ພຸດທະວະຈະເປີດລະຫັດກຳ

ເປັນຫຍັງຄົນເຮົາເກີດມາຕ່າງກັນ ບາງຄົນຮັ່ງມີ ບາງຄົນຫຍາກຈົນ ບາງຄົນງາມ ບາງຄົນອາພັບ ພຣະພຸດເຈົ້າກ່າວວ່າ: ເພາະກຳຈຳແນກສັດໃນຈູລະກຳວິມັງຄະສູດ. ພຣະພຸດທະອົງຕອບວ່າ: ອາຍຸສັ້ນເພາະຂ້າສັດຕັດຊີວິດ, ອາຍຸຍື່ນເພາະເວັ້ນຈາກການຂ້າສັດ ມີເມດຕາ, ເຈັບປ່ວຍເລື້ອຍເພາະມັກທຳຮ້າຍບຽດບຽນຜູ້ອື່ນ, ແຂງແຮງເພາະບໍ່ບຽດບຽນ, ຜິວພັນະຊຸກໂຍມເພາະມັກຄຽດຂັດເຄືອງງ່າຍ, ຜິວພັນງາມເພາະບໍ່ຄຽດບໍ່ຜູກພະຍາບາດ, ຂາດອຳນາດບາລະມີ ເພາະລິດສະຫຍາຜູ້ອື່ນ, ມີອຳນາດບາລະມີຫລາຍເພາະຍິນດີເມື່ອເຫັນຜູ້ອື່ນໄດ້ດີ, ຍາກຈົນເພາະບໍ່ຮູ້ຈັກໃຫ້ທານ, ມັ່ງຄັ່ງເພາະຍິນດີໃນການແບ່ງປັນ, ຊາດຕະກູນຕ່ຳເພາະແຂງກະດ້າງບໍ່ອ່ອນນ້ອມ, ຊາດຕະກູນສູງເພາະອ່ອນນ້ອມເຄົາລົບຜູ້ຄວນເຄົາລົບ, ໂງ່ເພາະບໍ່ຖ່າມຜູ້ຮູ້, ສະຫລາດປຣາດເປຣື່ອງເພາະມັນສອບຖາມແລະໃຟ່ຮູ້. ພຣະພຸດທະອົງຊົງສະຫລຸບວ່າ: ສັດທັງຫລາຍມີກຳເປັນຂອງຕົນ ມີກຳເປັນທາຍາດແລະກຳຍ່ອມຈຳແນກສັດໃຫ້ຊົ່ວແລະປະນີດຕ່າງກັນ ຖ້າຢາກປ່ຽນຜົນໃນອະນາຄົດມື້ນີ້ທ່ານປ່ຽນເຫດແລ້ວຫລືຍັງ?.

Leave a Reply

Your email address will not be published. Required fields are marked *