ຄຳກ່າວຂອງພຣະສົງໃນການຮັບເຄື່ອງ

ທາງພຸດທະສາສະນາ ໃນການຮັບສິ່ງຂອງໃດໜຶ່ງຈາກອອກຕົນຍາດໂຍມ ພຣະສົງຈະມີຄຳກ່າວໃນຂະນະຮັບ. ຈາກນັ້ນ (ຫລັງປະເຄນເຄື່ອງ) ກໍຈະໃຫ້ພອນເພື່ອອະນຸໂມທະນາ (ຍິນດີໃນບຸນ) ແລະ ຢາດນ້ຳຕາມລຳດັບ. ສ່ວນຍາດໂຍມກໍກ່າວຄຳວ່າ “ສາທຸ”. ຊຶ່ງແຫລ່ງຂໍ້ມູນນີ້ໄດ້ມາຈາກວັດອານຸສອນ ເມືອງປາກຊັນ ແຂວງບໍລິຄຳໄຊ.

  1. ຮັບກອງບວດ: ອິມັງ ມັນຈັງ ພີມໂພພິມພັງ ອາສະນະນັງ ຂະຣິກຂາລັງ ອຸປະສັມປະທັງ ສັພພະວັດຖຸທານັງ ອະທິຖາມິ
  2. ຮັບກອງອັດຖະ: ອີມັງ ມັນຈັງ ພິມໂພ ພິມພັງ ອາສະນານັງ ປັຈຈະຍະທານັງ ອັຕຖະປະຣິກຂາຣັງ ສັພພະວັຕຖຸທານັງ
  3. ຮັບຕົ້ນກາຣະພຶກ: ອິມັງ ກັປປາຣຸກຂັງ ອະທິຖາມິ
  4. ຮັບຂັນໝາກເບັງ: ອີມັງ ຈະຕຸທາບຸຜັງຕັມພະລານັງ ປະຕິຄັນຫາມິ
  5. ຮັບ ພາເຂົ້າ: ອີມັງ ໂພສະນະ ພາສະນັງ ອາທິຕຖາມິ
  6. ຮັບພາເຂົ້າປະດັບດິນ: ອີມັງ ມັຕຕິກະພັຕຕະພູຕາ ອາທິຕຖາມິ
  7. ຮັບພາເຂົ້າສະຫລາກ: ອີມັງ ສາລາພັດຕະພູຕາ ອາທິຕຖາມິ
  8. ຮັບຜ້າຈຳນຳພັນສາ: ອິມັງ ວັສສາວາສິກະຈີວະຣານິ ອະທິຖາມິ
  9. ຮັບຜ້າບັງສະກຸນ: ອິມັງ ບັງສຸກຸລຈິວະຣັງ ອະທິຖາມິ
  10. ຮັບ ບາດ (ເປົ່າ): ອີມັງ ປັຕໂຕ ເມນາໂຖ ອາທິຕຖາມິ
  11. ຮັບ ບາດ (ມີເຂົ້າ): ອີມັງ ບິນດິປັຕຕັງ ອາທິຕຖາມິ
  12. ຮັບ ນ້ຳດື່ມ: ອີມັງ ອຸທທະກັງ ອາທິຕຖາມິ
  13. ຮັບ ວັດຖຸອື່ນໆ: ອີມັງ ສັພພະວັຕຖຸທານັງ ອາທິຕຖາມິ
  14. ຮັບ ຜ້າ: ອີມັງ ຈີວະຣັງ ອາທິຕຖາມິ
  15. ຮັບ ຜ້າສັງຄາ: ອີມັງ ສັງຄາຕິງ ອາທິຕຖາມິ
  16. ຮັບ ຜ້າຈິວອນ: ອີມັງ ອຸຕຕະຣາສັງຄັງ ອາທິຕຖາມິ
  17. ຮັບ ຜ້າສະບົງ: ອີມັງ ອັນຕະຣະວາສະກັງ ອາທິຕຖາມິ
  18. ຮັບ ຜ້າສະງຽບ: ອີມັງ ອັງສະວັທທະກັງ ອາທິຕຖາມິ
  19. ຮັບ ຜ້າຮັດເອິກ: ອີມັງ ກຸມພັລລັງ ອາທິຕຖາມິ
  20. ຮັບ ເຕົ້ານ້ຳ: ອີມັງ ກະມັນທະລຸງ ອາທິຕຖາມິ
  21. ຮັບ ຜ້າອາບນ້ຳຝົນ: ອີມັງ ວັສສິກະສາທິກັງ ອາທິຕຖາມິ
  22. ຮັບ ງ້ຽງ: ອີມັງ ເຂລະມັນລະກັງ ອາທິຕຖາມິ
  23. ຮັບ ດອກໄມ້: ອີມັງ ມາລາ ອາທິຕຖາມິ
  24. ຮັບ ທຽນ: ອີມັງ ສິງຄະລັງ ອາທິຕຖາມິ
  25. ຮັບ ຕິບເຂົ້າ: ອີມັງ ປິງຄະລັງ ອາທິຕຖາມິ
  26. ຮັບ ຕິບເຂົ້າ: ອີມັງ ພວງຄະລັງ ອາທິຕຖາມິ (ຮັບຫລາຍຕິບ)
  27. ຮັບ ຈອກແກ້ວ: ອີມັງ ຜະລິກະພາຊະນັງ ອາທິຕຖາມິ
  28. ຮັບ ກາເຟ: ອີມັງ ກາຜິງ ອາທິຕຖາມິ
  29. ຮັບ ຢາສູບ: ອີມັງ ເກສັຊຊັງ ອາທິຕຖາມິ
  30. ຮັບ ຜ້າປູນັ່ງ: ອີມັງ ນິສິທະນັງ ອາທິຕຖາມິ
  31. ຮັບ ຜ້າເຊັດໜ້າ: ອີມັງ ມຸຂະປຸນສະນັງ ອາທິຕຖາມິ
  32. ຮັບ ຜ້າເຊັດຕົວ: ອີມັງ ກາຍະປຸນສະນັງ ອາທິຕຖາມິ
  33. ຮັບ ຜ້າເພດານ: ອີມັງ ວິຕານັງ ອາທິຕຖາມິ
  34. ຮັບ ຜ້າຫົ່ມ: ອີມັງ ປາຣຸປະນັງ ອາທິຕຖາມິ
  35. ຮັບ ຜ້າກັ້ງ: ອີມັງ ຊະວະນິກັງ ອາທິຕຖາມິ
  36. ຮັບ ຜ້າປູນອນ: ອີມັງ ມັນຈັຕຖະຣະນັງ ອາທິຕຖາມິ
  37. ຮັບ ນ້ຳຢາຍ້ອມຜ້າ: ອີມັງ ຣະຊະນັງ ອາທິຕຖາມິ
  38. ຮັບ ຈົກ: ອີມັງ ກຸທທາລັງ ອາທິຕຖາມິ
  39. ຮັບ ທູບ: ອີມັງ ທີປະທູປັງ ອາທິຕຖາມິ
  40. ຮັບ ຖົງ: ອີມັງ ຖະວິກັງ ອາທິຕຖາມິ
  41. ຮັບ ຄັນຮົ່ມ: ອີມັງ ສັຕຕັງ ອາທິຕຖາມິ
  42. ຮັບ ເກີບ: ອີມັງ ອຸປາຫະນັງ ອາທິຕຖາມິ
  43. ຮັບ ຕາລະບັດ: ອີມັງ ວິຊະນີ ອາທິຕຖາມິ
  44. ຮັບ ຜ້າບາດ: ອີມັງ ປັຕຕະປິທານັງ ອາທິຕຖາມິ
  45. ຮັບ ຕີນບາດ: ອີມັງ ປັຕຕາທານັງ ອາທິຕຖາມິ
  46. ຮັບ ມີດ: ອີມັງ ວາສີ ອາທິຕຖາມິ
  47. ຮັບ ມີດແຖ: ອີມັງ ຂຸຣັງ ອາທິຕຖາມິ
  48. ຮັບ ມີດຕັດ: ອີມັງ ກັຕຕະຣິກັງ ອາທິຕຖາມິ
  49. ຮັບ ພ້າ: ອີມັງ ຕັສສະນິງ ອາທິຕຖາມິ
  50. ຮັບ ສາດ: ອີມັງ ຕັຕຕິກັງ ອາທິຕຖາມິ
  51. ຮັບ ໝອນ: ອີມັງ ພີມໂພທະນັງ ອາທິຕຖາມິ
  52. ຮັບ ຕຽງ: ອີມັງ ມັນຈັງ ອາທິຕຖາມິ
  53. ຮັບ ກອງເພນ: ອີມັງ ມະຫາທຸນທຸພພິງ ອາທິຕຖາມິ
  54. ຮັບ ຄ້ອງ: ອີມັງ ຄັນທິງ ອາທິຕຖາມິ
  55. ຮັບ ເງິນ: ອີມັງ ສັດຊັງ ຣະຊະຕັງ ອາທິຕຖາມິ
  56. ຮັບ ຄຳ: ອີມັງ ສຸວັນນັງ ອາທິຕຖາມິ
  57. ຮັບ ຢາ: ອີມັງ ເກສັຊຊັງ ອາທິຕຖາມິ
  58. ຮັບ ໃບລານ: ອີມັງ ຕາລະປັນນັງ ອາທິຕຖາມິ
  59. ຮັບ ຕົ້ນທຽນ: ອີມັງ ທັນດະທິປະຣຸກຂັງ ອາທິຕຖາມິ
  60. ຮັບ ຕົ້ນເງິນ: ອີມັງ ສັດຊຸຣຸກຂັງ ອາທິຕຖາມິ
  61. ຮັບ ຕົ້ນຄຳ: ອີມັງ ທິຣັນຍະຣຸກຂັງ ອາທິຕຖາມິ
  62. ຮັບ ຜາຖາດ: ອີມັງ ປາຕິ ອາທິຕຖາມິ
  63. ຮັບ ຍອດຊໍ່ຟ້າ: ອີມັງ ກັນນິກາ ອາທິຕຖາມິ
  64. ຮັບ ໜັງສື: ອີມັງ ໂປຕຖະນັງ ອາທິຕຖາມິ
  65. ຮັບ ຫໍ່ທັມມາດ: ອີມັງ ທັມມະສະນັງ ອາທິຕຖາມິ

Leave a Reply

Your email address will not be published. Required fields are marked *