ຕຸດສົງການ ຫມາຍເຖິງພະອາທິດໄດ້ເຄື່ອນຍ້າຍຈາກປີເກົ່າເຂົ້າສູ່ປີໃຫມ່, ຕຸດຫມາຍເຖິງຕັດ ຫລື ສິ້ນໃຫ້ຫມົດໄປ, ສົງການ ຫມາຍເຖິງການເຄື່ອນຍ້າຍ ໂດຍເພິ່ນຖືເອົາສຸລິຍະຄະຕິກົງກັບວັນທີ 13-14 ແລະ 15 ຄ່ຳ ເດືອນເມສາຂອງທຸກໆປີເປັນວັນຈັດງານບຸນປີໃຫມ່ລາວ, ຂໍຢ່າຊູເວົ້າ “ກຸດ” ເຊິ່ງມັນມີຄວາມວ່າ ກຸດຫ້ຽນໄປເລີຍ, ທັງແມ່ນພາສາເວົ້າຂອງຈີນ ແລະ ຫວຽດນາມ, ສ່ວນຄຳວ່າ “ຕຸດ” ນັ້ນແມ່ນພາສາເວົ້າເດີມຂອງລາວແທ້. ເພິ່ນເຄີຍເວົ້າມາແຕ່ດຶກດຳບັນ ເຊິ່ງມີຄວາມຫມາຍວ່າ: “ຢຸດຢູ່ກ່ອນ” ສ່ວນສົງການແມ່ນເຄື່ອນຍ້າຍໄປສິ້ນປີເກົ່າແລ້ວສົງການປີໃຫມ່ກ້າວ ເຂົ້າມາແທນຕາມສຸລິຍະຄະຕິ ດັ່ງວ່າ ສົງການ ເປັນມື້ທີຫວ່າງກາງປີເກົ່າກັບປີໃຫມ່ນັ້ນເປັນມື້ຕຸດຢູ່ນີ້ເອງ.
ເຫດຜົນ ແລະ ຄວາມເປັນມາຂອງບຸນປີໃຫມ່ລາວ (ບຸນຕຸດສົງການລາວ) ແມ່ນອີງໃສ່ນິທານພື້ນເມືອງ ແຕ່ກ່ອນຍັງມີຊາຍຄົນຫນຶ່ງຊື່ວ່າ: ທຳມະບານກຸມມານ (ຄຳປາລີ = ທຳມະປະລະ) ເປັນລູກຊາຍຂອງມະຫາເສດຖີຢູ່ເມືອງຫນຶ່ງ (ບໍ່ຊາບຊື່) ມີຜາສາດເຈັດຊັ້ນ, ຕັ້ງຢູ່ແຄມແມ່ນ້ຳ, ທຳມະບານການກຸມມານຮຽນຈົບໄຕເພັດ (ມະນຸດ, ສັດ, ສັງຄົມສາດ) ເປັນຄົນຮອບຮູ້ສະຫລາດເປັນນັກປາດອາຈານເກ່ງກ້າ ຊື່ສຽງລືນາມປາກົດໄປທົ່ວພົມມະໂລກ, ເທວະໂລກ, ມະນຸດສະໂລກຈົນສົ່ງຜົນສະທ້ອນຮອດກະບິນລະພົມຜູ້ເປັນເຈົ້າພົມມະ ໂລກ ເຊິ່ງມີຄວາມເກ່ງກ້າສາມາດມີຊື່ສຽງຮຽງນາມເຫມືອນກັນເມື່ອໄດ້ຍິນ ແນວນັ້ນ ກະບິນລະພົມ ບໍ່ຍອມເສຍປຽບໃຫ້ໃຜມາກ່ອນຈິ່ງເກີດມີຄວາມສົນໃຈຢາກລົງມາພົບ ແລະ ທົດສະຫມອງລອງປັນຍາກັບທຳມະບານກຸມມານນັ້ນເບິ່ງ,ມີມື້ ຫນຶ່ງກະບິນລະພົມ ກໍ່ໄດ້ມີໂອກາດ ບິນແອ່ນລົງມາສູ່ມະນຸດສາໂລກ ແລ້ວກໍ່ເຂົ້າພົບທຳມະບານກຸມມານຢູ່ທີ່ຜາສາດເຈັດຊັ້ນນັ້ນໂລດ. ກະບິນລະພົມກໍ່ໄດ້ທັກທາຍປາໄສກັບທຳມະບານກຸມມານແບບກົງໄປກົງ ມາອັນສຳຄັນແມ່ນມາທົດລອງຖາມຕອບບັນຫາກັນເຖາະ! ບັນຫາທີ່ກະບິນລະພົມຕັ້ງໃຫ້ທຳ ມະບານກຸມມານ ເປັນຜູ້ຕອບມີຢູ່ສາມຂໍ້ຄື: 1. ຕອນເຊົ້າ ລາສີ (ສີລິ) ຂອງຄົນຢູ່ໃສ?, 2. ຕອນທ່ຽງ ລາສີ (ສີລິ) ຂອງຄົນຢູ່ໃສ?, 3. ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ ໃສ?. ຖ້າທຳມະບານກຸມມານຕອບໄດ້ໃຫ້ຕັດຄໍກະບິນລະພົມ ໂລດ, ແຕ່ຖ້າຕອບບໍ່ໄດ້ກາບິນລະ ພົມ ຈະລົງມາຕັດຄໍທຳມະບານກຸມມານເຫມືອນກັນ, ນັດກັນພາຍໃນເຈັດວັນ.
ຈາກນັ້ນ, ກາບິນລະພົມ ກໍ່ໄດ້ບິນແອ່ນສະເດັດຂຶ້ນເມືອສູ່ພົມມະໂລກ, ສ່ວນທຳມະບານກຸມມານກໍ່ຍັງຢູ່ຫໍຜາສາດເຈັດຊັ້ນນັ້ນ. ແຕ່ລະວັນກໍ່ມີແຕ່ຄິດຫາກບໍ່ເຂົ້າບໍ່ອອກຍ້ອນບໍ່ຮູ້, ນອກກໍ່ບໍ່ຫລັບກິນບໍ່ໄດ້, ເກີດເປັນມື້ເປັນວັນມາມີແຕ່ຄິດຕອບບັນຫາຂອງ ກະບິນລະພົມ ຈົນຮ່າງກາຍຈ່ອຍຈົນຜອມ. ຈົນຮອດມື້ທີຫົກຈິ່ງອອກຈາກຜາສາດເພື່ອຈະຂ້າໂຕເອງຕາຍ, ບໍ່ຍອມໃຫ້ ກະບິນລະພົມຕັດຄໍຕົນ, ໄປຕາມໄປກໍ່ເລີຍໄປຮອດທົ່ງນາທົ່ງຫນຶ່ງຢູ່ຫົວນາທົ່ງນັ້ນມີ ກົກຕານໃຫຍ່ 2 ກົກ, ທຳມະບານກຸມມານ ໄດ້ໄປລີ້ຊົ້ນຢູ່ກ້ອງກົກຕານຫວັງຈະໃຫ້ຕາຍຢູ່ທີ່ນັ້ນ. ພໍຮອດຫົວແລງຂອງມື້ນັ້ນໄດ້ມີແຮ້ງເຖົ້າຜົວເມຍຄູ່ຫນຶ່ງບິນມາ ເຊົາຢູ່ເທິງກົກຕານນັ້ນ, ເດິກມາແຮ້ງເຖົ້າຜົວເມຍຄູ່ນັ້ນລົມກັນວ່າ: “ມື້ອື່ນນີ້ເຮົາຈະກິນຫຍັງ? ຊາກງົວຊາກຄວາຍຕາຍກໍ່ຫມົດແລ້ວ“ ໂຕເມຍຖາມ, ໂຕຜົວຕອບວ່າ: “ບໍ່ຍາກດ໋ອກ ມື້ອື່ນນີ້ເຮົາຈະໄດ້ກິນຊີ້ນຄົນເພາະວ່າມື້ອື່ນເປັນມື້ຖ້ວນ ເຈັດວັນຂອງການນັດກັນລະຫວ່າງກະບິນລະພົມກັບທຳມະບານກຸມມານເພື່ອຕອບບັນຫາກັນ. ແຕ່ຖ້າທຳມະບານກຸມມານຕອບບັນຫາກະບິນລະພົມບໍ່ໄດ້ຈະຖືກຕັດ ຄໍແທ້ໆ.,” ໂຕເມຍຖາມຕໍ່ໄປວ່າ: “ບັນຫາທີ່ກະບິນລະພົມຖາມນັ້ນມີຫຍັງແດ່? “ໂຕຜົວເວົ້າວ່າ: “ຕອນເຊົ້າລາສີ (ສີລິ) ຂອງຄົນ ຢູ່ໃສ?, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ໃສ?, ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ໃສ, ຂ້ອຍຄິດວ່າ ທຳມະບານກຸມມານຕອບບໍ່ໄດ້ດອກ ເພາະມັນຍາກໂພດ”. ໂຕເມຍຖາມຕໍ່ໄປອີກວ່າ: “ຄັນຈັ່ງຊັ້ນເຈົ້າຮູ້ຄຳຕອບສາມບັນຫານັ້ນບໍ ແມ່ນຫຍັງກັນແທ້?”. ໂຕຜົວ ຈິ່ງເວົ້າວ່າ: “ມັນຊິຍາກຫຍັງ!, ຕອນເຊົ້າລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຫນ້າ ເພາະວ່າຕື່ນເຊົ້າມາຄົນຕ້ອງໄດ້ລ້າງຫນ້າຂອງຕົນເພື່ອຄວາມຊຸ່ມເຢັນ ແລະ ສວຍງາມ, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ທີ່ເອິກ ເພາະວ່າເມື່ອຮ້ອນມາຄົນຈະມັກເອົານ້ຳມາລູບເອິກ ເພື່ອ ຜ່ອນຄວາມຮ້ອນ ແລະ ການຫົນຫວຍກະວົນກະວາຍ, ຕອນຄ່ຳ ລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຕີນເພາະວ່າກ່ອນຈະເຂົ້າບ່ອນນອນຄົນຈະລ້າງຕີນໃຫ້ ສະອາດເສຍກ່ອນ”. ພໍແຕ່ທຳມະບານກຸມມານໄດ້ຍິນ ແລະ ເຂົ້າໃຈດີແລ້ວກໍ່ຜຸດລຸກຂຶ້ນແລ້ວຮີບແລ່ນເມືອຫາຜາສາດເຈັດຊັ້ນ ຂອງຕົນ ເພື່ອລໍຖ້າກະບິນລະພົມຈະສະເດັດລົງມາພົບເພາະຮອດມື້ນັດຫມາຍ ຕອບບັນຫາ. ຮອດມື້ນັດຫມາຍ ກະບິນລະພົມ ກໍ່ສະເດັດລົງມາແທ້, ແລ້ວກໍ່ເຂົ້າໄປພົບ ທຳມະບານກຸມມານຢູ່ຫໍຜາສາດເຈັດຊັ້ນຕາມນັດຫມາຍແລ້ວ ທຳມະບານກຸມມານ ກໍ່ໄດ້ຕອບບັນຫາທັງສາມຂໍ້ຂອງ ກະບິນລະພົມນັ້ນຖືກຫມົດ ບໍ່ມີຜິດຈັກຫນ້ອຍເລີຍ. ກະບິນລະພົມ ຍອມ ຮັບຄວາມພ່າຍແພ້ຂອງຕົນແລ້ວຕົກລົງໃຫ້ ທຳມະບານກຸມມານ ຕັດຄໍຕົນຕາມສັນຍາ. ກ່ອນຈະຖືກຕັດຄໍກະບິນລະພົມໄດ້ເອີ້ນລູກສາວທັງເຈັດມາພົບແລ້ວໃຫ້ ເອົາຂັນຮອງຄໍພໍ່ເພື່ອບໍ່ໃຫ້ຫົວຕົກລົງໄປທົ່ວທີບຈະເປັນ ເຫດຮ້າຍຕໍ່ມະນຸດໂລກ ເພາະວ່າຖ້າ ຫົວພໍ່ຕົກລົງດິນ ດິນຈະຖືກແຫ້ງແລ້ງເກີດໄຟໄຫມ້ເຜົາ, ຖ້າຕົກໃສ່ມະຫາສະຫມຸດກໍ່ຈະບົກແຫ້ງກາຍເປັນພູຜາປ່າໄມ້, ຖ້າຕົກຢູ່ສະ ຫວັນຊັ້ນຟ້າກໍ່ຈະກາຍເປັນພະຍຸລົມແດງ, ຝົນຕົກ ແລະ ມີຫິມະກ້າມຕະຫລອດໄປ.
ຈາກນັ້ນລູກສາວທັງເຈັດກໍ່ໄດ້ເອົາພາຂັນມາຮອງຄໍພໍ່ຕົນ ແລ້ວໃຫ້ທຳມະບານກຸມມານຕັດຄໍລົງໃສ່ພາຂັນນັ້ນ ແລ້ວລູກສາວໄດ້ ເອົາໄປແຫ່ອ້ອມເສົາສະເຫມນສາມຮອບ ແລ້ວຈິ່ງເອົາໄປໄວ້ພູເຂົາໄກລາດຢູ່ແດນໄກ. ພໍເຖິງຂອບປີ (ເດືອນຫ້າລາວ) ມາຮອດແລ້ວລູກສາວທັງເຈັດກໍ່ຜັດປ່ຽນກັນໂຈມພາຂັນອອກມາລ້າງສ່ວຍໃຫ້ ຊຸ່ມເຢັນ ແລະ ສະອາດເປັນປະຈຳ. ແຕ່ນັ້ນມາບ່າວໄພ່ລາດສະດອນເຫັນວ່າຈົບງາມດີແທ້ຈິ່ງຈັດຕັ້ງກັນ ເອົານ້ຳອົບນ້ຳຫອມ ຫລື ນ້ຳສະອາດມາຫົດສົງກັນ (ເອີ້ນວ່າ: ບຸນຫົດນ້ຳ) ຈົນເທົ່າທຸກວັນນີ້. ສ່ວນວ່ານາງສັງຂານ ຫລື ການແຫ່ສັງຂານນັ້ນກໍ່ແມ່ນແຫ່ລູກສາວທັງເຈັດຂອງກະບິນລະພົມ ທີ່ຜັດປ່ຽນກັນອອກມາໃນແຕ່ລະປີນັ້ນດ້ວຍ.
ພິທີຈັດງານບຸນປີໃຫມ່ລາວ, ຂຶ້ນ 13 ຄ່ຳເດືອນ 5 ກົງກັບວັນທີ 13 ເມສາ ແມ່ນວັນສົ່ງທ້າຍປີເກົ່າ. ໃນວັນນີ້ ແຕ່ລະຄອບຄົວ, ທຸກໆສະຖານທີ່ພາຍໃນວັດ, ໂຮງຮຽນ, ສຳນັກງານຫ້ອງການຈະມີການຮ່ວມຈິດຮ່ວມໃຈກັນເຮັດອະນາໄມລວມ ຫມູ່ໃຫ້ສະຖານທີ່ຕ່າງໆສະອາດງາມຕາ ແລະ ຢູ່ຕາມບ້ານເຮືອນຈະມີການຫ້າງຫາກະກຽມດອກໄມ້ທູບທຽນນ້ຳອົບນ້ຳຫອມ ເພື່ີອຫົດສົງພະພຸດທະຮູບ. ຢູ່ວັດຈະມີການເຮັດຮ້ານພະ ພໍເມື່ອຮອດສາມໂມງແລງພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມ ກັນຢູ່ວັດ ແລ້ວທຳພິທີໄຫວ້ພະຮັບສິນ, ຟັງເທດ, ຄາລະວະສົມມາສວດໄຊຢັນໂຕ, ຊິດນ້ຳພຸດທະມົນ, ນິມົນພະພຸດທະຮູບລົງຈາກແທ່ນບູຊາ ເພື່ອໃຫ້ຊາວບ້ານໄດ້ຫົດສົງ.
ຂຶ້ນ 14 ຄ່ຳ ເດືອນ 5 ກົງກັບວັນທີ 14 ເມສາ ແມ່ນວັນເນົາ ຊາວບ້ານທຸກໆຄົນທຸກໆຄອບຄົວຈະຢຸດງານບໍ່ກະທຳກິດຈະການໃດໆພັກຜ່ອນ ທ໋ຽວຫລິ້ນ ແລະ ໄປຢ້ຽມຢາມພີ່ນ້ອງຕະຫລອດມື້, ຕອນແລງເວລາ 4 ໂມງ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມກັນຢູ່ທີ່ວັດ ເພື່ອໄປເກັບດອກໄມ້ມາບູຊາພະ ແລະ ຕົກຕອນຄ່ຳມາພໍກິນເຂົ້າແລງແລ້ວ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວ ບ້ານມາໂຮມກັນຢູ່ທີ່ວັດ ເພື່ອແຫ່ດອກໄມ້ທູບທຽນ, ມີການທຳພິທີທາງສາສະຫນາຟັງເທດ ແລະ ການລະຫລີ້ນແບບພື້ນ ເມືອງຕ່າງໆຂອງບ່າວສາວໄວຄະນອງ, ໄດ້ເວລາສົມຄວນຈິ່ງເລີກລາເມືອ. ຂຶ້ນ 15 ຄ່ຳ ເດືອນ 5 ກົງກັບວັນທີ 15 ເມສາ ແມ່ນມື້ໃຫມ່ຂອງປີໃຫມ່ຕອນເຊົ້າຢູ່ວັດຈະມີການຕັກບາດຖວາຍ ບາສີສູ່ຂວັນແກ່ພະສົງສາມະເນນ ແລະ ອວຍພອນໃຫ້ເຊິ່ງກັນ ແລະ ກັນ. ນອກຈາກນີ້ ຢູ່ແຕ່ລະຄອບຄົວຍັງມີການສູດມົງຄຸນ, ຕັກບາດບາສີສູ່ຂວັນຢູ່ເຮືອນໃຜເຮືອນລາວ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃຫມ່. ພໍຮອດຕອນແລງ ແລະ ຕອນຄ່ຳກໍ່ຈະໄປເອົາດອກໄມ້ແຫ່ວຽນທຽນໃນແຕ່ລະມື້ຈົນຮອດເດືອນ 6 ເພັງຈິ່ງລາ ເລີກກັນກໍ່ມີ ນີ້ແມ່ນຄວາມນິຍົມປະພຶດຂອງບາງບ້ານ.
ກິດຈະກຳຕ່າງໆໃນງານບຸນປີໃຫມ່ລາວ.
1. ບາສີສູ່ຂວັນພະສົງສາມະເນນ, ສົງພະພຸດທະຮູບ, ສູດມົງຄຸນຕັກບາດເຮືອນ, ບາສີສູ່ຂວັນອວຍພອນເຊິ່ງກັນ ແລະ ກັນ. ສະເພາະມື້ສູ່ຂວັນພະສົງສາມະເນນສຳເລັດແລ້ວ ກໍ່ກັບຄືນເມືອສູ່ຂວັນຢູ່ເຮືອນໃຜເຮືອນລາວ ເມື່ອເຖິງຕອນບ່າຍ 1ໂມງ ຫາ 2 ໂມງ ຊາວບ້ານອອກຕົນຍາດໂຍມຈະພາກັນໄປຂົນເອົາຊາຍມາກອງໄວ້ ເພື່ອຕົບເປັນເຈດີຊາຍໄວ້ຮອດ 4ໂມງ ພວກອອກຕົນຍາດໂຍມກໍ່ໄປນຳເອົາດອກໄມ້. ຕອນຄ່ຳເວນກອງຊາຍ ແລະ ແຫ່ດອກກໄມ້ແລ້ວຈິ່ງ’ກັບເຮືອນໃຜເຮືອນລາວ.
2. ສົງນ້ຳທ່ານຜູ້ໃ້ຫຍ່, ຜູ້ຊົງຄຸນນະວຸດ, ພໍ່ແມ່ເຖົ້າແກ່ອາວຸໂສເຮັດບຸນກິນທານແດ່ພໍ່ແມ່ຍາດຕິພົງພັນທີ່ ລ່ວງລັບໄປແລ້ວ.
3. ຕົບເຈດີພະທາຍ ຫລື ກໍ່ເຈດີຊາຍຢູ່ຕາມວັດ ແລະ ສະຖານທີ່ຕ່າງໆ.
4. ປ່ອຍສັດ, ໂຜດສັດໃຫ້ພົ້ນອອກຈາກຄວາມທຸກ, ພົ້ນຈາກສະຖານທີ່ຄຸມຂັງ, ພົ້ນຈາກຄວາມຕາຍໃຫ້ມີຄວາມເປັນອິດສະຫລະ ໃນມື້ຕອນແລງຂອງມື້ 15ຄ່ຳ.
ບາງທ້ອງຖິ່ນການສົງນ້ຳພະພຸດທະຮູບຖືກແກ່ຍາວໄປແຕ່ຂຶ້ນ 13 ຄ່ຳ ເດືອນ 5 ຈົນເຖິງຂຶ້ນ 15 ຄ່ຳ ເດືອນ 6 ເພັງ ຈິ່ງສິ້ນສຸດລົງ. ການສົງນ້ຳພະນັ້ນ, ນອກຈາກຈະສົງຢູ່ຕາມຫົວວັດຕ່າງໆແລ້ວ ເພິ່ນຍັງນິຍົມຈັດຕັ້ງກັນທັງຝ່າຍພະສົງສາມະເນນ ແລະ ຝ່າຍບ້ານເມືອງໄປສົງນ້ຳພະຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ຖ້ຳ, ຫ້ວຍ, ພູ, ວັດຮ້າງ ແລະ ສະຖານທີ່ອື່ນໆທີ່ມີພະພຸດທະຮູບນັ້ນອີກ.