົ້າອອກໄດ້ທຸກໆ ວັນ ກໍເພາະວ່າຍັງມີບຸນເກົ່າຄອຍປະປົນຢູ່ນະ. ເຮົາໃຊ້ບຸນເກົ່າຕະຫລອດເວລາ ກໍເໝືອນກັບເຮົາມີນ້ຳໃນຖັງທີ່ຕັກກິນຕັກໃຊ້ທຸກວັນ ຖ້າບໍ່ຕື່ມເຂົ້າໃສ່ອີກມັນກໍມີວັນໝົດ. ຖ້າດົນໆ ທຳບຸນເທື່ອໜຶ່ງກໍບໍໍ່ພຽງພໍກັບບຸນທີ່ເຮົາໃຊ້ໄປທຸກວັນນະ, ເມື່ອບຸນນ້ອຍບຸນຢ່ອນອຸປະສັກຕ່າງໆ ກໍຈະໂຮມເຂົ້າມາໃນຊີວິດ, ຈະເນັ່ງໄປທາງໃດກໍຕິດໆ ຄັດໆ ທັງໝົດ. ເມື່ອຮູ້ແບບນີ້ແລ້ວກໍໝັ່ນຫາເວລາໄປສະສົມບຸນໃຫ້ຫລາຍໆ, ເຂົ້າຍັງຕ້ອງກິີນທຸກວັນ ບຸນກໍຕ້ອງທຳທຸກວັນເຊັ່ນດຽວກັນນະ.

Leave a Reply

Your email address will not be published. Required fields are marked *