ຄຳກ່າວຂໍອະໂຫສິກຳຕໍ່ເຈົ້າກຳ-ນາຍເວນ

ມີຫລາຍຄົນທີ່ເຄີຍໄດ້ລ່ວງເກີນຕໍ່ພໍ່ແມ່, ຄູບາ-ອາຈານ, ສິ່ງສັກສິດ, ຜູ້ມີພຣະຄຸນ ແລະ ທຳຜິດຕໍ່ກັບຜູ້ອື່ນ ໂດຍທັງຕັ້ງໃຈ ຫລື ບໍ່ຕັ້ງໃຈກໍຕາມ ກໍອາດພາໃຫ້ຊີວິດຕົນເອງຕິດໆ ຄັດໆ, ເປັນຕາໄດ້ກໍບໍ່ໄດ້, ບໍ່ເປັນຕາເສັຍກໍເສັຍ ແລະ ບັນຫາຕ່າງໆ ໃນຊີວິດວຸ່ນວາຍສັບສົນ. ເພາະນີ້ກໍຍ້ອນການຄັດຂວາງຂອງເຈົ້າກຳ-ນາຍເວນ ທີ່ຢາກແກ້ແຄ້ນຄືນ ແລະ ຈອງກຳຈອງເວນເຮົາຢູ່. ດັ່ງນັ້ນ, ມື້ນີ້ຈຶ່ງໄດ້ນຳເອົາບົດກ່າວຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນມາຝາກ. ໃນທາງປະຕິບັດແມ່ນແຕ່ງຂັນຫ້າ ແລະ ເຮັດໃນວັນສິນ 8 ຄ່ຳ ຫລື 15 ຄ່ຳກໍໄດ້, ຖ້າໄຫ້ວພຣະສູດມົນແລ້ວຈຶ່ງກ່າວບົດນີ້ຍິ່ງເປັນການດີທີ່ສຸດ. ພ້ອມແລ້ວກໍເລີ່ມກ່າວດັ່ງຕໍ່ນີ້:

ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ

ກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດກໍຕາມ ທັງໂດຍຕັ້ງໃຈກໍດີ ແລະ ບໍ່ໄດ້ຕັ້ງໃຈກໍດີ ໃນພົບຊາດໃດກໍ່ຕາມ ຂໍໃຫ້ເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໂປຣດຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ ຢ່າໄດ້ຈອງເວນຈອງກຳຕໍ່ກັນອີກເລີຍ ແມ້ແຕ່ກຳໃດທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າກໍຕາມ ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ. ຂໍຈົ່ງບັນດົນບັນດານໃຈໃຫ້ເຂົາເຫລົ່ານັ້ນ ກັບມາມີເມດຕາຈິດ ຄິດເປັນມິດກັບຂ້າພະເຈົ້າ ເພື່ອຈະໄດ້ບໍ່ມີເວນຕໍ່ກັນຕະຫລອດໄປ. 

ດ້ວຍອະນິສົງແຫ່ງອະໄພຍະທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ຕະຫລອດຈົນວົງຄະລະຍາດ ແລະ ຜູ້ມີອຸປະກາລະພະຄຸນຂອງຂ້າພະເຈົ້າ  ພົ້ນຈາກຄວາມທຸກຍາກລຳບາກເຂັນໃຈ, ຄວາມທຸກຢ່າໄດ້ໃກ້, ຄວາມເຈັບໄຂ້ຢ່າໄດ້ມີ, ຂໍຈົ່ງມີແຕ່ຄວາມສຸກສະຫວັດດີມີໄຊ ສະຫນຽດຈັ່ງໄລ ແລະ ອັນຕະລາຍທັງຫລາຍ ຈົ່ງເສື່ອມສິ້ນຫາຍໄປ, ນຶກຄິດປາດຖະໜາສິ່ງໃດ ທີ່ເປັນໄປໂດຍຊອບປະກອບດ້ວຍທຳແລ້ວ ຂໍໃຫ້ສິ່ງນັ້ນ ຈົ່ງເກີດເປັນຜົນສຳເລັດດ້ວຍເທີ້ນ.

ວິພານະປັຈະໂຍໂຫຕຸ ສາທຸ!

Leave a Reply

Your email address will not be published. Required fields are marked *