ສະຫລອງ ເຂົ້າຈີີ່
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)ທາເນນະ ສຸຄະຕິງ ຍັນຕິ ອິມັງ ທຳມະເທສະນັງ ສັດຖາ ເຊຕະວັນເນ ວິ ຫະຣັນໂຕ ຣາຊະຄະຫະເສດຖິໂນ ເຄເຫ ປຸນນະທາສິ ອາຣັບພະ ກະເຖສິຕິ. ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ບາງເມື່ອພຣະພຸດທະເຈົ້າ ຍັງມີພຣະຊົນຢູ່. ໃນສະໄໝຄັ້ງນັ້ນ ພຣະອົງສະເດັດປະທັບ ສຳລານ ພຣະອະຣິຍະບົດ ຢູ່ໃນພຣະເຊຕະວັັນ ມະຫາວິຫານ ວັນໜຶ່ງ ພຣະອົງຊົງ ພຣະຜາຣົບນາງປຸນນະທາສີີ ໃຫ້ເປັນອຸປັດຕິຜົນ ແລ້ວຕັດ ພຣະສັດທຳມະເທສນາ ດ້ວຍບາດຄາຖາວ່າ “ທາເນນະ ສຸຄະຕິງ ຍັນຕຕິ”ດັ່ງນີ້ເປັນເຄົ້າ…
