ກິເລດ ເປັນສະພາບທຳທີ່ເປັນເຄື່ອງເສົ້າໝອງຂອງຈິດໃຈ ເມື່ອກິເລດເກີດຂຶ້ນ ຍ່ອມເຮັດໃຫ້ຈິດເສົ້າໝອງ ກິເລດເປັນສະພາບທຳທີ່ມີຈິງ ເປັນເຈດສິກ
ກິເລດ ມີ 10 ປະການ ຄື:
1. ທິຕຖິກິເລດ ອັນໄດ້ແກ່ ທິຕຖິເຈດສິກ ຄື: ຄວາມເຫັນຜິດ ທີ່ເປັນເຄື່ອງເສົ້າໝອງຈິດ
2. ວິຈິກິດສາກິເລດ ອັນໄດ້ແກ່ ຄວາມສົງໄສ ທີ່ເປັນເຄື່ອງເສົ້າໝອງຈິດ
3. ໂທສະກິເລດ ອັນໄດ້ແກ່ ຄວາມໂກດຄຽດຄວາມຂຸ່ນມົວໃຈ ທີ່ເປັນເຄື່ອງເສົ້າໝອງຈິດ
4. ໂລພະກິເລດ ອັນໄດ້ແກ່ ຄວາມຕິດຂ້ອງ ຕ້ອງການ ທີ່ເຮັດໃຫ້ໃຈເສົ້າໝອງ
5. ໂມຫະກິເລດ ອັນໄດ້ແກ່ ຄວາມຫລົງລືມບໍ່ຮູ້ຄວາມຈິງ ເປັນເຄື່ອງເສົ້າໝອງຈິດ
6. ຖີນະກິເລດ ອັນໄດ້ແກ່ ຄວາມຫົດຫູ່ ທໍ້ຖອຍ ຊຶມເຊົາ ເປັນເຄື່ອງເສົ້າໝອງຈິດ
7. ອຸດທັດຈະກິເລດ ອັນໄດ້ແກ່ ຄວາມພຸ້ງຊ່ານລຳຄານໃຈ ເປັນເຄື່ອງເສົ້າໝອງຈິດ
8. ອະຫິຣິກະກິເລດ ອັນໄດ້ແກ່ ຄວາມບໍ່ລະອາຍຕໍ່ບາບ ເປັນເຄື່ອງເສົ້າໝອງຈິດ
9. ມານະກິເລດ ອັນໄດ້ແກ່ ຄວາມສຳຄັນຕົນ ການປຽບທຽບ ເຮັດໃຫ້ໃຈເສົ້າໝອງ
10. ອະໂນຕຕັປປະກິເລດ ອັນໄດ້ແກ່ ຄວາມບໍ່ເກງກົວຕໍ່ບາບ ເຮັດໃຫ້ໃຈເສົ້າໝອງ
