ຈິດຄືຫົວໃຈຂອງການກະທຳທຸກຢ່າງ

ຈິດຄືຫົວໃຈຂອງການກະທຳທຸກສິ່ງຢ່າງ, ຖ້າຈິດສະອາດໂລກທັງໃບກໍເບີ່ງສະຫວ່າງ ແຕ່ຖ້າຈິດເສົ້າມ່ອງ ແມ້ແຕ່ເປັນສິ່ງເລັກໜ້ອຍກໍພາເກີດເປັນຄວາມທຸກໄດ້. ພຣະພຸດທະເຈົ້າຕັດໄວ້ໃນພຣະໄຕຣປິດົກວ່າ: ຈິດທີ່ເສົ້າມ່ອງ ຍ່ອມນຳໄປສູ່ວິບາກທີ່ເສົ້າມ່ອງ, ຈິດທີ່ຜ່ອງໃສຍ່ອມນຳໄປສູ່ວິບາກທີ່ຜ່ອງໃສ. ແລ້ວເຄື່ອງເສົ້າມ່ອງຂອງຈິດຄືອັນໃດ? ພຣະອົງຕັດໄວ້ວ່າ ມີ 10 ຢ່າງ ເປັນຕົວການທີ່ທຳໃຫ້ຈິດເຮົາຂຸ້ນມົວ-ບໍ່ຜ່ອງໃສ:
1) ລາຄະ ຄວາມກໍານັດຍິນດີໃນຮູບ, ສຽງ, ກີ່ນ, ລົດ ເມື່ອເຮົາຢຶດໝັ່ນຢາກໄດ້ຢາກມີ ຈິດກໍບໍ່ສະຫງົບ, ຍິ່ງຢາກຫລາຍ ຍິ່ງທຸກຫລາຍ.
2) ໂທສະ: ຄວາມໂກດຄຽດ-ຄວາມຂັດເຂືອງ ປຽບເໝືອນໄຟທີ່ເຜົ່າໃຈຕົນເອງ ກ່ອນເຜົ່າຄົນອື່ນ.
3) ໂມຫະ: ຄວາມຫລົງ ບໍ່ຮູ້ເທົ່າທັນຄວາມຈິງ ທໍາໃຫ້ຫລົງທາງໃນໂລກ, ບໍ່ເຫັນເຫດແລະຜົນໄປຕາມຄວາມເປັນຈິງ.
4) ອັດຕາ: ຄວາມຖືຕົວ ເຫັນວ່າຕົນເອງສໍາຄັນກວ່າຜູ້ອື່ນ, ຈິດທີ່ເຕັມໄປດ້ວຍເຮົາ ຍ່ອມບໍ່ພົບຄວາມຫວ່າງ.
5) ອິດສາ: ຄວາມລິດສະຢ່າ ເຫັນຜູ້ອື່ນໄດ້ດີແລ້ວ ໃຈອອກຮ້ອນເໝືອນກິນໄຟເຂົ້າໄປເອງ.
6) ມານະ: ຄວາມເຢິຢິງຖືດີ ບໍ່ຍ່ອມຟັງ ບໍ່ຍອມລົດຕົວລົງເພື່ອຮຽນຮູ້.
7) ຕະນີ່: ບໍ່ຢາກໃຫ້, ບໍ່ຢາກເສັຍ ແຕ່ລື່ມໄປວ່າ ທຸກສິ່ງໃນໂລກນີ້ບໍ່ມີອັນໃດເປັນຂອງເຮົາຢ່າງແທ້ຈິງ.
8) ມັກຄະ: ການລົບລູ່ຄຸນທ່ານ ບໍ່ເຫັນຄຸນຂອງຜູ້ມີພຣະຄຸນ.
9) ປາລາສະ: ຄວາມອວດດີ, ເວົ້າເກີນຈິງ ທໍາໃຫ້ຕົນເອງເບີ່ງຄືສູງ ທັງທີ່ພາຍໃນຫວ່າງເປົ່າ.
10) ມິດສາທິດຖິ: ຄວາມເຫັນຜິດ ບໍ່ເຊື່ອກໍາ, ບໍ່ເຊື່ອຜົນຂອງກໍາ, ເຫັນຜິດວ່າ ບໍ່ມີດີຊົ່ວ.
ເຄື່ອງເສົ້າມ່ອງເຫລົ່ານີ້ ແມ້ພຽງຂໍ້ດຽວ ຫາກເຮົາປ່ອຍໄວ້ໂດຍບໍ່ຮູ້ເທົ່າທັນ ຈິດກໍຈະຖືກຄອບງຳ ເໝືອນນ້ຳໃສທີ່ຖືກຢອດມຶດພຽງເລັກນ້ອຍດຽວ. ແຕ່ຫາກເຮົາຝຶກສະຕິ ໃຫ້ຮູ້ເທົ່າທັນໃນທຸກຂະນະ, ຮູ້ວ່າ ຕອນນີ້ຈິດກໍາລັງໂລບ, ກຳລັງໂກດຂຽດ, ກໍາລັງຫລົງ ພຽງຮູ້ເສີຍໆ ໂດຍບໍ່ຜັກບໍ່ດຶງ ຈິດນັ້ນກໍຈະຄ່ອຍໆ ຜ່ອງໃສຂື້ນ. ພຣະພຸດທະອົງຕັດວ່າ: ເມື່ອຈິດຜ່ອງໃສ ຄວາມສຸກຍ່ອມເກີດຂື້ນເອງ, ບໍ່ຕ້ອງສະແຫວ່ງຫາຈາກພາຍນອກ. ດັ່ງນັ້ນ, ໜ້າທີ່ຂອງຜູ້ປະຕິບັດທຳ ບໍ່ແມ່ນສະແຫວ່ງຫາຄວາມສຸກຈາກສິ່ງພາຍນອກ, ແຕ່ຄືການຂັດເກົາຈິດໃຫ້ພົ້ນຈາກເຄື່ອງເສົ້າມ່ອງທັງຫລາຍ. ເມື່ອຈິດໃສ ໂລກທັງໃບກໍ່ປ່ຽນ, ສຽງຄົນດ່າ ກໍກາຍເປັນບົດຮຽນ, ຄວາມທຸກກໍກາຍເປັນຄູ ແລະ ເຮົາຈະເຫັນວ່າ ສຸກແທ້ບໍ່ໄດ້ຢູ່ວ່າມີຫລາຍປານໃດ ແຕ່ຢູ່ທີ່ໃຈສະອາດພຽງໃດ. ຂໍໃຫ້ທຸກທ່ານພິຈາລະນາໃຈຕົນເອງທຸກວັນ, ຮູ້ເທົ່າທັນສິ່ງທີ່ເຂົ້າມາ ເພາະເມືື່ອຈິດສະອາດ ຊິວິດທັງຊີວິດ ກໍຈະສະຫວ່າງຂື້ນທຸກລົມຫາຍໃຈ.

Leave a Reply

Your email address will not be published. Required fields are marked *