ເກີດເປັນຄົນຢ່າຄິດໄປທາງຜິດ

ເກີດເປັນຄົນຢ່າຄິດທາງຜິດ

ການທີ່ເຮົາໄດ້ເກີດມາເປັນຄົນໃນຊາດໜຶ່ງ, ໄດ້ມາຢື່ນຢູ່ໃນແຜນດິນໂລກໃບນີ້, ໄດ້ມາໃຊ້ຊິວິດຕາມວິຖີຂອງຕົນ ຈະລວຍ ຫລື ຈົນ, ຈະສູງຈະຕ່ຳດຳເຕັ້ຍ ເຮົາກໍບໍ່ຄວນທີ່ຈະໄປເສັຍເວລາຄິດ, ຄິດວ່າຕົນເອງຕ່ຳຕ້ອຍ ຫລື ສູງສົ່ງ. ເພາະຖ້າຄິດແບບນັ້ນ ມັນຄືຫລົງ ຫລົງໃນຕົວໃນຕົນ. ຫາກຄິດວ່າຕົນເອງນັ້ນສູງສົ່ງ ກໍຈະບຽດບຽນຜູ້ອື່ນ, ຢຽບຢ່ຳຜູ້ອື່ນໃຫ້ຕ່ຳເຕັ້ຍກວ່າຕົນ ຫລື ຫາກຄິດວ່າຕົນເອງຕ້ອຍຕ່ຳ ກໍຈະຄິດແຕ່ຈະຢຽບຢ້ຳຕົນເອງ, ດູຖູກຕົວເອງ ເອົາໂຕເອງເປັນເກນ ແລ້ວເອົາຕົວເອງໄປປຽບທຽບໄປວັດ. ເຮົາຈ່ົງຢ່າໄປເສັຍເວລາກັບສິ່ງເຫລົ່ານັ້ນເລີຍ. ເຮົາໄດ້ເກີດມາເປັນມະນຸດເໝືອນກັນ ກໍນັບວ່າມີບຸນໜັກແລ້ວ. ເຮົາຢ່າພາກັນຫລົງ, ຢຶດຕິດຢືດໝັ່ນ ສຳຄັນໝັ່ນໝາຍກັບອັນໃດນັກເລີຍ ເພາະຊີວິດນີ້ມັນບໍ່ມີອັນໃດແນ່ນອນ, ໃຫ່ຍໄດ້ກໍນ້ອຍໄດ້, ລວຍໄດ້ກໍຈົນໄດ້, ແຂງແຮງໄດ້ກໍເຈັບປ່ວຍໄດ້. ບໍ່ມີຜູ້ໃດໃຊ້ຊິວິດໄດ້ຄ້ຳຟ້າ ຫລື ວ່າຢູ່ໄດ້ເປັນກັບເປັນກັນ, ທຸກຄົນທຸກຊີວິດຕ່າງກໍມີເວລາຂອງຕົນ ແລະ ໃຫ້ເຮົາກັບມາຖາມຕົນເອງເບີ່ງວ່າ ເວລາທີ່ເຫລືອໃນຊີວິດນີ້ ເຮົາຈະມີຄຸນປະໂຫຍດອັນໃດຕໍເຮົາແດ່. ຖ້າມີແຕ່ຕັ້ງຈິດຕັ້ງໃຈທີ່ຈະທຳຄວາມຊົ່ວກໍລອງກັບມາຖາມຕົນເອງເບີ່ງວ່າ ທີ່ເຮັດໄປນ້ັນໄດ້ອັນໃດ? ເພື່ອອັນໃດ? ໃຫ້ລອງເບີ່ງໄປເລີກໆ ເບີ່ງລົງໄປໃນຈິດໃນໃຈ. ຖ້າຫາກວ່າເຮົາເຈີຄຳຕອບແລ້ວ ເຮົາກໍຈະເຫັນ ເຮົາກໍຈະເຂົ້າໃຈວ່າ ສິ່ງທີ່ທຳຊົ່ວຢູ່ນັ້ນ ມັນບໍ່ໄດ້ເກີດປະໂຫຍດອັນໃດ ນອກຈາກມີແຕ່ຈະທຳລາຍຕົນເອງ ຫາຄວາມວຸ່ນວາຍໃສ່ຕົນເອງ. ດັ່ງນັ້ນ, ຈົ່ງຢ່າພາກັນຫລົງຕົວຫລົງຕົນ, ຢ່າປະມາດໃນຊີວິດ. ເຮົາມືນຕາເບີ່ງໂລກຂື້ນມາ ເຮົາຈະມີເວລາຫາຍໃຈຈັກໝື່ນວັນ, ຢ່າງຫລາຍກໍ 2 ໝື່ນ 3 ໝື່ນວັນ ເຮົາກໍແກ່ ເຮົາກໍເຈັບ ບໍ່ດົນເຮົາກໍຕາຍແລ້ວ. ແຕ່ກ່ອນທີ່ເຮົາຈະຈາກໄປ ເຮົາຈະທຳອັນໃດໃຫ້ຕົນເອງລະ ທີ່ມັນຈະພໍເປັນປະໂຫຍດຕິດຕາມເຮົາໄປໃນພົບອັນໃກ້. ຖ້າເຮົາບໍ່ໄດ້ສ້າງເຫດໄວ້ເລີຍໃນໄລຍະເວລາ 2-3 ໝື່ນວັນນີ້. ມັນເປັນຕາຢ້ານຫລາຍ ຫລັງຈາກທີ່ທາດສີ່ຂັນຫ້າມັນແຕກດັບ, ມັນແຍກອອກຈາກກັນ ເຮົາຢ່າພາກັນໄປຫລົງຢືດຕິດ ຢືດໝັ່ນກັບອັນໃດຫລາຍເກີນໄປ ຈົນລື່ມໄປວ່າ ຈີ່ງໆແລ້ວເຮົາເປັນພຽງແຂກມາຢາມໂລກນີ້ພຽງຊົ່ວຄາວເທົ່ານັ້ນ, ບໍ່ດົນເຮົາກໍຈະຈາກໄປ ສຸດທ້າຍກໍເຫລືອແຕ່ພຽງຄວາມຫວ່າງເປົ່າ ເອົາອັນໃດຕິດຕົວບໍ່ໄດ້ເລີຍຈັກຢ່າງ. ໃນລະຫວ່າງທີ່ທຸກຊີວິດເດີນທາງໄປສູ່ວັນສຸດທ້າຍນັ້ນ ເຮົາຈົ່ງສ້າງເຫດສ້າງປະໂຫຍດໃຫ້ແກ່ຕົນເທີ້ນ. ການສ້າງເຫດເພື່ອເປັນສົມບັດແກ່ຕົນ ຕິດຕາມຕົນໄປໃນພົບໜ້າ ກໍມີຢູ່ບໍ່ຫລາຍທີ່ຕ້ອງລົງມືທຳນັ້ນກໍຄື: ການໃຫ້ທານ, ຖືສິນ, ພາວະນາ (ນັ່ງສະມາທິ) ເພື່ອເປັນໄປສູ່ທາງແຫ່ງວິມຸດຕິສຸກ.

Leave a Reply

Your email address will not be published. Required fields are marked *